ຄະນະບໍລິຫານງານສູນກາງຊາວໜຸ່ມ ມອບເຄື່ອງຊ່ວຍເຫຼືອໃຫ້ສູນກັກກັນຊົ່ວຄາວສະໜາມກິລາຫຼັກ 4 ສະຫວັນນະເຂດ


ໃນວັນທີ 4 ກັນຍານີ້, ທ່ານ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ຊຶ່ງປະກອບມີ: ນ້ຳດື່ມ, ປາກະປ໋ອງ, ໜີ່, ຢາຖູແຂ້ວ, ເຂົ້າສານ, ເຈວລ້າງມື ແລະ ອື່ນໆ ມີມູນຄ່າ 8,5 ລ້ານກີບ ໄປມອບໃຫ້ສູນກັກກັນຊົ່ວຄາວແຮງງານທີ່ເດີນທາງມາຈາກຕ່າງປະເທດ ທີ່ສູນສະໜາມກິລາຫຼັກ 4 ແຂວງສະຫວັນນະເຂດ ເພື່ອນໍາໄປແຈກຢາຍໃຫ້ຜູ້ຖືກກັກກັນບໍລິເວນຢູ່ທີ່ສູນດັ່ງກ່າວໄດ້ນໍາໃຊ້ພຽງພໍ.
ຂ່າວໃຫ້ຮູ້ອີກວ່າ: ໃນມື້ດຽວກັນນີ້, ທະນາຄານຊາຄອມແບ໋ງ ສາຂາແຂວງສະຫວັນນະເຂດ ກໍໄດ້ນຳເອົາເຄື່ອງຮັບໃຊ້ຫ້ອງການເຊັ່ນ: ຄອມພິວເຕີ 1 ຊຸດ, ຕູ້ໃສ່ເອກະສານ 2 ໜ່ວຍ ແລະ ແຟ້ມເອກະສານ ຈຳນວນ 500 ອັນ ລວມມູນຄ່າ 40 ລ້ານກີບ ໄປມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງພະແນກການດັ່ງກ່າວ.