8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ

8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ - 555 56 - 8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ
8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ - kitchen vibe - 8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ

ປັດຈຸບັນ ບ່າວສາວຫລາຍຄົນມັກຈະເຮັດວຽກກັນໜັກຫລາຍຂຶ້ນ ຈົນເຮັດໃຫ້ບາງຄົນມີອາການອິດເມື່ອຍອ່ອນເພຍ, ຜົມຫລົ່ນ, ນຳ້ໜັກຂຶ້ນໆລົງໆ ໂດຍບໍ່ມີສາເຫດ ເຊິ່ງສິ່ງເຫລົ່ານີ້ເປັນສັນຍານເຕືອນຂອງພະຍາດໄທຣອຍໄດ້ນຳ. ດັ່ງນັ້ນ, ມື້ນີ້ພວກເຮົາຈະມາແນະນຳໃຫ້ທ່ານໄດ້ເຝົ້າສັງເກດອາການຕົນເອງເພື່ອໃຫ້ຮູ້ເທົ່າທັນ ສັນຍານຮ້າຍຂອງພະຍາດໄທຣອຍ ບອກເລີຍວ່າພະຍາດນີ້ອັນຕະລາຍກ່ວາທີ່ຄິດ ເຊິ່ງສັນຍານເຫລົ່ານັ້ນຈະມີຫຍັງແດ່ ໄປເບິ່ງກັນເລີຍ.

  1. ອ່ອນເພຍ, ເມື່ອຍງ່າຍ, ໃຈສັ່ນ : ສຳລັບຄົນປ່ວຍພະຍາດໄທຣອຍຈະສົ່ງຜົນກະທົບໃນເລື່ອງຂອງການເຮັດວຽກຂອງຫົວໃຈ ຈຶ່ງເຮັດໃຫ້ມີອາການເມື່ອຍງ່າຍ, ອ່ອນເພຍ ແລະ ບາງຄົນອາດມີອາການໃຈສັ່ນຮ່ວມນຳເປັນປະຈຳ.
  2. ເສັ້ນຜົມຫລົ່ນຫລາຍ : ຜູ້ປ່ວຍພະຍາດໄທຣອຍຈະມີອາການຂອງຕ່ອມໄທຣອຍທີ່ເຮັດວຽກຜິດປົກກະຕິ ຈຶ່ງສົ່ງຜົນໃຫ້ມີໄຂມັນຢູ່ຜິວໜັງຫລາຍຍິ່ງຂຶ້ນ, ຜິວໜ້າ ແລະ ເສັ້ນຜົມກໍຈະມັນກ່ວາປົກກະຕິ ລວມໄປເຖິງເຮັດໃຫ້ເກີດອາການຜົມຫລົ່ນໄດ້ຫລາຍກ່ວາປົກກະຕິນຳອີກ.
  3. ນອນບໍ່ຫລັບ : ຜູ້ທີ່ປ່ວຍພະຍາດໄທຣອຍສ່ວນຫລາຍມັກຈະມີອາການຫລັ່ງຂອງຮໍໂມນທີ່ກະຕຸ້ນລະບົບປະສາດພາກສ່ວນກາງໃນປະລິມານທີ່ຫລາຍເກີນໄປ ຈຶ່ງສົ່ງຜົນເຮັດໃຫ້ເກີດອາການນອນບໍ່ຫລັບ ຫລື ຫລັບບໍ່ແຈບ.
  4. ຂັບຖ່າຍບໍ່ເປັນປົກກະຕິ : ຜູ້ປ່ວຍມັກຈະມີອາການເຂົ້າຫ້ອງນຳ້ຫລາຍກ່ວາປົກກະຕິ ແລະ ມີອາການຂັບຖ່າຍໃນປະລິມານຖີ່ຫລາຍຂຶ້ນ ບາງຄົນອາດຈະມີອາການຖ່າຍຍາກຮ່ວມນຳ.
  5. ຜິວແຫ້ງ : ຍ້ອນຄວາມທີ່ຕ່ອມໄທຣອຍເຮັດວຽກຜິດປົກກະຕິ ຈຶ່ງສົ່ງຜົນໃຫ້ຮ່າງກາຍຜະລິດຮໍໂມນໄດ້ໜ້ອຍລົງ, ເຮັດໃຫ້ຜິວແຫ້ງຢ່າງເຫັນໄດ້ແຈ້ງ.
  6. ຊຶມເສົ້າກ່ວາປົກກະຕິ : ຜູ້ປ່ວຍພະຍາດນີ້ຮ່າງກາຍຈະມີການຫລັ່ງຮໍໂມນເຊໂຣໂທນິນອອກມາໃນປະລິມານທີ່ບໍ່ຫລາຍພຽງພໍ ຈຶ່ງເຮັດໃຫ້ຮູ້ສຶກເຊື່ອງຊ້າ ແລະ ມີອາການຊຶມເສົ້າຮ່ວມນຳ.
  7. ອາລົມທາງເພດຫລຸດລົງຢ່າງເຫັນໄດ້ແຈ້ງ : ຜູ້ປ່ວຍບາງຄົນຈະມີອາການຮູ້ສຶກເບື່ອໜ່າຍທີ່ຈະມີຄວາມສຸກຮ່ວມກັບຄູ່ຮັກ ຫລື ຜົວ-ເມຍ ຈຶ່ງເຮັດໃຫ້ອາລົມທາງເພດຫລຸດລົງໄປນຳ ເນື່ອງຈາກຮ່າງກາຍມີການຜະລິດຮໍໂມນໃນປະລິມານທີ່ຜິດປົກກະຕິໄປຈາກເກົ່າ ຈຶ່ງເຮັດໃຫ້ເກີດອາການໝົດແຮງ ແລະ ຮູ້ສຶກບໍ່ສະບາຍໂຕທີ່ຢາກຈະເຮັດກິດຈະກຳເທິງຕຽງນັ້ນເອງ.
  8. ຮູ້ສຶກໜາວ : ເມື່ອຮ່າງກາຍຫລັ່ງຮໍໂມນອອກມາໃນປະລິມານທີ່ບໍ່ພຽງພໍ ກໍຈະສົ່ງຜົນໃຫ້ລະບົບເຜົາຜານໃນຮ່າງກາຍເຮັດວຽກໄດ້ຫລຸດລົງ ແລະ ຄວາມຮ້ອນໃນຮ່າງກາຍກໍຫລຸດລົງໄປນຳ ຈຶ່ງສົ່ງຜົນເຮັດໃຫ້ຮູ້ສຶກໜາວຢູ່ເປັນໄລຍະໆ ລວມໄປເຖິງຍັງເຮັດໃຫ້ເສັ້ນຜົມເລີ່ມບາງ ແລະ ຜິວແຫ້ງຫລາຍຂຶ້ນນຳອີກ.
8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ - 3 - 8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ
8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ - Visit Laos Visit SALANA BOUTIQUE HOTEL - 8 ສັນຍານຮ້າຍຂອງພະຍາດໄທຣອຍ ທີ່ຕ້ອງຮູ້ໃຫ້ເທົ່າທັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!