ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 14 ກັນຍາ 2020


- Oracle ສາມາດເອົາຊະນະ Microsoft ໄດ້ໃນການຊື້ປະຕິບັດການຂອງ TikTok ຢູ່ອາເມລິກາ ໂດຍລາຍງານລະບຸວ່າ ByteDance ເຊິ່ງເປັນເຈົ້າຂອງແພກຟອມໄດ້ຕົກລົງຈະເຂົ້າຮ່ວມເປັນ “ຫຸ້ນສ່ວນທາງເຕັກນິກ” ກັບບໍລິສັດຊອບແວຍັກໃຫຍ່ຂອງອາເມລິກາ.
ເຖິງຢ່າງໃດກໍຕາມ, ປະທານາທິບໍດີ ໂດນັລ ທຣຳ ຢືນຢັນວ່າ TikTok ຈະຕ້ອງຂາຍກິດຈະການທັງໝົດໃຫ້ບໍລິສັດອາເມລິກາ ໂດຍອ້າງເຖິງຄວາມກັງວົນກ່ຽວກັບຄວາມໝັ້ນຂອງປະເທດ.
- SoftBank ຕົກລົງຈະຂາຍກິດຈະການຂອງບໍລິສັດ Arm Holdings ໃຫ້ Nvidia ເຊິ່ງເປັນຜູ້ຜະລິດຊິບສັນຊາດອາເມລິກາ. ການທີ່ Nvdia ໄດ້ໃຫ້ຄວາມສຳຄັນເຈາະຈົງໃສ່ບໍລິສັດນັກອອກແບບຊິບສັນຊາດອັງກິດແຫ່ງນີ້ ເພາະວ່າໄມໂຄຣໂປຣເຊສເຊີທີ່ Arm Holdings ອອກແບບນັ້ນຖືກຝັງຢູ່ໃນສະມາດໂຟນສ່ວນໃຫຍ່ໃນປັດຈຸບັນ, ຂະນະທີ່ໂຄງການຄັ້ງນີ້ຈະມີມູນຄ່າປະມານ 40.000 ລ້ານໂດລາ.
ເມື່ອ 4 ປີກ່ອນ SoftBank ຊື້ກິດຈະການ Arm ມາໃນລາຄາ 32.000 ລ້ານໂດລາ. ຂະນະທີ່ Nvidia ກ່າວວ່າ ການຊື້ກິດຈະການຄັ້ງໃໝ່ຈະຍັງຕັ້ງຖິ່ນຖານຢູ່ຄືເກົ່າ Cambridge.
- United Russia ພັກຂອງປະທານາທິບໍດີວະລາດິເມຍ ປູຕິນ ກ່າວວ່າ ພວກເຂົາໄດ້ຮັບໄຊຊະນະໃນການເລືອກຕັ້ງທ້ອງຖິ່ນຄັ້ງຫລ້າສຸດ. ຂະນະດຽວກັນ ຜູ້ສະໝັກທີ່ໄດ້ຮັບການຮັບຮອງໂດຍ Alexei Navalny ຜູ້ນຳຝ່າຍຄ້ານຂອງຣັດເຊຍ ເຊິ່ງຖືກວາງຢາພິດ ໂດຍສາຍລັບໃນເດືອນສິງຫາຜ່ານມາ ກ່າວວ່າ ພວກເຂົາໄດ້ຮັບໄຊຊະນະຢູ່ໄຊບີເຣຍ (ພາກພື້ນໜຶ່ງຂອງຣັດເຊຍ).
ຂໍ້ກ່າວຫາກ່ຽວກັບຄວາມຜິດປົກກະຕິໃນການລົງຄະແນນສຽງຢ່າງກວ້າງຂວາງຍັງວົນວຽນຢູ່ໃນສື່ ແລະ ການສົນທະນາທົ່ວໄປ. ຂະນະທີ່ການເລືອກຕັ້ງລະດັບປະເທດຖືກກຳນົດໃຫ້ຈັດຂຶ້ນໃນປີໜ້າ.
- ປະຊາຊົນຢ່າງໜ້ອຍ 100.000 ຄົນໄດ້ອອກໄປແຫ່ຂະບວນຕາມທ້ອງຖະໜົນໃນປະເທດເບລາຣຸສ ເພື່ອປະທ້ວງຕໍ່ຕ້ານ Alexander Lukashenko ເຊິ່ງປົກຄອງປະເທດມາກວ່າ 26 ປີ.
ການແຫ່ຂະບວນປະທ້ວງ ໄດ້ກາຍເປັນເລື່ອງປົກກະຕິຂອງປະເທດ ຫລັງຈາກມີຂ່າວອອກມາວ່າ ທ່ານສໍ້ໂກງການເລືອກຕັ້ງປະທານາທິບໍດີຢ່າງໂຈ່ງແຈ້ງໃນເດືອນສິງຫາຜ່ານມາ ເຊັ່ນດຽວກັບຄວາມໂຫດຮ້າຍຂອງຕຳຫລວດ.
ຫລ້າສຸດ ເຈົ້າໜ້າທີ່ກ່າວວ່າ ພວກເຂົາຈັບກຸມຜູ້ຄົນປະມານ 250 ຄົນກ່ອນການປະທ້ວງໃນວັນທີ 13 ກັນຍາ.
- Tony Blair ແລະ John Major ອະດີດນາຍົກລັດຖະມົນຕີຂອງອັງກິດ ຈາກພັກແຮງງານ ແລະ ພັກອະນຸລັກນິຍົມ (ຕາມລຳດັບ) ໄດ້ອອກມາຕໍ່ຕ້ານການກະທຳຂອງລັດຖະບານປັດຈຸບັນໃນຂໍ້ຫາ “ເຮັດໃຫ້ສະຫະຣາຊະອານາຈັກອັບອາຍ” ໂດຍການທີ່ລັດຖະບານຊຸດນີ້ໄດ້ສະເໜີຮ່າງກົດໝາຍ Brexit ສະບັບໃໝ່ຊື່ວ່າ “ການຕະຫລາດພາຍໃນປະເທດ (internal-market bill)” ເຊິ່ງຈະແທນທີ່ບາງສ່ວນຂອງຂໍ້ຕົກລົງທີ່ສັນຍາຮ່ວມກັນເອົາໄວ້ກັບສະຫະພາບເອີຣົບໃນປີຜ່ານມາ.
ຂະນະດຽວກັນ ການສະເໜີຄຳເຫັນກ່ຽວກັບຮ່າງກົດໝາຍໂດຍ Boris Johnson ຈະເລີ່ມຕຶ້ນຂຶ້ນໃນວັນທີ 14 ກັນຍານີ້.
- ໄຟໄໝ້ປ່າຍັງເຜົາຜານພື້ນທີ່ໃນລັດ California, Oregon ແລະ Washington ເພີ່ມຂຶ້ນ ໂດຍຫລ້າສຸດມີລາຍງານຜູ້ເສຍຊີວິດຫລາຍກວ່າ 30 ຄົນ ແລະ ອີກຫລາຍແສນຄົນຕ້ອງອົບພະຍົບອອກຈາກພື້ນທີ່ຕາມຄຳສັ່ງຂອງລັດຖະບານ.
ຄວັນຈາກເປວໄຟເຮັດໃຫ້ເມືອງ Portland ມີຄຸນນະພາບອາກາດຕໍ່າທີ່ສຸດໃນໂລກ. ຂະນະທີ່ໄຟໄໝ້ປ່າຢູ່ລັດ California ໄດ້ເຜົາຜານແຜ່ນດິນເພີ່ມຂຶ້ນ 26 ເທົ່າ ນັບແຕ່ຕົ້ນປີມານີ້ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ເຊິ່ງຖ້າປຽບທຽບໃຫ້ເຫັນພາບຈະມີຂະໜາດປະມານລັດ New Jersey.
- ອົງການອະນາໄມໂລກລາຍງານຜູ້ຕິດເຊື້ອ COVID-19 ໃໝ່ຫລາຍກວ່າ 307.000 ຄົນໃນວັນທີ 13 ກັນຍາຜ່ານມາ ເຊິ່ງເປັນສະຖິຕິແຕ່ລະມື້ສູງທີ່ສຸດນັບແຕ່ເກີດການລະບາດຂຶ້ນ ແລະ ຍັງກ່າວວ່າ ມີຜູ້ເສຍຊີວິດອີກ 5.500 ຄົນ ເຮັດໃຫ້ຈຳນວນລວມຄິດເປັນຫລາຍກວ່າ 917.000 ຄົນ.
ອິນເດຍ, ເບຣຊິນ ແລະ ອາເມລິກາ ຍັງເປັນຈຸດແຜ່ລະບາດຫລັກຂອງພະຍາດ ແລະ ໃນຂະນະດຽວກັນ ອິດສະລາແອນກໍກາຍເປັນປະເທດທຳອິດທີ່ກັບມາໃຊ້ການ Lockdown ຢ່າງເຕັມຮູບແບບ.
- ການທົດລອງວັກຊີນ COVID-19 ທາງຄລີນິກທີ່ດຳເນີນການໂດຍມະຫາໄລ Oxford ແລະ AstraZeneca ໄດ້ກັບມາດໍາເນີນການຕໍ່ຫລັງຈາກຢຸດໄປຊົ່ວຄາວໃນອາທິດຜ່ານມາເມື່ອມີຜູ້ເຂົ້າຮັບການທົດລອງເກີດອາການບໍ່ສະບາຍ ປັດຈຸບັນວັກຊີນທີ່ພັດທະນາໂດຍທັງ 2 ອົງກອນ ໄດ້ຮັບການທົດລອງກັບອາສາສະໝັກໄປແລ້ວ 18.000 ຄົນ ເຊິ່ງມີບາງຄົນບໍ່ສະບາຍໂດຍທຳມະຊາດຈາກສາເຫດທີ່ບໍ່ກ່ຽວຂ້ອງກັບການສັກວັກຊີນ.