ໃຊ້ສະມາດໂຟນຫລາຍສ່ຽງປວດຄໍຊ້ຳເຮື້ອ

- 042006 - ໃຊ້ສະມາດໂຟນຫລາຍສ່ຽງປວດຄໍຊ້ຳເຮື້ອ
- kitchen vibe - ໃຊ້ສະມາດໂຟນຫລາຍສ່ຽງປວດຄໍຊ້ຳເຮື້ອ

ການກົ້ມເບິ່ງໜ້າຈໍໂທລະສັບຢູ່ຕະຫລອດອາດເຮັດໃຫ້ກະດູກສັນຫລັງບາດເຈັບຖາວອນໄດ້ ບໍ່ວ່າຈະແມ່ນຜູ້ໃຫຍ່ ຫລື ເດັກນ້ອຍ ລວມໄປເຖິງອາການອື່ນອີກ ເຊັ່ນ : ປວດຄໍ, ປວດຫລັງ, ປວດບ່າໄຫລ່ ເຊິ່ງຫາກຍັງມີພຶດຕິກຳດັ່ງກ່າວຕໍ່ໄປ ອາການເຫລົ່ານັ້ນກໍຈະທະວີຄວາມຮຸນແຮງຈົນຊ້ຳເຮື້ອ. ນອກຈາກນີ້, ການຫລິ້ນເກມ ຫລື ໃຊ້ໂທລະສັບມືຖືດົນໆຍັງຈະເຮັດໃຫ້ເກີດອາການບາດເຈັບຂອງກ້າມຊີ້ນ, ເສັ້ນເອັນ ຫລື ເສັ້ນປະສາດ ອັນເກີດຈາກການເຄື່ອນໄຫວພາກສ່ວນເຫລົ່ານັ້ນຂອງຮ່າງກາຍຊ້ຳ ຢູ່ຕະຫລອດ ແລະ ມື້ນີ້ພວກເຮົາກໍມີ 5 ເຄັດລັບຫລີກເວັ້ນອາການປວດຄໍ, ຫລັງ ແລະ ບ່າໄຫລ່ຈາກການໃຊ້ໂທລະສັບມືຖືແບບສະ ມາດໂຟນ, ແທັບເລັດ ແລະ ການໃຊ້ຄອມພິວເຕີມາແນະນຳດັ່ງນີ້ :

  1. ເງີຍໜ້າ : ວິທີທີ່ຈະຫລີກເວັ້ນອາການປວດຄໍທີ່ສຳຄັນທີ່ສຸດແມ່ນການຫລີກເວັ້ນການກົ້ມໜ້າດົນໆ ບໍ່ຄວນກົ້ມໜ້າເບິ່ງໜ້າຈໍດົນ ແຕ່ໃຫ້ຍົກໂທລະສັບມືຖືຂຶ້ນມາຫາລະດັບສາຍຕາ ທຳອິດອາດຈະບໍ່ລຶ້ງ,​ ແຕ່ປະຕິບັດໄປຈັກໄລຍະໜຶ່ງກໍຈະລຶ້ງເຄີຍເອງ, ຫາກເດັກນ້ອຍຫລິ້ນແທັບເລັດໂດຍວາງໄວ້ເທິງຕັກ ກໍໃຫ້ຍົກຂຶ້ນມາເບິ່ງຢູ່ເທິງໂຕະແທນຈະດີກ່ວາ.
  2. ພັກຜ່ອນແດ່ : ຖ້າທ່ານກົ້ມໜ້າຫລິ້ນໂທລະສັບ ຫລື ແທັບເລັດດົນໆ ທ່ານຄວນຈະພັກຜ່ອນຍືດເສັ້ນຍືດເອັນແດ່ ຄົນເຮົາບໍ່ຄວນນັ່ງຢູ່ທ່າໃດທ່າໜຶ່ງດົນໆ ຄືກັນກັບເດັກນ້ອຍທີ່ຄວນຈະພັກຜ່ອນຈາກການຫລິ້ນແທັບເລັດເພື່ອອອກໄປແລ່ນຫລິ້ນ ຫລື ອອກກຳລັງກາຍ.
  3. ໂທແທນການພິມສົນທະນາ : ການພິມສົນທະນາຕະຫລອດເວລາ ບາງເທື່ອກໍເຮັດໃຫ້ເມື່ອຍໄດ້ ບາງເທື່ອກໍຄວນລອງປ່ຽນມາເປັນການໂທແທນແດ່ ທ່ານຈະໄດ້ບໍ່ຕ້ອງກົ້ມໜ້າພິມ ແລະ ໄດ້ພັກຜ່ອນສາຍຕາ ຫລື ຢືດຄໍແດ່.
  4. ຖະໜອມນິ້ວມື : ການພິມຂໍ້ຄວາມທາງໂທລະສັບມືຖືຫລາຍໆອາດເຮັດໃຫ້ເກີດອາການນິ້ວມື ຫລື ຂໍ້ມືລັອກໄດ້ ສະນັ້ນ ພະຍາຍາມຫາໝາກບານບໍລິຫານນິ້ວມືມາບີບຫລິ້ນເພື່ອບໍລິຫານກ້າມຊີ້ນມື.

5. ໃຫ້ແອັບຊ່ວຍ : ລອງດາວໂຫລດແອັບພລິເຄເຊິນຂອງລະບົບແອນດຣອຍທີ່ມີຊື່ວ່າ : “Text neck” ມາໃຊ້ ແອັບນີ້ຈະສະແດງໄຟລ໌ຂຽວເມື່ອທ່ານຍົກໂທລະສັບຂຶ້ນມາຫາລະດັບສາຍຕາ ແລະ ສະແດງໄຟລ໌ສີແດງເມື່ອທ່ານກົ້ມໜ້າລົງ,​ ແຕ່ທີ່ດີໄປກ່ວານັ້ນກໍຄື ແອັບນີ້ສາມາດສົ່ງລາຍງານທ່າທາງການຫລິ້ນແທັບເລັດຂອງລູກໄປໃຫ້ຜູ້ປົກຄອງເບິ່ງໄດ້ນຳ.

- Visit Laos Visit SALANA BOUTIQUE HOTEL - ໃຊ້ສະມາດໂຟນຫລາຍສ່ຽງປວດຄໍຊ້ຳເຮື້ອ
- 4 - ໃຊ້ສະມາດໂຟນຫລາຍສ່ຽງປວດຄໍຊ້ຳເຮື້ອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!