ສະຫະລັດຢາກໃຫ້ ເກົາຫຼີເໜືອກັບຄືນເຈລະຈາ
September 4, 2020 - 5:07 PM


ແຫຼ່ງຂ່າວຈາກ tuoitre, ວັນທີ 3 ກັນຍານີ້ ໃຫ້ຮູ້ວ່າ: ສະຫະລັດຢາກໃຫ້ເກົາຫຼີເໜືອ ກັບຄືນເຈລະຈາ, ພາຍຫຼັງມີບົດລາຍງານສະບັບໃໝ່ຂອງຫຼາຍອົງກອນໃນສະຫະລັດໃຫ້ຮູ້ວ່າ: ພຽງຢາງຍັງດຳເນີນໂຄງການພັດທະນາລູກສອນໄຟຢູ່.
ທູດພິເສດດ້ານປະລະມະນູຂອງເກົາຫຼີໃຕ້ ແລະ ສະຫະລັດ ໄດ້ມີຄວາມພະຍາຍາມຮ່ວມກັນເພື່ອແນໃສ່ຕໍ່ການເຈລາຈາກັບເກົາຫຼີເໜືອຄືນໃໝ່ພາຍຫຼັງຖືກຢຸດສະງັກມາໄລຍະໜຶ່ງ. ພ້ອມດຽວກັນນັ້ນ ວໍຊິງຕັນຍັງຄົງສ້າງຄວາມກົດດັນຕໍ່ ພຽງຢາງຕະຫຼອດມາ.
ການເຈລະຈາບັນຫາປະລະມະນູລະຫວ່າງ ວໍຊິງຕັນກັບພຽງຢາງ ຖືກສະງັກງັນລົງ ພາຍຫຼັງການພົບປະສຸດຍອດສອງຄັ້ງລະຫວ່າງ ດໍນັລທຣຳ ກັບຜູ້ນຳຂອງເກົາຫຼີເໜືອ ທ່ານຄີມຈອງອູນໃນເດືອນມີຖຸນາ 2018 ແລະ ເດືອນກຸມພາ 2019.
ຂ່າວ: ລູກເມືອງພວນ.