ວັກຊີນຂອງ Oxford ຖືກໃຫ້ເລື່ອນການທົດລອງຊົ່ວຄາວ


ສຳນັກຂ່າວ Zing, ລາຍງານວັນທີ 9 ກັນຍານີ້ວ່າ: ໂຮງງານຜະລິດຜະລິດຕະພັນຢາ AstraZeneca ໃຫ້ຮູ້ວ່າ: ວັກຊີນໂຄວິດ-19 ພັດທະນາໂດຍມະຫາວິທະຍາໄລ Oxford ນັ້ນ, ເຮັດໃຫ້ຜູ້ອາສາສະໝັກຄົນໜຶ່ງສັກວັກຊີນດັ່ງກ່າວເກີດອາການເປັນໄຂ້ ໂດຍບໍ່ຮູ້ສາເຫດ.
ບໍລິສັດ AstraZeneca ປະກາດວ່າ: “ພາຍຫຼັງມີການທົດສອບເບິ່ງມາດຕະຖານຂອງຢາແລ້ວ, ພວກເຮົາໄດ້ຕັດສິນໃຈໃຫ້ຢຸດຕິຊົ່ວຄາວການສັກວັກຊີນໄວ້ກ່ອນ ເພື່ອໃຫ້ຄະນະກຳມະການອິດສະຫຼະຕີລາຄາຄວາມປອດໄພຂອງຕົວຢານັ້ນອີກຄັ້ງ”.
ຄຳຖະແຫຼງການດັ່ງກ່າວຍັງໃຫ້ຮູ້ເພີ່ມເຕີມວ່າ: “ອັນນັ້ນມັນເປັນເລື່ອງທຳມະດາ, ຖ້າວັກຊີນຫາກສ້າງຜົນກະທົບຂ້າງຄຽງຂຶ້ນມາ ທີ່ບໍ່ທັນຮູ້ສາເຫດທີ່ແທ້ຈິງຈາກຜູ້ອາສາສະໝັກສັກທົດລອງວັກຊີນກໍຕ້ອງຢຸດຕິກ່ອນ. ໃນການສອບສວນຫາສາເຫດນັ້ນ ພວກເຮົາຈະສືບຕໍ່ຮັກສາຄວາມປອດໄພຂອງຕົວຢາໃນການສັກທົດລອງຄັ້ງກ່ອນໜ້ານັ້ນ”.
ບໍລິສັດການຢາ AstraZeneca ກຳລັງຮ່ວມມືກັບມະຫາວິທະຍາໄລ Oxford ເພື່ອຜະລິດວັກຊີນຕ້ານໄວຣັດໂຄໂຣນາ. ອົງການດັ່ງກ່າວໄດ້ເລີ່ມຕົ້ນການທົດສອບຕົວຢາຢູ່ໃນໄລຍະ 3 ໃນອາທິດທີ່ຜ່ານມານີ້. ສຳນັກຂ່າວ NBC ຢືນຢັນວ່າ: ການຢຸດຕິການທົດສອບຊົ່ວຄາວວັກຊີນຂອງມະຫາວິທະຍາໄລ Oxford ນັ້ນ ຈະສ້າງຜົນສະທ້ອນເຖິງຂະບວນວິວັດແຫ່ງການພັດທະນາ ວັກຊີນຕ້ານໂຄວິດ-19 ຂອງສະຫະລັດອາເມລິກາ.
ທ່ານໝໍ Paul Offit, ຜູ້ອຳນວຍການສູນການສຶກສາກ່ຽວກັບວັກຊີນຂອງໂຮງໝໍເດັກ Philadelphia ລະບຸວ່າ: ການຢຸດຕິການທົດສອບຊົ່ວຄາວ ເພື່ອຕີລາຄາຄືນການສ້າງໃຫ້ເກີດອາການຂ້າງຄຽງຂຶ້ນມານັ້ນມັນບໍ່ແມ່ນ ປາກົດການທີ່ເຄີຍເຫັນມາກ່ອນ ຊຶ່ງມັນມີທີ່ມາຂອງມັນ.
ທ່ານໝໍ Gregory Poland ຜູ້ຊ່ຽວຊານພະຍາດຕິດຕໍ່ໃຫ້ຮູ້ວ່າ: “ການທົດສອບວັກຊີນຈະຖືກຢຸດຕິຊົ່ວຄາວຖ້າຫາກເກີດອາການຂ້າງຄຽງ. ຄະນະກຳມະການຕິດຕາມ ຈະເບີ່ງຄືນຂໍ້ມູນໃຫ້ລະອຽດຕື່ມ. ຈາກນັ້ນຈະຕັດສິນໃຈສືບຕໍ່ການທົດລອງ ຫຼື ບໍ່ ຫຼື ອາດຈະປ່ຽນຢາໄປໃນທິດທາງອື່ນກໍເປັນໄດ້”.
ຂ່າວ: ລູກເມືອງພວນ.