“ຮ້ານຂາຍເຄື່ອງຍ່ອຍທົ່ວໄປຂອງຍີ່ປຸ່ນ” ຈະເອົາຕົວລອດແນວໃດ ໃນວັນທີ່ຮ້ານມິນິມາກຄອງເມືອງ 60.000 ສາຂາ


ຍີ່ປຸ່ນ ເປັນປະເທດທີ່ຂຶ້ນຊື່ວ່າມີຮ້ານມິນິມາກໜາແໜ້ນຫລາຍທີ່ສຸດໃນໂລກ. ຂໍ້ມູນໃນປີຫລ້າສຸດ ລະບຸມີ 3 ເຈົ້າໃຫຍ່ທີ່ຄອງຕຳແໜ່ງສາຂາຫລາຍທີ່ສຸດ ປະກອບມີ: FamilyMart ຈຳນວນ 24.243 ສາຂາ, 7-Eleven ຈຳນວນ 20.392 ສາຂາ ແລະ Lawson ຈຳນວນ 14.011 ສາຂາ ລວມກັນປະມານ 58.500 ສາຂາ ຍັງບໍ່ລວມຮ້ານນ້ອຍອື່ນໆອີກ ເຊິ່ງລວມແລ້ວອາດມີບໍ່ຕໍ່າກວ່າ 60.000 ສາຂາແນ່ນອນ ແລະ ຍັງບໍ່ລວມ “ຕູ້ຂາຍເຄື່ອງອັດຕະໂນມັດ” ທີ່ທ່ານສາມາດຊື້ນ້ຳດື່ມ, ກາເຟ, ກະແລ້ມ, ເຂົ້າໜົມຫວານ, ຂອງກິນ ແລະ ຢາສູບໄດ້ ຕັ້ງຢູ່ທົ່ວປະເທດ 5,5 ລ້ານຕູ້. ແບບນີ້ຮ້ານຂາຍເຄື່ອງຍ່ອຍທົ່ວໄປຢູ່ຍີ່ປຸ່ນຈະຢູ່ໄດ້ແນວໃດ ? ພວກເຂົາປະສົບບັນຫາຍອດຂາຍຫລຸດລົງແບບໃດ ? ແລະ ມີແນວທາງປັບຕົວແນວໃດ ?
- ເພາະເປັນເລື່ອງທີ່ຫລີກລ່ຽງບໍ່ໄດ້
ໃນໂລກຍຸກໃໝ່ ຕ້ອງຍອມຮັບວ່າການເຂົ້າມາແຂ່ງຂັນຂອງບໍລິສັດຕ່າງປະເທດອາດເກີດຂຶ້ນແບບຫລີກລ່ຽງບໍ່ໄດ້ ເລີ່ມຈາກ 2 ຍີ່ຫໍ້ໃຫຍ່ເຊັ່ນ: 7-Eleven ແລະ Lawson ກໍເປັນນັກທຸລະກິດຍີ່ປຸ່ນເອງ ທີ່ແນມເຫັນຊ່ອງທາງສ້າງຮ້ານມິນິມາກ ໄປເຊັນສັນຍາຍີ່ຫໍ້ອາເມລິກາເຂົ້າມາ.
ສ່ວນ FamilyMart ນີ້ກໍແມ່ນຍີ່ຫໍ້ຂອງຍີ່ປຸ່ນ ທີ່ເປີດມາສູ້ກັບຮ້ານມິນິມາກຍີ່ຫໍ້ຕ່າງປະເທດ. ໃນເມື່ອແຕ່ລະຍີ່ຫໍ້ຕ່າງກໍຕ້ອງແຂ່ງຂັນກັນເອງ ພວກເຂົາອາດບໍ່ຕົກລົງກັນດອກວ່າ: ເຮົາຈະເປີດ 1000 ສາຂາເດີ້, ສ່ວນເຈົ້າເປີດ 100 ສາຂາ ຢ່າເປີດເກີນຈຳນວນເດັດຂາດ, ແຕ່ລະຍີ່ຫໍ້ຕ່າງກໍເລັ່ງຂະຫຍາຍສາຂາໄປໃຫ້ຄວບຄຸມທົ່ວປະເທດ ນັ້ນຄືໂອກາດການເຕີບໃຫຍ່ທາງທຸລະກິດຂອງພວກເຂົາ. ເພາະສະນັ້ນ ຜົນກະທົບຈາກຮ້ານມິນິມາກຂະຫຍາຍສາຂາຢ່າງວ່ອງໄວຈົນເຂົ້າມາຍາດສ່ວນແບ່ງຂອງຮ້ານຄ້າເກົ່າກາຍເປັນສິ່ງທີ່ເກີດຂຶ້ນຢູ່ຍີ່ປຸ່ນ.
- ຄິດຄົ້ນກົນລະຍຸດຈຸດເດັ່ນອອກມາສູ້ ແຕ່ສຸດທ້າຍຮ້ານມິນິມາກພັດເຮັດໄດ້ດີກວ່າ
ແຕ່ກ່ອນຮ້ານຂາຍເຄື່ອງທົ່ວໄປມີຂໍ້ດີຄືການພົວພັນໃກ້ຊິດກັບຄົນໃນທ້ອງຖິ່ນ ຫລື ການບໍລິການທີ່ຍິ້ມແຍ້ມແຈ່ມໃສ, ແຕ່ຮ້ານມິນິມາກຢູ່ຍີ່ປຸ່ນ ກໍອົບຮົມພະນັກງານໃຫ້ມີຈິດໃຈບໍລິການຄືກັນ ຫລາຍຄົນອາດຈະລຶ້ງເຄີຍກັບພາບພະນັກງານໜ້າບູດໃນຮ້ານມິນິມາກ, ແຕ່ພະນັກງານຮ້ານມິນິມາກຢູ່ຍີ່ປຸ່ນຈະຍິ້ມ ແລະ ເຕັມໃຈບໍລິການໃນທຸກໆຄັ້ງ. ຮ້ານແບບເກົ່າຈະງັດກົນລະຍຸດຍິ້ມແຍ້ມກວ່າມາສູ່ ກໍເກືອບຈະເປັນໄປບໍ່ໄດ້ ເຫລືອພຽງລູກຄ້າປະຈຳ ແລະ ສິນຄ້າທີ່ແຕກຕ່າງຈາກຮ້ານມິນິມາກເທົ່ານັ້ນ.
ຖ້າທ່ານຄິດວ່າຮ້ານມິນິມາກຢູ່ລາວ ມີບໍລິການຄົບຖ້ວນຈົນໜ້າຕົກໃຈແລ້ວ ຮ້ານມິນິມາກຢູ່ຍີ່ປຸ່ນກໍມີຄືກັນ, ຮ້ານຂາຍເຄື່ອງທົ່ວໄປມີກະແລ້ມຂາຍ ຮ້ານມິນິມາກກໍມີຂາຍຄືກັນ ແລະ ລົດຊາດກໍມີຫລາຍກວ່າອີກ. ຮ້ານມິນິມາກປັບຕົວຈາກການຂາຍພຽງໄກ່ຈືນ, ຮອດດອກ ພໍຮຽນຮູ້ຕະຫລາດວ່າຄົນຍີ່ປຸ່ນມັກຫຍັງ ກໍເອົາຂອງກິນພື້ນບ້ານເຊັ່ນໂອເດັ້ງ ຫລື ຣາເມນເຂົ້າໄປຂາຍ. ເມື່ອຝົນຕົກ ຢາກຈະຊື້ຄັນຮົ່ມ ຫລື ເສື້ອກັນຝົນ ກໍມີຂາຍ, ຢາກກິນກາເຟ, ຊາ ແບບເຢັນ ຫລື ຮ້ອນ ກໍມີຂາຍ. ຈະກັອບປີ້ເອກະສານ, ປຣິ້ນວຽກຕ່າງໆ ກໍມີບໍລິການໃຫ້. ກະທັ້ງບາງສາຂາມີຈັກຊັກເຄື່ອງ ມາເປີດໃຫ້ບໍລິການຊັກແຫ້ງເຖິງໜ້າຮ້ານມິນິມາກ.
ເຖິງຈຸດນີ້ລອງຄິດເບິ່ງວ່າຮ້ານຂາຍເຄື່ອງທົ່ວໄປທີ່ຂາຍໄດ້ ຈະຂາຍຫຍັງ ?
ເມື່ອຂາຍອາຫານ ແລະ ຂອງຈິປາຖະສູ້ບໍ່ໄດ້ ກໍຕ້ອງຂາຍເຄື່ອງສະເພາະທາງ
- ບໍ່ປັບກໍບໍ່ລອດ ຈັ່ງຊັ້ນໄປຂາຍແນວອື່ນແທນ
ສ່ວນນີ້ໄດ້ລັດຖະບານ ແລະ ໜ່ວຍງານທ້ອງຖິ່ນ ຊ່ວຍສະໜັບສະໜູນໃນການສ້າງເອກະລັກຂອງແຕ່ລະພື້ນທີ່ ບາດນີ້ກາຍເປັນວ່າມີທັງຂອງຕ້ອນ ແລະ ເຄື່ອງທີ່ລະລຶກຂຶ້ນມາອີກ, ແຕ່ຮ້ານຄ້າໃນທ້ອງຖິ່ນ ບໍ່ວ່າຈະເປັນຮ້ານອາຫານ, ຮ້ານເຂົ້າໜົມ, ຮ້ານຂອງຕ້ອນ ຫລື ຮ້ານຂາຍເຄື່ອງທົ່ວໄປໃນທ້ອງຖິ່ນ ກໍຍາດລູກກັນຄືເກົ່າ.
ເຮັດແນວໃດລະບາດນິ ?
ວິທີແກ້ຄື ຖ້າຍາດລູກຄ້າກັນ ເຮົາກໍເພີ່ມຈຳນວນຄົນທີ່ໄປທ່ຽວ, ຖ້າຄົນໄປຫລາຍ ລູກຄ້າກໍຈະຫລາຍຂຶ້ນ ແລະ ຍອດຂາຍຈະດີເອງ.
ລັດຖະບານຍີ່ປຸ່ນຈຶ່ງສົ່ງເສີມການທ່ອງທ່ຽວພາຍໃນປະເທດ ແລະ ເນັ້ນນະໂຍບາຍເປີດຮັບນັກທ່ອງທ່ຽວຕ່າງປະເທດຫລາຍຂຶ້ນ ນັບແຕ່ປີ 2000 ເປັນຕົ້ນມາ. ໃນຈຸດນີ້ ຕ້ອງຢ້ອນກັບໄປຍ້ອງຍໍໂຄງສ້າງພື້ນຖານທາງຄົມມະນາຄົມຂອງຍີ່ປຸ່ນ ທີ່ວາງລະບົບຢ່າງດີມາຫລາຍສິບປີ ທັງຖະໜົນຫົນທາງ ແລະ ລະບົບລົດໄຟທົ່ວປະເທດ.
ການເດີນທາງທ່ອງທ່ຽວທີ່ສະດວກສະບາຍ ເປີດໂອກາດໃຫ້ຄົນຍີ່ປຸ່ນໃນແຕ່ລະພາກພື້ນ ແລະ ຄົນຕ່າງປະເທດໄດ້ມີໂອກາດໄປທ່ຽວທ້ອງຖິ່ນຕ່າງໆ. ບັດນີ້ຮ້ານຄ້າໃນພື້ນທີ່ກໍຈະຂາຍໄດ້ ບໍ່ວ່າຈະເປັນເຂດທ່ອງທ່ຽວໃນເມືອງໃຫຍ່ ຫລື ເມືອງນ້ອຍ ເຮົາຈະມັກເຫັນຮ້ານມິນິມາກ ແລະ ຮ້ານຂາຍເຄື່ອງຕ່າງໆ ສາມາດຢູ່ຮ່ວມກັນໄດ້ ໂດຍແຕ່ລະຮ້ານມີກຸ່ມເປົ້າໝາຍຈະແຈ້ງ.
- If you can’t beat them, join them.
“ເມື່ອສູ້ບໍ່ໄດ້ ກໍເຂົ້າຮ່ວມກັບພວກເຂົາເລີຍ”
ຮ້ານມິນິມາກຢູ່ຍີ່ປຸ່ນ ເລີ່ມຂະຫຍາຍສາຂາມາແຕ່ຍຸກ 70 ຄົນຍີ່ປຸ່ນຈຶ່ງລຶ້ງເຄີຍກັບຮ້ານແບບນີ້ມາເກືອບຊົ່ວອາຍຸຄົນ. ຮ້ານຂາຍເຄື່ອງທົ່ວໄປຫລາຍໆຮ້ານຜະເຊີນກັບການເຕີບໃຫຍ່ ແລະ ຂະຫຍາຍສາຂາຂອງຮ້ານມິນິມາກມາແຕ່ 20 ປີຜ່ານມາຈົນຮອດປັດຈຸບັນ. ບາງກິດຈະການຖືກສົ່ງຕໍ່ໃຫ້ລູກຫລານເບິ່ງແຍງ, ບາງກິດຈະການທີ່ເຈົ້າຂອງເກົ່າເບິ່ງແຍງມາເປັນສິບປີ ຈົນຮູ້ສຶກອີ່ມຕົວ ແລະ ກໍມີຫລາຍກິດຈະການທີ່ເລືອກປ່ຽນເປັນແຟຣນໄຊຮ້ານມິນິມາກເລີຍ ເພາະລູກຫລານຂອງກິດຈະການຮ້ານຂາຍເຄື່ອງທົ່ວໄປ ເບິ່ງວ່າການພັດທະນາຕົນເອງຈາກຮ້ານເກົ່າ ເປັນຮ້ານມິນິມາກ ມັນຄື “ໂອກາດໃໝ່ທາງທຸລະກິດ”. ໂອກາດຂອງການປ່ຽນແປງ ບາງຄັ້ງໂລກມັນໝູນໄປ ເຮົາຕ້ອງປັບຕົວຕາມໄປກັບມັນ…
ຂະນະທີ່ແຟຣນໄຊເຈົ້າດັງນັ້ນ ມີໃຫ້ເລືອກເຖິງ 3 ຍີ່ຫໍ້ (ລວມທັງມີຍີ່ຫໍ້ນ້ອຍໆອື່ນອີກ). ໃນມຸນເຈົ້າຂອງແຟຣນໄຊ ຕ້ອງນຳຂໍ້ສະເໜີທາງທຸລະກິດທີ່ດີ ແລະ ຮູ້ສຶກກຸ້ມຄ່າກວ່າອີກ 2 ເຈົ້າທີ່ເຫລືອ ເພື່ອຈູງໃຈໃຫ້ຮ້ານຂາຍເຄື່ອງທົ່ວໄປໃນທ້ອງຖິ່ນຫັນມາເປີດຮ້ານກັບເຂົາ. ໃນມຸມເຈົ້າຂອງຮ້ານຂາຍເຄື່ອງທົ່ວໄປ ກໍມີຕົວເລືອກໃຫ້ພິຈາລະນາວ່າຈະເລືອກຂໍ້ສະເໜີໃດ, ພວກເຂົາຈະໄດ້ເລືອກແຟຣນໄຊທີ່ມີຂໍ້ສະເໜີດີທີ່ສຸດ ແລະ ກຸ້ມຄ່າຫລາຍທີ່ສຸດ.