ທາງການ ສ. ອາເມລິກາເລັ່ງແກະຮອຍຫາຜູ້ສົ່ງຈົດໝາຍບັນຈຸ “ສານພິດ” ເຖິງ ປະທານາທິບໍດີ ໂດນັລທຣຳ
ລາຍງານຂ່າວວັນທີ 20 ກັນຍາ, ສຳນັກຂ່າວສືບສວນສອບສວນກາງ FBI ຂອງສະຫະລັດເມື່ອວັນທີ 19 ທີ່ຜ່ານມາໃຫ້ຮູ້ວ່າ: ເຈົ້າໜ້າທີ່ກຳລັງແກະຮອຍນຳຫາທີ່ມາຂອງຈົດໝາຍກ້ານດັ່ງກ່າວທີ່ບັນຈຸສານ ໄຣຊິນ (Ricin) ທີ່ໃສ່ໜ້າຊອງເຖິງທ່ານ ໂດນັລທຣຳ ປະທານາທິບໍດີ ສ. ອາເມລິກາ. ເຈົ້າໜ້າທີ່ຂັດແຍກຈົດໝາຍ ແລະ ພັດສະດຸຂອງທຳນຽບຂາວໄດ້ກວດພົບກ່ອນ ແລະ ແຍກຊອງຕ້ອງສົງໄສອອກມາໄດ້ທັນເວລາ ເມື່ອຕົ້ນອາທິດທີ່ຜ່ານມາ.
ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ຈົດໝາຍກ້ານດັ່ງກ່າວສົ່ງມາຕາມລະບົບໄປສະນີຂອງສະຫະລັດ ຫຼື ຜູ້ບໍ່ຫວັງດີລັກລອບເອົາຈົດໝາຍເຂົ້າມາປົນເປຕາມກາງທາງ.
The new York Times ລາຍງານໃຫ້ຮູ້ວ່າ: ຈົດໝາຍກ້ານດັ່ງກ່າວຖືກສົ່ງມາຈາກ ການາດາ, ຂະນະທີ່ສຳນັກງານຕຳຫຼວດການາດາ ບໍ່ທັນຢືນຢັນ ຫຼື ປະຕິເສດແຕ່ຢ່າງໃດ ແຕ່ໃຫ້ຂໍ້ມູນວ່າ: ໄດ້ຮັບການປະສານງານຈາກ FBI ກ່ຽວກັບຈົດໝາຍບັນຈຸສານ ໄຣຊີນ ແລ້ວ.
ໃນດ້ານທຳນຽບຂາວຍັງບໍ່ທັນອອກມາສະແດງທ່າທີໃດໆຕໍ່ກັບເຫດການດັ່ງກ່າວ.
ສານ ໄຣຊີນ ຖືວ່າເປັນສານພິດປະເພດ ໂປຣຕີນ ຊຶ່ງສະກັດມາຈາກ ແກ່ນໝາກຫຸ່ງສາມີລິດຮ້າຍແຮງກ່ວາພິດຂອງງູເຫົ່າເຖິງ 2 ເທົ່າ ແລະ ອັນຕະລາຍກ່ວາສານ ໄຊຢາໄນ ເຖິງ 6.000 ເທື່ອ. ສາມາດເຂົ້າສູ່ຮ່າງກາຍໄດ້ຜ່ານທັງທາງການສຳຜັດ, ສູບດົມ ແລະ ກິນ ຊຶ່ງອາດສົ່ງຜົນໃຫ້ເສຍຊີວິດພາຍໃນບໍ່ເທົ່າໃດນາທີ.