ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ

ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ -                                                                       4                                               32 - ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ
ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ - kitchen vibe - ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ

ພິທີມອບ-ໂອນການຄຸ້ມຄອງສູນກຳຈັດບໍລິເວນຫລັກ 27 ນະຄອນຫລວງວຽງຈັນ (ນວ) ລະຫວ່າງ ຄະນະສະເພາະກິດ ນວ ໃຫ້ກັບກົມເສນາຮັກ ກະຊວງປ້ອງກັນປະເທດຄຸ້ມຄອງຢ່າງເຕັມສ່ວນ, ໃນວັນທີ 9 ກັນຍານີ້, ທີ່ຫ້ອງວ່າການນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າເປັນບ່ອນກັກກັນຈຳກັດບໍລິເວນຄົນລາວ ທີ່ເດີນທາງຈາກຕ່າງປະເທດເຂົ້າມາ ສປປ ລາວ. ໂດຍການເຂົ້າຮ່ວມ ຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າຄະນະສະເພາະກິດ ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ນາລີ ຂັນທະລັກ ຫົວໜ້າສູນຫລັກ 27 ໄດ້ລາຍງານວ່າ:  ໜ່ວຍງານຄຸ້ມຄອງກໍລະນີກັກກັນ ແລະ ອະນາໄມກັນພະຍາດ ເພື່ອຕອບໂຕ້ພະຍາດໂຄວິດ-19 ຂັ້ນນະຄອນຫລວງວຽງຈັນ ນັບຕັ້ງແຕ່ວັນທີ 4 ພຶດສະພາ ຫາ 31 ສິງຫາ 2020 ຢູ່ສູນດັ່ງກ່າວ ໄດ້ມີແຮງງານລາວກັບມາຈາກຕ່າງປະເທດເຂົ້າມາກັກກັນຢູ່ສູນ ທັງໝົດ 3.528 ຄົນ, ຍິງ 1.860 ຄົນ, ມາຈາກປະເທດໄທ 2.925 ຄົນ, ຜ່ານດ່ານຂົວມິດຕະພາບລາວ-ໄທ1 2.708 ຄົນ, ລັກຂ້າມມາເອງບໍ່ຜ່ານດ່ານ 218 ຄົນ, ມາຈາກປະເທດອື່ນໆ 601 ຄົນ. ໃນນັ້ນເປັນຄົນອາໃສຢູ່ນະຄອນຫລວງ 1.097 ຄົນ, ຍິງ 627 ຄົນ, ຕ່າງແຂວງ 2.352 ຄົນ, ຍິງ 1.146 ຄົນ. ປັດຈຸບັນ ຍັງສືບຕໍ່ກັກກັນຢູ່ສູນ 149 ຄົນ, ຍິງ 86 ຄົນ, ຄົນນະຄອນຫລວງ 79 ຄົນ, ຍິງ 43 ຄົນ ຕ່າງແຂວງ 70 ຄົນ, ຍິງ 43 ຄົນ. ໄລຍະຜ່ານມາການປະຕິບັດກິດຈະກຳຢູ່ສູນດັ່ງກ່າວ, ພວກເຮົາແມ່ນໄດ້ໂຄສະນາສຸຂະສຶກສາ ໃຫ້ຄວາມຮູ້ ກ່ຽວກັບການປ້ອງກັນພະຍາດໂຄວິດ-19, ພະຍາດຕິດຕໍ່ອື່ນໆ ແລະ ການຮັກສາອະນາ ໄມ 3 ສະອາດ ໃນການດຳລົງຊີວິດຢູ່ສູນ ໃຫ້ແກ່ແຮງານລາວທີ່ເຂົ້າມາ ເພື່ອໃຫ້ເຂົາເຈົ້າຮັບຮູ້ ເຂົ້າໃຈ ແລະ ເປັນເຈົ້າການປະຕິບັດດ້ວຍຕົນເອງ, ພ້ອມນີ້ຍັງໄດ້ຕິດຕາມວັດແທກອຸນຫະພູມຮ່າງກາຍ ໃຫ້ບັນ ດາແຮງງານທຸກຄົນທີ່ເຂົ້າມາພັກໃນສູນມື້ລະ 2 ຄັັ້ງ, ເຮັດອະນາໄມພົ່ນຢາຂ້າເຊື້ອຫ້ອງນອນ ກ່ອນແຮງງານຈະເຂົ້າມາພັກ ແລະ ຫລັງຈາກແຮງງານອອກຈາກສູນ ແລະ ມາດຕະການອື່ນໆ.

ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ - Visit Laos Visit SALANA BOUTIQUE HOTEL - ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ

ທ່ານ ນາງ ນາລີ ຂັນທະລັກ ໃຫ້ຮູ້ຕື່ມວ່າ: ໃນໄລຍະປະຕິບັດວຽກງານຢູ່ສູນຫລັກ 27 ນີ້, ຍັງມີບັນຫາຂໍ້ຫຍຸງຍາກຫລາຍດ້ານ ເປັນຕົ້ນ ສູນບໍ່ມີລົດແພດປະຈໍາສູນ, ບໍ່ມີຊ່າງໄຟຟ້າ, ນໍ້າປະ ປາປະຈໍາ, ການເກັບມ້ຽມຂີ້ເຫຍື້ອຍັງບໍ່ເປັນລະບົບເທົ່າທີ່ຄວນ, ການປະສານງານກັບຕ່າງແຂວງ ເວ ລາມາຮັບແຮງງານແມ່ນພົບຄວາມຫຍຸ້ງຍາກ ແລະ ບໍ່ມີງົບປະມານແຮສູນ. ດັ່ງນັ້ນ, ຈຶ່ງສະເໜີມາຍັງຄະນະຮັບຜິດຊອບສູນຂັ້ນສູນກາງ, ຂັ້ນ ນວ ແລະ ກົມເສນາຮັກກະຊວງປ້ອງກັນປະເທດ ຈົ່ງພ້ອມກັນລົງໃກ້ຊິດຕິດແທດຕື່ມອີກ.

 

ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ - 4 - ມອບ-ໂອນ ສູນຈໍາກັດບໍລິເວນຫລັກ 27 ໃຫ້ກົມເສນາຮັກ ຄຸ້ມຄອງແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!