ຫວຽດນາມຖືກເຊີນໃຫ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20


ຂ່າວຈາກ laodong, ວັນທີ 4 ກັນຍານີ້ ໃຫ້ຮູ້ວ່າ: ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ທ່ານ ຟາມບິງມິງ ເຂົ້າຮ່ວມກອງປະຊຸມທາງອອນລາຍລັດຖະມົນຕີການຕ່າງປະເທດ G20 ໃນວັນທີ 3 ກັນຍາ.
ໂດຍຕອບສະໜອງການເຊື່ອເຊີນຂອງກະຊວງການຕ່າງປະເທດ Saudi Arabia Faisal bin Farhan Al Saud, ປະທານ G20 ປີ 2020. ວັນທີ 3 ກັນຍານີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟາມບິງມິງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງ G20 ແບບອອນລາຍ, ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືຜ່ານແດນ”
ນີ້ເປັນກອງປະຊຸມການຕ່າງປະເທດພິເສດທີ່ຈັດຂຶ້ນໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ລະບາດຢ່າງຮ້າຍແຮງຢູ່ໃນທົ່ວໂລກ. ຫຼາຍເສດຖະກິດຂະໜາດໃຫ່ຍໃນໂລກຖືກຖົດຖອຍຢ່າງຮ້າຍແຮງໃນຫຼາຍທົດສະຕະວັດທີ່ຜ່ານມາ. ການຈຳກັດການໄປມາ ແລະ ປິດຊາຍແດນ ເຖິງແມ່ນຈະສາມາດສະກັດກັ້ນການລະບາດຂອງພະຍາດໄດ້ກໍຕາມ ແຕ່ກໍໄດ້ສົ່ງຜົນສະທ້ອນບໍ່ໜ້ອຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ການຄ້າ, ການລົງທຶນ ແລະ ການຄົມມະນາຄົມສາກົນຖືກຢຸດສະງັກ.
ຖືກເຊີນໃຫ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ທາງອອນລາຍຄັ້ງນີ້ປະກອບມີ: Việt Nam, Singapore, Jordan, UAE, Rwanda, Spain, Switzerland ພ້ອມດ້ວຍບັນດາຜູ້ນຳຂອງບັນດາອົງການຈັດຕັ້ງສາກົນໃຫ່ຍໆເຊັ່ນ: ສະຫະປະຊາຊາດ (UN), ອົງການອະນາໄມໂລກ (WHO), ທະນາຄານໂລກ(WB), ອົງການຈັດຕັ້ງ ເພື່ອການພັດທະນາເສດຖະກິດໂລກ(OECD).
ຫວຽດນາມຖືກເຊື່ອເຊີນໃຫ້ເຂົ້າຮ່ວມກອງປະຊຸມໃນນາມເປັນປະທານ ອາຊຽນ. ມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວ, ທ່ານ ຟາມບິງມິງຢືນຢັນວ່າ: ການໃຫ້ການສະໜັບສະໜູນ ແລະ ຮ່ວມມືຂອງຫວຽດນາມຕໍ່ກັບ G20 ແລະ ອົງການຈັດຕັ້ງສາກົນເພື່ອຕ້ານໂຄວິດ-19 ແລະ ຊຸກຍູ້ການຟື້ນຟູດ້ານເສດຖະກິດນັ້ນ, ສະແດງໃຫ້ເຫັນວ່າ ຫວຽດນາມແມ່ນສະມາຊິກທີ່ຂະຫຍັນຂັນແຂງ, ເປັນເຈົ້າການໃນການປະກອບສ່ວນຄວາມຮັບຜິດຊອບຂອງຕົນໃນການເພີ່ມທະວີການຮ່ວມມືໃນທົ່ວໂລກໃນການຮັບມືກັບສິ່ງທ້າທາຍລວມຂອງໂລກ.
ຂ່າວ: ລູກເມືອງພວນ.