Singapore Airlines ກຽມປົດພະນັກງານ 4.300 ຕຳແໜ່ງ ເປັນເທື່ອທຳອິດ ແລະ ຈຳນວນຫລາຍທີ່ສຸດໃນປະຫວັດສາດ


ກຸ່ມສາຍການບິນ Singapore Airlines (SIA) ໄດ້ອອກຖະແຫລງການເຖິງການຕັດສິນໃຈທີ່ຍາກລຳບາກທີ່ສຸດ ໂດຍກຽມປົດພະນັກງານ 4.300 ຕຳແໜ່ງ ຫລື ປະມານ 20% ຂອງຈຳນວນພະນັກງານທັງໝົດ ເຊິ່ງເປັນຜົນກະທົບຈາກການລະບາດຂອງໂຄວິດ-19 ໂດຍນີ້ຖືເປັນການປົດພະນັກງານຄັ້ງທຳອິດ ແລະ ມີຈຳນວນຫລາຍທີ່ສຸດໃນປະຫວັດສາດຂອງກຸ່ມສາຍການບິນ.
Singapore Airlines ລະບຸວ່າ: ບໍລິສັດໄດ້ດຳເນີນນະໂຍບາຍງົດຮັບພະນັກງານໃໝ່ ຕະຫລອດຈົນເປີດໂຄງການລາອອກໂດຍສະໝັກໃຈ ເຊິ່ງມີຈຳນວນພະນັກງານ 2.400 ຄົນ ທີ່ໄດ້ຮັບຜົນກະທົບຈາກມາດຕະການນີ້ ທັງຢູ່ສິງກະໂປ ແລະ ຕ່າງປະເທດ ໂດຍປັດຈຸບັນ ສາຍການບິນກຳລັງເຮັດວຽກຮ່ວມກັບສະຫະພາບແຮງງານຢູ່ສິງກະໂປ ເພື່ອສະຫລຸບຂໍ້ຕົກລົງສຳລັບພະນັກງານທີ່ໄດ້ຮັບຜົນກະທົບ ເພື່ອຫລຸດຄວາມຄຽດ ແລະ ເຮັດໃຫ້ເກີດຄວາມກັງວົນໃຫ້ໜ້ອຍທີ່ສຸດ.
ຂະນະດຽວກັນ Singapore Airlines ຄາດຄະເນວ່າ: ຈະສາມາດດຳເນີນງານໄດ້ໜ້ອຍກວ່າ 50% ຂອງກຳລັງການຜະລິດ ໃນເດືອນມີນາ 2021 ເມື່ອທຽບໃສ່ລະດັບກ່ອນການລະບາດຂອງໂຄວິດ-19 ໂດຍຖ້າທຽບໃສ່ສາຍການບິນຍັກໃຫຍ່ຂອງໂລກ Singapore Airlines ຢູ່ໃນສະຖານະທີ່ບອບບາງ ເນື່ອງຈາກບໍ່ມີຕະຫລາດໃນປະເທດ ເຊິ່ງເປັນກຸ່ມທຳອິດທີ່ຈະເຫັນການຟື້ນຕົວ.
ໃນເດືອນກໍລະກົດ Singapore Airlines ລາຍງານຜົນຂາດທຶນສຸດທິ 1,12 ພັນລ້ານໂດລາສະຫະລັດ ໃນໄຕມາດສິ້ນສຸດວັນທີ 30 ມິຖຸນາ ເຊິ່ງເປັນຕົວເລກການຂາດທຶນລາຍໄຕມາດໃຫຍ່ທີ່ສຸດເປັນປະຫວັດສາດ ເນື່ອງຈາກຄວາມຕ້ອງການຫລຸດລົງທ່າມກາງຂໍ້ຈຳກັດໃນການເດີນທາງທີ່ເກີດຈາກການແຜ່ລະບາດຂອງໂຄວິດ-19.
ສະມາຄົມການຂົນສົ່ງທາງອາກາດສາກົນ ໄດ້ອອກມາຄາດຄະເນວ່າ: ຈະໃຊ້ເວລາຮອດປີ 2024 ຈຳນວນຜູ້ໂດຍສານທົ່ວໂລກຈຶ່ງຈະຟື້ນກັບມາເທົ່າກັບໄລຍະກ່ອນຈະມີການລະບາດ.