ວິທະຍຸກະຈາຍສຽງແຫ່ງຊາດສະເຫລີມສະຫລອງວັນສ້າງຕັ້ງ ຄົບຮອບ 60 ປີ (13/8/1960-13/8/2020)


ພິທີສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ຄົບຮອບ 60 ປີ (13/08/1960-13/08/2020) ໄດ້ຈັດຂຶ້ນໃນວັນທີ 19 ສິງຫານີ້ ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເຂົ້າຮ່ວມ.
ໃນພິທີ, ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ໄດ້ຂຶ້ນເລົ່າຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ວສລ ຕະຫລອດໄລຍະ 60 ປີຜ່ານມາວ່າ: ວສລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ, ເມື່ອກ່ອນເອີ້ນວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ, ໄດ້ກາຍເປັນກະບອກສຽງອັນແຫລມຄົມຂອງສູນກາງພັກ ກໍຄືແນວລາວອິດສະລະ ຫລື ແນວລາວສ້າງຊາດໃນປັດຈຸບັນໃນການເຮັດໜ້າທີ່ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການປະຕິວັດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫລ່ງຕີນມືຂອງພວກເຂົາຢ່າງພິລະອາດຫານ, ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດປົດປ່ອຍປະເທດຊາດ ຈົນໄດ້ຮັບຜົນສຳເລັດຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975 ແລະ ສືບຕໍ່ເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ຜົນສຳເລັດແຫ່ງການປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ດ້ວຍການລາຍງານຂ່າວທີ່ມີທັງພາສາລາວ ແລະ ພາສາຊົນເຜົ່າຄື: ພາສາມົ້ງ, ພາສາກຶມມຸ ແລະ ຍັງມີອີກ 6 ພາສາຕ່າງປະເທດ ດ້ວຍລະບົບ AM ຄື້ນກາງ ຈາກ 10 ມາເປັນ 150 ກິໂລວັດ ແລະ ຈາກ 150 ມາເປັນ 200 ກິໂລວັດຕາມລໍາດັບ, ຍົກກໍາລັງສົ່ງຄື້ນສັ້ນ ຈາກ 25 ມາເປັນ 50 ກິໂລວັດ, ສ່ວນຄື້ນ FM ມາຮອດປັດຈຸບັນມີທັງໝົດ 5 ຄື້ນ, ສົ່ງລາຍການວິທະຍຸຜ່ານດາວທຽມ, ສ້າງເວັບໄຊເປັນຂອງຕົນເອງ ຜ່ານວິທະຍຸອິນເຕີເນັດ ແລະ ອອນລາຍຜ່ານສື່ໃໝ່ທີ່ສາມາດຮັບຟັງໄດ້ທົ່ວໂລກ. ມີສະຖານີເຄືອຂ່າຍສົ່ງສັນຍານຕໍ່ຢູ່ແຂວງຫລວງພະບາງ ແລະ ປາກຊ່ອງ ແຂວງຈຳປາສັກ ແລະ ພວມກຳລັງສືບຕໍ່ອີກ 2 ແຫ່ງ ຢູ່ແຂວງອຸດົມໄຊ ແລະ ແຂວງສະຫວັນນະເຂດ ດ້ວຍການຊ່ວຍເຫລືອຂອງລັດຖະບານ ສສ ຫວຽດນາມ. ປັດຈຸບັນ ຄື້ນສັນຍານສົ່ງທາງພາກພື້ນດິນກວມເອົາຫລາຍກວ່າ 90% ຂອງພື້ນທີ່ທົ່ວປະເທດ, ສ່ວນລະບົບດາວທຽມ, ລະບົບອິນເຕີແນັດ ແລະ ລະບົບສື່ໃໝ່ສາມາດກວມເອົາ 100% ຂອງພື້ນທີ່ທົ່ວປະເທດ ແລະ ໃນໂລກ ທີ່ມີເນື້ອຫາສາລະດີ, ສາມາດໃຫ້ຂໍ້ມູນຂ່າວສານ, ໃຫ້ຄວາມຮູ້ໃຫ້ແກ່ສັງຄົມໄດ້ດີ. ປັດຈຸບັນມີ 100 ກວ່າລາຍການ, ກະຈາຍອອກອາກາດ 70 ຊົ່ວໂມງຕໍ່ວັນ.
ຫລັງຈາກນັ້ນ, ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໂອ້ລົມສະແດງຄວາມຍ້ອງຍໍສັນລະເສີນນັກຂ່າວ-ໂຄສົກ, ນັກຈັດລາຍການ, ນາຍຊ່າງເຕັກນິກ ແລະ ພະນັກງານເຮັດວຽກຈັດຕັ້ງບໍລິຫານທຸກຄົນ ທີ່ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ ສຸມທຸກເຫື່ອແຮງມັນສະໝອງ ເພື່ອຜະລິດຂ່າວ-ບົດ ແລະ ລາຍການທີ່ມີຄຸນນະພາບນັບມື້ນັບສູງ ແລະ ໄປເຖິງຜູ້ຟັງທັງພາຍໃນ ແລະ ນອກປະເທດຢ່າງຊັດເຈັນເສາະໃສ ເພື່ອຮັບໃຊ້ພາລະກິດທີ່ມີກຽດສະຫງ່າຂອງພັກ ຕະຫລອດໄລຍະ 60 ປີຜ່ານມາ. ພ້ອມນີ້, ໄດ້ເນັ້ນໃຫ້ ວສລ ສືບຕໍ່ປັບປຸງຫລາຍວຽກງານໃຫ້ດີຂຶ້ນ ເປັນຕົ້ນການເອົາໃຈໃສ່ບຳລຸງຍົກລະດັບທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດໃນແຕ່ລະໄລຍະ ລວມທັງລະບຽບກົດໝາຍຕ່າງໆໃຫ້ນັກຂ່າວ-ໂຄສົກໃຫ້ຫລາຍຂຶ້ນ, ເນື້ອໃນຂອງຂ່າວ, ບົດ ແລະ ລາຍການຕ້ອງໜັກແໜ້ນແຫລມຄົມ, ໜ້າສົນໃຈຕື່ມ, ວ່ອງໄວ ແລະ ຖືກ ຕ້ອງເຊື່ອຖືໄດ້. ຄຽງຄູ່ກັນນີ້ ຕ້ອງນໍາໃຊ້ທັງສື່ດັ້ງເດີມ ແລະ ສື່ໃໝ່ໄປຄຽງຄູ່ກັນ ເພື່ອໂຄສະນາຕອບຕ້ານຂ່າວລື, ຂ່າວປອມ, ຂ່າວໃສ່ຮ້າຍປ້າຍສີຕ່າງໆ, ສ້າງພະນັກງານສືບທອດທີ່ເກັ່ງມີຄຸນນະພາບສູງ, ສືບຕໍ່ສ້ອມແປງອຸປະກອນເຕັກນິກທີ່ໃຊ້ງານມາດົນໃຫ້ສາມາດໃຊ້ງານໄດ້ຮັບປະກັນ.