ຢ່າລະເຫລີງໃຈຕໍ່ໄພພິບັດທຳມະຊາດ


ໂດຍ:ທິດກໍ່າ
ຢູ່ນະຄອນຫລວງວຽງຈັນເຮົານັບແຕ່ມື້ວັນທີ 12 ຫາວັນທີ 18 ສິງຫາ ປາກົດວ່າມີຝົນຕົກບໍ່ຂາດໄລຍະໃນແຕ່ລະມື້, ບາງມື້ກໍຕົກໜັກຈົນນ້ຳຖ້ວມລົ້ນອັ່ງຕາມຖະໜົນຫົນທາງ ແລະ ຫ້ວຍຮ່ອງຄອງບຶງ ອັນເປັນສາເຫດໜຶ່ງທີ່ເຮັດໃຫ້ມີຜົນກະທົບຕໍ່ການສັນຈອນໄປມາຄ້າຂາຍ ແລະ ໄປວຽກໄປງານຂອງຄົນໃນສັງຄົມຕົວເມືອງບໍ່ໜ້ອຍ. ອີກປະການໜຶ່ງ ໃນໄລຍະນີ້ກໍຖືວ່າເປັນໄລຍະກະກຽມເຮັດບຸນຫໍ່ເຂົ້າປະດັບດິນຕາມຮີດຕາມຄອງຂອງຊາວພຸດລາວເຮົາ ໂດຍປົກກະຕິແລ້ວ ເທົ່າທີ່ໄດ້ຕິດຕາມທາງໂຫລາສາດມາຢ່າງຍາວນານກໍເຫັນວ່າໃນຊ່ວງຕົກເຂົ້າຍາມເຂົ້າພັນສາອັນເປັນຊ່ວງລະດູຝົນເມື່ອໃກ້ຈະຮອດວັນສິນວັນພະ ຫລື ກະໂຕມື້ວັນສິນໃຫຍ່ 14 ຫາ 15 ຄໍ່າ ເກືອບທຸກໆປີກໍຈະມີຝົນຕົກກະແຈກກະຈາຍຫາປານກາງ ຫລື ເຖິງຂັ້ນຕົກໜັກ ເຊິ່ງຊາວລາວເຮົາເຄີຍເອີ້ນກັນວ່າ ຍາມຝົນກາງເກົ້າກາງສິບນ້ຳເຕັມຫ້ວຍ, ເຕັມຮ່ອງຄອງບຶງ, ເຕັມໄຮ່ເຕັມນາ ໄດ້ກິນປາລົງຕ້ອນລົງຫລີ່. ພໍກ້າວເຂົ້າເດືອນສິບເອັດສິບສອງ (ລາວ) ກໍໄດ້ກິນເຂົ້າໃໝ່ປາມັນ, ໄດ້ກິນເຂົ້າເໝົ້າເຂົ້າຮາງ ກໍຖືວ່າເປັນວິຖີຊີວິດທີ່ສຸດຍອດຂອງຊາວຊົນນະບົດລາວເຮົາໃນແຕ່ລະລະດູການ.
ແຕ່ວ່າແນວໃດກໍຕາມ, ໃນຊ່ວງລະດູຝົນກາງເກົ້າ, ກາງສືບຄືແນວນີ້ ສິ່ງເຮົາຄວນເອົາໃຈໃສ່ເປັນພິເສດບໍ່ຄວນລະເຫລີງນັ້ນກໍຄື ການຕິດຕາມຂໍ້ມູນຂ່າວສານຈາກອຸຕຸນິຍົມ ແລະ ອຸທົກກະສາດ ເພາະຍາມນີ້ມັນມັກມີພາຍຸນ້ອຍໃຫຍ່ເຂົ້າມາອາລະວາດ ອາດເຮັດໃຫ້ຝົນຕົກໜັກນ້ຳຖ້ວມ ຫລື ມີນ້ຳປ່າໄຫລຫລາກກະທົບເຖິງຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າເຮົາເສຍຫາຍໂດຍບໍ່ໄດ້ຄາດຄິດ. ບົດຮຽນອັນໃຫຍ່ຫລວງຂອງພວກເຮົາໃນຊ່ວງປີຜ່ານໆມາ ຄືໃນວັນທີ 23 ກໍລະກົດ 2017 ເກີດມີຝົນຕົກໜັກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື, ປີ 2018 ເກີດນ້ຳຖ້ວມ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້. ຈາກສອງເຫດການນີ້ໄດ້ສອນໃຫ້ພວກເຮົາຮູ້ວ່າ: ໄພພິບັດຈາກນ້ຳຖ້ວມນັ້ນ ມັນເປັນເຄາະຮ້າຍຊະນິດໜຶ່ງທີ່ທຳລາຍຊີວິດ, ຊັບສິນ ແລະ ເສດຖະກິດ-ສັງຄົມຂອງປະເທດ. ເມື່ອເປັນດັ່ງວ່ານີ້ ຢາກບໍ່ຢາກມັນກໍເລີຍເປັນການກົດໜ່ວງຄວາມຈະເລີນຂອງຊາດ ແລະ ກົດໜ່ວງບາດກ້າວຂະຫຍາຍຕົວຊີວິດການເປັນຢູ່ ກໍຄືທຳລາຍເສດຖະກິດ-ສັງຄົມຂອງປະເທດ. ຖ້າເຮົາມາພ້ອມກັນສັງເກດເບິ່ງປີນີ້ ໄດ້ກ້າວເຂົ້າມາເຖິງເດືອນ 10 ລາວແລ້ວ ແລະ ຍັງຢູ່ໃນຊ່ວງທ້າຍເດືອນ 8 ສາກົນ ເຫັນໄດ້ວ່າຍັງອີກບໍ່ພໍເທົ່າໃດເດືອນກໍຈະກ້າວເຂົ້າສູ່ລະດູແລ້ງ ເປັນຊ່ວງກ້າວເຂົ້າຍາມໜາວແລ້ວ. ຖ້າຫາກກາຍເດືອນ 10 ລາວເປັນຕົ້ນໄປ ຝົນກໍຈະນັບມື້ຮ້ວຍລົງ ແຕ່ກໍຍັງເປັນຫ່ວງເລື່ອງບັນຫາຂາດເຂີນນ້ຳໃນປີຕໍ່ໄປ.
ແນວໃດກໍດີ, ໃນເງື່ອນໄຂທີ່ໂລກມີການປ່ຽນແປງສະພາບດິນຟ້າອາກາດກໍມີການປ່ຽນແປງໄປຕາມຂະບວນວິວັດຂອງທຳມະຊາດ, ພວກເຮົາບໍ່ອາດສາມາດຄາດເດົາໄດ້ຢ່າງຊັດເຈນວ່າໃນຊ່ວງເດືອນສິງຫາຫາເດືອນກັນຍາ 2020 ນີ້ ພາຍຸ ຫລື ຝົນມັນຈະສືບຕໍ່ຕົກ ຫລື ຈະໝົດໄປຕາມລະດູການ ຫລື ບໍ່. ສຳລັບປີຜ່ານໆມານັ້ນ ໃນຊ່ວງນີ້ກໍຍັງຖືວ່າຝົນມັນຍັງຈະສືບຕໍ່ຕົກອີກຕໍ່ໄປຈົນຮອດທ້າຍເດືອນຕຸລາຈຶ່ງຈະຄ່ອຍໝົດໄປ. ເພາະສະນັ້ນ ເພື່ອບໍ່ເປັນຄວາມປະໝາດລະເຫລີງ ຈຶ່ງຂໍໃຫ້ພວກເຮົາພ້ອມກັນມີສະຕິໃນການຕິດຕາມຂໍ້ມູນຂ່າວສານຢ່າງໃກ້ຊິດ ເພື່ອບໍ່ໃຫ້ເປັນໄປຕາມສຸພາສິດເພິ່ນວ່າ: ເຮືອຫລົ້ມບາດຈອດ. ການຫລີກລ່ຽງຄວາມເສຍຫາຍວັດຖຸຊັບສິນເຂົ້າຂອງເງິນທອງ ຍ້ອນໄພທຳມະຊາດເປັນເລື່ອງທີ່ພວກເຮົາສາມາດເຮັດໄດ້ ຖ້າຫາກພ້ອມກັນມີສະຕິ ເພາະວ່າໃນຍຸກນີ້ບັນຫາເຕັກໂນໂລຊີກ່ຽວກັບການຕິດຕາມຂໍ້ມູນຂ່າວສານ ເພື່ອຕ້ານ ແລະ ຫລີກລ່ຽງໄພທຳມະຊາດນັ້ນມັນໄດ້ທັນສະໄໝກ້າວໄກ ແລະ ແມ້ນຢຳໄປຫລາຍສົມຄວນແລ້ວ.
ເຖິງຢ່າງໃດກໍດີ, ອີງໃສ່ຈຸດພິເສດທາງດ້ານພູມສັນຖານຂອງປະເທດເຮົາທີ່ບໍ່ມີທິດທາງໃດຕິດກັບທະເລ, ຊ້ຳບໍ່ໜຳ ລະດັບຄວາມສູງຈາກໜ້ານ້ຳທະເລມີຫລາຍພັນແມັດ ຄວາມສ່ຽງຕໍ່ໄພພິບັດທີ່ອາດຈະເກີດຂຶ້ນຈາກທຳມະຊາດນັ້ນຍັງມີລະດັບຕໍ່າຢູ່ ຖ້າທຽບໃສ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ. ແຕ່ແນວໃດກໍດີ, ອີງໃສ່ໂຄງການສ້າງສາພັດທະນາປະເທດຊາດໃນຍຸກປັດຈຸບັນມີຫລາຍຈຸດຫລາຍບ່ອນ ພວກເຮົາໄດ້ບຸກເບີກທຳມະຊາດ ທັງເນື້ອທີ່ດິນ, ປ່າໄມ້, ພູເຂົາ ຕະຫລອດໄປເຖິງແມ່ນ້ຳລຳເຊໄດ້ດັດແປງຫລາຍສິ່ງຫລາຍຢ່າງ ເພື່ອມາຮັບໃຊ້ປະເທດຊາດ ເປັນຕົ້ນສ້າງເຂື່ອນໄຟຟ້ານ້ຳຕົກ, ສ້າງເຂດເສດຖະກິດພິເສດ, ເສດຖະກິດສະເພາະ, ສ້າງຕຶກອາຄານສະຖານທີ່, ສ້າງນິຄົມກະເສດ ແລະ ອື່ນໆ. ສິ່ງເກີດໃໝ່ເຫລົ່ານີ້ອາດຈະເປັນການກະທົບເຖິງທຳມະຊາດ ແລະ ສິ່ງແວດລ້ອມ ອັນສຳຄັນກວ່າໝູ່ໝົດແມ່ນລະບົບນິເວດວິທະຍາບໍ່ຫລາຍກໍໜ້ອຍ. ແຕ່ຈຳເປັນພວກເຮົາກໍຕ້ອງໄດ້ເຮັດເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຮັ່ງມີຂອງປະເທດຊາດ. ດ້ວຍສາເຫດ ແລະ ປັດໄຈຕ່າງໆທີ່ກ່າວມານີ້ ບັນຫາການຕິດຕາມຂໍ້ມູນຂ່າວສານກ່ຽວກັບອຸຕຸນິຍົມ ແລະ ອຸທົກກະສາດຈຶ່ງເປັນສິ່ງຈຳເປັນສຳລັບພວກເຮົາ.