ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020

ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020 -                                                                                                 15                 2020 - ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020
ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020 - kitchen vibe - ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020
  1. ນັກວິທະຍາສາດ​ໄດ້​ປະກາດ​ເຖິງ​ການຄົ້ນພົບ​ຄັ້ງ​ໃຫຍ່ ກ່ຽວ​ກັບ​ຫລັກ​ຖານ​ຂອງ​ແກັສທີ່​ເອີ້ນ​ວ່າ “ຟໍຟິນ” ​ໃນ​ຊັ້ນບັນຍາກາດ​ຂອງ “ດາວ​ສຸກ” ​ເຊິ່ງ​ເປັນ​ແກັສທີ່​ຮູ້​ກັນ​ວ່າ​ຕ້ອງ​ເປັນ “ສິ່ງ​ມີ​ຊີວິດ” ​ເທົ່າ​ນັ້ນທີ່​ສ້າງ​ຂຶ້ນມາ​ໄດ້.

ການ​ປະກາດ​ການຄົ້ນພົບ​ໃນ​ການ​ວິ​ໄຈ​ຄັ້ງ​ໃໝ່​ຫລ້າ​ສຸດ​ນີ້ ​ໄດ້​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ເກີດ​ຄວາມ​ສົນ​ໃຈ​ໃນ​ດາວ​ເຄາະ​ໜ່ວຍ​ນີ້​ອີກ ​ເຊິ່ງ​ໃນ​ອະດີດ​ບາງ​ຄັ້ງ​ເຄີຍ​ຖືກ​ເອີ້ນ​ວ່າ “ຝາ​​ແຝດ​ຂອງ​ໂລກ” ​ແຕ່​ໄດ້​ຖືກ​ລືມ​​ໄປ​ໃນ​ພາຍຫລັງ ​ເນື່ອງ​ຈາກ​ພື້ນຜິວ​ຂອງ​ມັນ​ຮ້ອນ​ເກີນ​ໄປ​ສຳລັບ​ຊີວິດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ວິ​ໄຈ​ຫລ້າ​ສຸດ​ລະບຸ​ວ່າ: ຖ້າ​ຢູ່​ເທິງ​ຊັ້ນ​ເມກ​ຂອງ​ດາວ​ສຸກ​ອາດ​ຈະ​ມີ​ໂອກາດ​ທີ່​ຈະ​ມີ​ສິ່ງ​ມີ​ຊີວິດ​ຢູ່​ນັ້ນ.

ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020 - Visit Laos Visit SALANA BOUTIQUE HOTEL - ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020

​ຖື​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ​ແລ້ວ ທີ່ “ດາວ​ອັງຄານ” ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ໂລກ​ຫລາຍ​ທີ່​ສຸດ (ລວມທັງ​ເງິນ​ລົງທຶນ​ເພື່ອ​ການ​ສຶກສາ) ​ໃນ​ການຄົ້ນຫາ​ສິ່ງ​ມີ​ຊີວິດ​ນອກ​ໂລກ​ໃນ​ລະບົບ​ສຸລິຍະ ​​ເຖິງ​ວ່າ “ດາວ​ສຸກ” ທີ່ຢູ່​ໃກ້​ກວ່າ​ຈະ​ມີ​ຂະໜາດ​ໃກ້​ຄຽງ​ກັບ​ໂລກ ​ແຕ່​ພື້ນຜິວ​ຂອງ​ມັນ​ບໍ່​ເອື້ອອຳນວຍ​ຈະ​ດຳລົງ​ຊີວິດ​ຢູ່.

​ໂດຍ​ພື້ນຜິວ​ຂອງ​ມັນ​ມີ​ອຸນຫະພູມ​ສູງ​ກວ່າ​ທີ່​ໃຊ້​ໃນ​ການ​ຂ້າ​ເຊື້ອພະຍາດ​ສຳລັບ​ອຸປະກອນ​ທາງ​ການ​ແພດ, ​ແຕ່​ຖ້າ​ເບິ່ງ​ເຖິງ​ການ​ອາ​ໄສ​ຢູ່​ໃນ​ຊັ້ນບັນຍາກາດ​ຂອງ​ມັນ ​ເຮົາ​ອາດ​ຈະ​ໄດ້​ເງື່ອນ​ໄຂ​ສະພາບ​ແວດ​ລ້ອມ​ທີ່​ເປັນ​ມິດ​ຂຶ້ນ.

ທີ​ມວິ​ໄຈ 2 ທີ​ມ ນຳ​ໂດຍ Sara Seager ​ແລະ Jane Greaves ​ໄດ້​ຮ່ວມ​ມື​ກັນ​ເພື່ອ​ສຶກສາ​ລັກສະນະ​ທົ່ວ​​ໄປ​ທາງ​ດາ​ລາ​ສາດ. ຂະນະ​ທີ່​ລາຍ​ງານ​ຂອງ​ພວກ​ເຂົາ​ສະ​ແດງ​ຫລັກ​ຖານ​ຂອງ​ແກັສຟໍຟິນ ​ເຊິ່ງ​ເປັນ​ແກັສທີ່​ສາມາດ​ຜະລິດ​ໄດ້​ໂດຍ​ຈຸລິນ​ຊີ ​ແລະ ນັກ​ເຄມີ​ໃນ​ໂລກ​ໃນ​ປະລິມານ​ໜ້ອຍ ​ແຕ່​ຄົງ​ທີ່.

ບັນຫາ​ສຳຄັນ​ຄື ​ເນື່ອງ​ຈາກ​ປົກກະຕິ​ແລ້ວ ​ແກັສຟໍຟິນຈະ​ສະຫລາຍ​ໄປ​ເອງ​ໃນ​ຊັ້ນບັນຍາກາດຂອງ​ດາວ​ສຸກ ​ແຕ່​ການຄົ້ນພົບ​ຫລ້າ​ສຸດ​ນີ້​ໄດ້​ຢືນຢັນ​ແລ້ວ​ວ່າ ​ແກັສດັງ​ກ່າວ​ຖືກ​ສ້າງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ບໍ່​ຮູ້​ແນ່ນອນ​ວ່າ​ສານ​ປະຕິກິລິຍາ​ເຄມີ ຫລື ສິ່ງ​ມີ​ຊີວິດ​ອື່ນ​ໃດ ທີ່​ສາມາດ​ສ້າງ​ແກັສນີ້​ຂຶ້ນມາ​ຄື​ຈຸລິນ​ຊີ​ໃນ​ໂລກ​ໄດ້.

​ແນ່ນອນ​ວ່າ​ປັດຈຸບັນ​ນັ້ນຍັງ​ບໍ່ມີ​ອົງ​ຄວາມ​ຮູ້ ​ແລະ ກົນ​ໄກ​ໃດ​ທີ່​ມະນຸດ​ເຮົາ​ຮູ້ຈັກ ​ເພື່ອ​ຈະ​ໃຊ້​ໃນ​ການ​ສ້າງ​ແກັສດັ່ງກ່າວ​ຂຶ້ນມາ​ປາສະຈາກ​ການ​ມີ​ຊີວິດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ, ​ເລື່ອງ​ທັງ​ໝົດ​ນີ້​ຍັງ​ບໍ່​ສາມາດ​ສະຫລຸບ​ໄດ້ 100% ຫລື ​ເປັນ​ພຽງ​ຂໍ້​ພິສູດ​ໄດ້​ວ່າ​ດາວ​ສຸກ​ມີ​ສິ່ງ​ມີ​ຊີວິດ​ຢູ່​ແທ້ ​ແລະ ​ໃນ​ອະນາຄົດ​ທີ​ມງານ​ພາກພື້ນດິນ​ຈະ​ພະຍາຍາມ​ຄົ້ນຫາ​ຟໍຟິນດ້ວຍ​ຕົນ​ເອງ ​ໂດ​ຍ​ໃຊ້​ເຕັກນິກ​ອື່ນໆ ​ແລະ ຈະ​ມີ​ການ​ສຶກສາ​ເບິ່ງ​ວ່າ​ສາມາດ​ສັງ​ເຄາະ​ແກັສນີ້​ຂຶ້ນມາ​ໃນ​ທາງ​ພື້ນຖານ ​ໂດຍ​ບໍ່​ແມ່ນ​ສິ່ງ​ມີ​ຊີວິດ​ໄດ້ ຫລື ບໍ່.

ການຄົ້ນພົບ​ຄັ້ງນີ້​ຖື​ເປັນ​ຂ່າວ​ໃຫຍ່​ທີ່​ທ້າ​ທາຍ​ວົງ​ການ​ວິທະຍາສາດ​ຫລາຍ​ທີ່​ສຸດ​ຄັ້ງໜຶ່ງ.

  1. ພັກ​ເສລີ​ປະຊາທິປະ​ໄຕ​ຂອງ​ຍີ່ປຸ່ນ​ໄດ້​ເລືອກທ່ານ Suga Yoshihide ​ໃຫ້​ເປັນ​ຜູ້ນຳ​ຄົນ​ໃໝ່ ​ແລະ ​ເປັນ​ນາຍົກ​ລັດຖະມົນຕີ​ຄົນ​ຕໍ່​ໄປ​ຂອງ​ປະ​ເທດ. ​ໄຊຊະນະ​ຂອງ​ທ່ານ​ສິ້ນສຸດ​ລົງ​ແບບ​ບໍ່​ໜ້າ​ແປກ​ໃຈ ​ແລະ ທ່ານ Suga ​ໄດ້​ທຳລາຍ​ອະຄະຕິ​ຈາກ​ຄວາມ​ຄຸມ​ເຄືອ​ທີ່​ກ່າ​ວວ່າ​ທ່ານ​ມາ​ຈາກ​ຄອບຄົວ​ສາມັນ​ທຳ​ມະ​ດາ ​ແລະ ຕະຫລອດ​ໄລຍະ​ເວລາ​ຜ່ານ​ມາ​ກໍ​ໃຊ້​ອຳນາດ​ສ່ວນ​ໃຫຍ່​ຂອງ​ທ່ານ​ຢູ່​ເບື້ອງຫລັງ​ໃນ​ຖານະ​ຫົວໜ້າ​ເລຂາທິການ​ຂອງ​ຄະນະ​ລັດຖະບານ ພາຍ​ໃຕ້​ການ​ບໍລິຫານ​ຂອງທ່ານ Abe Shinzo ນາຍົກລັດຖະມົນຕີຄົນ​ປັດຈຸບັນ​ທີ່ກຳລັງ​ຈະ​ລົງ​ຈາກ​ຕຳ​ແໜ່​ງ​ໄປ.
  2. ​ເຈົ້າໜ້າ​ທີ່​ຂອງ​ອິນ​ເດຍກ່າວ​ຫາ​ວ່າ​ຈີນ​ໄດ້​ວາງ​ສາຍ​ເຄ​ເບິນ​ໄຍ​ແກ້ວ​ນຳ​ແສງ​ຄວາມ​ໄວ​ສູງ​ຢູ່​ບໍລິ​ເວນ​ຊາຍ​ແດນ​ຂອງ​ທັງ 2 ປະ​ເທດ​ຢູ່​ພູ​ເຂົາ​ຫິມະ​ໄລ. ຂະນະ​ທີ່​ມີ​ການ​ຍິງ​ປືນ​ເກີດ​ຂຶ້ນ​ຢູ່​ບໍລິ​ເວນ ​ເຊິ່ງ​ເປັນ​ຂໍ້​ຂັດ​ແຍ່​ທີ່​ຊື່ວ່າ “Iine of actual control” ​ໃນ​ອາທິດ​ຜ່ານ​ມາ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕອນ​ນີ້​ເຈົ້າໜ້າ​ທີ່​ຂອງ​ຈີນ ​ແລະ ອິນ​ເດຍ​ໄດ້​ເລີ່​ມການ​ເຈລະ​ຈາລະ​ດັບ​ສູງ ​ເພື່ອ​ຫລຸດ​ຄວາມ​ຮຸນ​ແຮງ​ຂອງ​ຄວາມ​ຂັດ​ແຍ່ງ​ລົງ ​ແລະ ປ້ອງ​ກັນ​ບໍ່​ໃຫ້​ເກີດການ​ລຸກລາມ, ສ່ວນ​ຄວາມ​ກັງວົນ​ໃນ​ປັດຈຸບັນ​ຄື ສາຍ​​​ເຄ​ເບິນ​ທີ່​ກອງທັບ​ຈີນ​ໄດ້​ຕິດຕັ້ງ​ເອົາ​ໄວ້ ສາມາດ​ຊ່ວຍ​ໃຫ້​ທະຫານ​ສື່ສານ​ກັບ​ກອງຫລັງ​ຂອງ​ພວກ​ເຂົາ​ໄດ້ ​ເຊິ່ງອິນ​ເດຍຢ້ານ​ວ່າ​ຈະ​ເຮັດ​ໃຫ້​ເກີດ​ການ​ຄຸກ​ຄາມ​ຫລາຍ​ຂຶ້ນຢູ່​ບໍລິ​ເວນ​ຊາຍ​ແດນ.

  1. ຜູ້ອຳນວຍການ​ຝ່າຍ​ພາກພື້ນ​ເອີຣົບຂອງ​ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຄົນພາຍ​ໃນ​ພາກພື້ນຄວນ​ມີ​ຄວາມ​ລະມັດລະວັງ ​ແລະ ຄວນ​ຄິດ​ສະ​ເໝີ​ວ່າ ຜູ້​ເສຍ​ຊີວິດ​ຈາກ COVID-19 ຈະ​ເພີ່ມ​ຂຶ້ນ​ໄປ​ອີກ​ໃນ​ລະດູ​ໃບ​ໄມ້​ຫລົ່ນ ຫລັງ​ຈາກ​ຜູ້​ຕິດ​ເຊື້ອ​ເລີ່​ມ​ເພີ່ມ​ສູງ​ຂຶ້ນ​ເມື່ອ​ມໍ່ໆ​ນີ້.

​​ໃນ​ວັນ​ທີ 13 ກັນຍາ​ຜ່ານ​ມາ, WHO ​ໄດ້​ລາຍ​ງານ​ຜູ້​ຕິດ​ເຊື້ອ​ໃໝ່ 307.000 ຄົນ​ທົ່ວ​ໂລກ ​ເຊິ່ງຖື​ເປັນ​ສະຖິຕິ​​ແຕ່​ລະມື້ສູງ​ທີ່​ສຸດ​ນັບ​ແຕ່​ເກີດ​ການລະບາດ​ຂຶ້ນມາ ​ໂດຍ​ອິນ​ເດຍ, ​ເບຣຊິນ ​ແລະ ອາ​ເມ​ລິ​ກາ ຍັງ​ເປັນ 3 ປະ​ເທດ​ທີ່​ມີ​ການ​ແຜ່​ລະບາດ​ຮຸນ​ແຮງ​ທີ່​ສຸດ.

  1. Boris Johnson ນາຍົກລັດຖະມົນຕີຂອງ​ອັງກິດ ​ໄດ້​ເປີດ​ການສະ​ເໜີ​ຄຳ​ເຫັນ​ຕໍ່ “ຮ່າງ​ກົດໝາຍ​ຕະຫລາດ​ພາຍ​ໃນ (internal-market bill)” ​ໃນ​ລັດຖະສະພາ ​ເຊິ່ງຖ້າ​ຮ່າງ​ກົດໝາຍ​ນີ້​ຜ່ານ​ໄປ​ຈະ​ເປັນ​ການ​ລຶບລ້າງ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກລົງ Brexit ທີ່​ກ່ຽວຂ້ອງ​ກັບ​ການ​ຄ້າ​ລະຫວ່າງ​ອັງກິດ ​ແລະ ສາທາລະນະ​ລັດ​ໄອ​ແລນ​ເໜືອ.

ບັນຫາ​ຄື​ຮ່າງ​ກົດໝາຍ​ດັ່ງກ່າວ​ນັ້ນ​ເປັນ​ການ​ຝ່າຝືນ​ກົດໝາຍ​ສາກົນ ທີ່​ຕົກລົງ​ຮ່ວມ​ກັນ​ໄວ້​ກັບ EU. ຂະນະ​ທີ່​ອະດີດ​ນາຍົກລັດຖະມົນຕີຂອງປະ​ເທດ​ທີ່​ຍັງ​ມີ​ຊີວິດ​ຢູ່​ທຸກ​ຄົນ​ກໍ​ໄດ້​ອອກ​ມາ​ວິພາກ​ວິຈານ​ການ​ເຄື່ອນ​ໄຫວ​ຂອງລັດຖະບານ​ຊຸດ​ນີ້​ຢ່າງ​ໜັກ ​ເຖິງ​ວ່າ​ທູດ​ທາງ​ດ້ານ​ເສລີພາບ​ໃນ​ການ​ນັບຖື​ສາສະໜາ​ຂອງ Johnson ກໍ​ໄດ້​ລາ​ອອກ ​ເນື່ອງ​ຈາກ​ແຜນການ​ດັ່ງກ່າວ.

  1. Steven Mnuchin ລັດຖະມົນຕີກະຊວງ​ການ​ເງິນ​ຂອງ​ອາ​ເມ​ລິກາ ກ່າວ​ວ່າ ຝ່າຍ​ບໍລິຫານ​ຂອງ​ທ່ານ ທຣຳ ຈະ​ມີ​ການ​ທົບ​ທວນ​ຂໍ້​ສະ​ເໜີ​ຈາກ Oracle ​ເພື່ອ​ສ້າງ TikTok ​ໃຫ້​ເປັນ​ບໍລິສັດ​ທີ່​ມີ​ສຳນັກງານ​ໃຫຍ່​ຢູ່​ອາ​ເມ​ລິ​ກາ.

ຂະນະ​ດຽວ​ກັນ ByteDance ​ເຊິ່ງ​​ເປັນ​ເຈົ້າຂອງ TikTok ​ໄດ້​ຕົກລົງ​ຈະ​ເຂົ້າຮ່ວມ​ເປັນ “ຫຸ້ນ​ສ່ວນ​ທາງ​ເຕັກນິກ” ກັບ​ບໍລິສັດ​ຊອບ​ແວ​ຍັກ​ໃຫຍ່​ຂອງ​ອາ​ເມ​ລິ​ກາ ​ແລະ ການ​ທີ່​ພວກ​ເຂົາ​ຈະ​ປະສົບ​ຄວາມ​ຫລົ້ມ​ເຫ​ລວ​ໃນ​ການ​ເຈລະຈາ​ເພື່ອ​ການ​ຂາຍ​ເຕັມ​ຮູບ (Takeover) ຈຶ່ງ​ເຮັດ​ໃຫ້​ແຮງ​ກົດ​ດັນ​ຈາກ​ຝ່າຍ​ບໍລິຫານ​ຂອງ ທຣຳ ກ່ຽວ​ກັບ​ຄວາມ​ກັງວົນ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຍັງ​ມີ​ຢູ່.

  1. Alexander Lukashenko ປະທານາທິບໍດີ​ຂອງ​ປະ​ເທດ​ເບ​ລາຣຸສ ​ໄດ້​ແຍກ​ຕົວ​ອອກ​ຈາກ​ປະ​ເທດ​ຫລາຍ​ຂຶ້ນ ​ໂດຍ​ຫລ້າ​ສຸດ​ໄດ້​ເດີນທາງ​ໄປ​ເມືອງ Sochi ​ໃນ​ປະ​ເທດຣັດ​ເຊຍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະທານາທິບໍດີ Vladimir Putin.

Lukashenko ຕ້ອງ​ຜະ​ເຊີນ​ກັບ​ການ​ປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ​ມາ​ດົນ​ກວ່າ 1 ​ເດືອນ ​ເຊິ່ງ​ເປັນ​ການ​ຕອບ​ໂຕ້​ທີ່​ລັດຖະບານ​ໃຊ້​ກຳລັງ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ທີ່​ເຫັນ​ຕ່າງ. ຂະນະ​ທີ່ຣັດ​ເຊຍ​ໜຸນ​ຫລັງ Lukashenko ຢູ່.

​ໃນ​ກອງ​ປະຊຸມ​ຂອງ​ທັງ 2 Putin ​ໄດ້​ສະ​ເໜີ​ເງິນ​ກູ້ 1,5 ພັນ​ລ້ານ​ໂດ​ລາ ​ແກ່​ປະ​ເທດ​ເບ​ລາຣຸສ. ຂະນະ​ທີ່​ກອງທັບ​ທະຫານ​ພວກ​ເຂົາ​ຈະ​ມີ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ປະ​ເທດ​ຮ່ວມ​ກັນ ​ໂດຍ​ຈະ​ເລີ່​ມຂຶ້ນ​ໃກ້​ເມືອງ Brest ທາງ​ຕາ​ເວັນ​ຕົກ​ຂອງ​ເບ​ລາຣຸສ.

ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020 - 5 - ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 15 ກັນຍາ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!