ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ສາຂາແຂວງສະຫວັນນະເຂດ ມອບເຄື່ອງໃຫ້ນັກຮຽນປະຖົມບ້ານຕາກແດດ


ໃນວັນທີ 29 ສິງຫາຜ່ານມານີ້, ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ສາຂາແຂວງສະຫວັນນະເຂດ ນຳໂດຍທ່ານ ຟ້າມວັນຮາ ຫົວໜ້າສາຂາທະນາຄານດັ່ງກ່າວ ໄດ້ນຳເອົາເຄື່ອງນັກຮຽນເຊັ່ນ: ກະເປົາ, ປຶ້ມຂຽນ, ປຶ້ມແບບຮຽນ, ອຸປະກອນການຮຽນຈຳນວນໜຶ່ງ ພ້ອມດ້ວຍເຕົ້ານ້ຳເຢັນ-ຮ້ອນ, ອ່າງລ້າງມື ໄປມອບໃຫ້ໂຮງຮຽນປະຖົມບ້ານຕາກແດດ ເມືອງໄຊພູທອງ ແຂວງດັ່ງກ່າວ ລວມມູນຄ່າ 7 ລ້ານກີບ ໂດຍການຕ້ອນຮັບຈາກອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ຄະນະອຳນວຍການ, ຄູ-ອາຈານ ຕະຫລອດຮອດນ້ອງນັກຮຽນພາຍໃນໂຮງຮຽນດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ທ່ານ ສີວິໄລ ໄຊຍະສິດ ຮອງຫົວໜ້າສາຂາທະນາຄານຮ່ວມທຸລະກິດ ລາວ-ຫວຽດ ໃຫ້ຮູ້ວ່າ: ເພື່ອສ້າງໂອກາດໃຫ້ມື້ເປີດສົກຮຽນໃໝ່ 2020-2021 ໄດ້ດຳເນີນໄປໂດຍດີ ທາງທະນາຄານຈຶ່ງໄດ້ນຳເອົາເຄື່ອງດັ່ງກ່າວໄປມອບໃຫ້ ເພື່ອເປັນການແບ່ງເບົາພາລະຂອງຜູ້ປົກຄອງ ພ້ອມທັງປະກອບສ່ວນກະຕຸກຊຸກຍູ້ການສຶກສາຮໍ່າຮຽນໃນເຂດຊົນນະບົດດີຂຶ້ນ.
ທ່ານ ສີວິໄລ ໄຊຍະສິດ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ປັດຈຸບັນ ທາງທະນາຄານຮ່ວມທຸລະກິດ ລາວ-ຫວຽດ ໄດ້ຜັນຂະຫຍາຍຜະລິດຕະພັນໃໝ່ຄື LVB Digi Bank ເຊິ່ງເປັນຜະລິດຕະພັນທີ່ຕອບສະໜອງບັນດາທຸລະກຳທາງດ້ານການທະນາຄານຜ່ານລະບົບອິນເຕີເນັດ ເຮັດໃຫ້ລູກຄ້າມີຄວາມສະດວກສະບາຍໃນການເຮັດທຸລະກຳ ເຊິ່ງມີຫລາກຫລາຍຜະລິດຕະພັນລວມຢູ່ໃນ LVB Digi Bank.