ວັນທີ 17 ມີນານີ້, ທ່ານ ໂດນັນ ທຣັມ ປະທານາທິບໍດີອາເມລິກາ ໄດ້ຮ່ວມກັບທ່ານນາງ ແອນຈີລາ ເມີເກວ ນາຍົກ ລັດຖະມົນຕີເຢຍລະມັນ ທີ່ໄດ້ເດີນທາງມາຢ້ຽມຢາມສະຫະລັດອາເມລິກາ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຕົນໄດ້ກ່າວ ຢ້ຳຕໍ່ທ່ານນາງ ເມີເກວ ໃນຫຼັກໝັ້ນທີ່ສະໜັບສະໜູນກຸ່ມນາໂຕຢ່າງເດັດດ່ຽວໜຽວແໜ້ນ ທັງເລັ່ງໃຫ້ປະເທດພັນທະມິດ ປະຕິບັດພັນທະການເງິນໃນວຽກງານປ້ອງກັນຂອງກຸ່ມນາໂຕ. ພ້ອມດຽວກັນນັ້ນ, ທ່ານ ທຣັມ ຍັງເນັ້ນຄວາມສຳຄັນ ຂອງການຄ້າຍຸຕິທຳ.
ທ່ານນາງ ເມີເກວ ຢືນຢັນວ່າ: ລາຍຈ່າຍດ້ານການປ້ອງກັນປະເທດຂອງເຢຍລະມັນໃນປີ2016 ໄດ້ເພີ່ມຂຶ້ນ 8% ແລະ ປະເທດຕົນໃຫ້ຄຳໝັ້ນສັນຍາວ່າ: ຮອດປີ 2024 ຈະບັນລຸເປົ້າໝາຍໃຫ້ງົບປະມານປ້ອງກັນປະເທດກວມລວມ ຍອດຜະລິດຕະພັນ ຫຼື GDP ເຖິງ 2%.