ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 -                                                                                       - ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3
ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 - kitchen vibe - ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 (ASEAN Finance Ministers and Contral Bank Governors: AENGM+3) ຜ່ານ​ລະບົບ​ວິ​ດີ​ໂອ​ທາງ​ໄກ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກັນຍາ​ນີ້ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ ສສ ຫວຽດນາມ ​ແລະ ຍີ່ປຸ່ນ, ຝ່າຍລາວນໍາໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ພ້ອມດ້ວຍຄະນະເຂົ້າຮ່ວມ, ມີ​ຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ+3 19 ປະເທດ ແລະ ເຂດປົກຄອງພິເສດຮົງກົງ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນເຊັ່ນ: ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO), ອົງການການເງິນສາກົນ (IMF) ແລະ ກອງເລຂາອາຊຽນ (ASEC).

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 - 119511063 1439827289554380 8491395248283529985 n 262x300 - ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3

ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບສະພາບການພັດທະນາເສດຖະກິດມະຫາພາກຂອງພາກພື້ນອາຊຽນ+3 ພ້ອມທິດທາງໃນຕໍ່ໜ້າ ເພື່ອວາງນະໂຍບາຍເສດຖະກິດ-ການເງິນ ຮັບມືກັບຜົນກະທົບການແຜ່ລະບາດຂອງພະຍາດ COVID-19 ແລະ ຍັງໄດ້ມີການຮັບຮອງເອົາເນື້ອໃນການປັບປຸງສັນຍາການຮ່ວມມືຫລາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ (OMIM) ຊຶ່ງເປັນກົນໄກການຊ່ວຍເຫລືອທາງດ້ານການເງິນໃນເວລາຂາດສະພາບຄ່ອງໃນໄລຍະສັ້ນ. ນອກນີ້, ຍັງໄດ້ມີການປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງໃນການຕິດຕາມສະພາບເສດຖະກິດມະຫາພາກຂອງພາກພື້ນອາຊຽນ+3 ຂອງອົງການ AMBo ແລະ ວຽກງານຂໍ້ລິເລີ່ມຕະຫລາດພັນທະບັດອາຊີ (ABMI) ເພື່ອສົ່ງເສີມການອອກພັນທະບັດເປັນສະກຸນເງິນທ້ອງຖິ່ນຂອງອາຊຽນ+3 ອີກ​ດ້ວຍ.

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 - 3 - ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!