7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ

7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ - 555 73 - 7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ
7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ - kitchen vibe - 7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ

ນອກຈາກການກິນອາຫານແກ້ປວດປະຈຳເດືອນແລ້ວ ສາວໆຍັງສາມາດດື່ມເຄື່ອງດື່ມແກ້ປວດປະຈຳເດືອນໄດ້ເຊັ່ນກັນ ເຊິ່ງເຄື່ອງດື່ມອຸ່ນໆຕໍ່ໄປນີ້ຈະຊ່ວຍຫລຸດອາການເຈັບທ້ອງນ້ອຍໃນເວລາເປັນປະຈຳເດືອນໄດ້.

  1. ຊາເປບເປີມິ້ນ : ເປັນຊາທີ່ມີລົດຊາດເຜັດຮ້ອນເປັນເອກະລັກ, ແຕ່ມີຄຸນສົມບັດຊ່ວຍກະຕຸ້ນລະບົບໄຫລວຽນເລືອດ ແລະ ຊ່ວຍແກ້ອາການປວດປະຈຳເດືອນລົງໄດ້ເປັນຢ່າງດີ.
  2. ນຳ້ເຜິ້ງປະສົມໝາກນາວ : ນຳ້ເຜິ້ງມີສັບພະຄຸນຊ່ວຍບຳລຸງເລືອດ, ແກ້ອາການເຈັບທ້ອງ ແລະ ຊ່ວຍຕ້ານການອັກເສບພາຍໃນຮ່າງກາຍ. ສ່ວນນຳ້ໝາກນາວກໍເປັນແຫລ່ງຂອງວິຕາມິນ C ແລະ ສານຕ້ານອະນຸມູນອິດສະລະ ໂດຍມີສ່ວນຊ່ວຍຫລຸດອາການປວດປະຈຳເດືອນຂອງແມ່ຍິງລົງໄດ້. ດັ່ງນັ້ນ, ແນະນຳໃຫ້ດື່ມນຳ້ເຜິ້ງປະສົມໝາກນາວອຸ່ນໆໃນໄລຍະທີ່ເປັນປະຈຳເດືອນ ພຽງໃຊ້ນຳ້ອຸ່ນ 1 ຈອກກັບນຳ້ໝາກນາວ 1 ໜ່ວຍ ແລະ ຕື່ມນຳ້ເຜິ້ງໃສ່ 1 ບ່ວງແກງ ຄົນສ່ວນປະສົມທັງໝົດໃຫ້ເຂົ້າກັນແລ້ວດື່ມອຸ່ນໆ ພຽງເທົ່ານີ້ກໍຈະໄດ້ເຄື່ອງດື່ມເພື່ອສຸຂະພາບດີ ໂຕຊ່ວຍຮັບມືກັບອາການປວດປະຈຳເດືອນຢ່າງໄດ້ຜົນ.
  3. ນຳ້ອຸ່ນ : ການດື່ມນຳ້ສະອາດເປັນສິ່ງທີ່ຈຳເປັນສະເໝີສຳລັບຮ່າງກາຍຄົນເຮົາ, ແຕ່ສຳລັບສາວໆທີ່ຢູ່ໃນໄລຍະເປັນປະຈຳເດືອນຍິ່ງຄວນຫັນມາດື່ມນຳ້ໃຫ້ຫລາຍໆເພື່ອຊົດເຊີຍນຳ້ທີ່ສູນເສຍໄປ, ແຕ່ແນະນຳວ່າຕ້ອງເປັນນຳ້ອຸ່ນເທົ່ານັ້ນ ເພາະນຳ້ອຸ່ນຈະຊ່ວຍກະຕຸ້ນການໄຫລວຽນເລືອດໃຫ້ເຮັດວຽກໄດ້ດີກ່ວາການດື່ມນຳ້ເຢັນ ທັງຍັງຊ່ວຍຜ່ອນຄາຍກ້າມຊີ້ນ ແລະ ເຮັດໃຫ້ອາການປວດປະຈຳເດືອນຫລຸດຜ່ອນລົງໄດ້.
  4. ຊາຂຽວ : ໃຜຈະຄິດວ່າຊາຂຽວກໍຖືເປັນເຄື່ອງດື່ມແກ້ອາການປວດປະຈຳເດືອນໄດ້ຄືກັນ, ແຕ່ເນື່ອງຈາກຊາຂຽວເປັນແຫ່ລງຂອງສານຕ້ານອະນຸມູນອິດສະລະ ມີສ່ວນປະກອບສຳຄັນທີ່ຈະຊ່ວຍຫລຸດຜ່ອນອາການປວດປະຈຳເດືອນ ແນວໃດກໍຕາມ ແນະນຳໃຫ້ດື່ມຊາຂຽວແບບອຸ່ນໆ ໂດຍທີ່ບໍ່ໃສ່ນຳ້ຕານຈະດີທີ່ສຸດ ຫລື ຫາກໃຜຢາກລອງລົດຊາດຫວານກໍສາມາດຕື່ມນຳ້ເຜິ້ງໃສ່ແທນໄດ້.
  5. ຊາຄາໂມມາຍ : ສາວໆທ່ານໃດທີ່ມີອາການເຈັບທ້ອງນ້ອຍປວດປະຈຳເດືອນເປັນປະຈຳ ການດື່ມຊາຄາໂມມາຍກໍຖືເປັນອີກໜຶ່ງໂຕຊ່ວຍຫລຸດອາການປວດເກັງກ້າມຊີ້ນ ແລະ ຍັງຊ່ວຍແກ້ອາການອັກເສບໄດ້ເຊັ່ນກັນ.
  6. ນົມອຸ່ນໆ : ນົມເປັນເຄື່ອງດື່ມທີ່ມີທາດການຊຽມຫລາຍ ແລະ ຍັງມີແມັກນີຊຽມ ເຊິ່ງເປັນສານອາຫານສຳຄັນທີ່ຊ່ວຍຫລຸດອາການປວດປະຈຳເດືອນລົງໄດ້. ດັ່ງນັ້ນ, ຫາກສາວໆທ່ານໃດມີອາການປວດປະຈຳເດືອນເປັນປະຈຳ ແນະນຳໃຫ້ດື່ມນົມອຸ່ນໆເພື່ອເພີ່ມການຜ່ອນຄາຍໃຫ້ກ້າມຊີ້ນ ຮັບຮອງອາການປວດປະຈຳເດືອນຈະຫລຸດຜ່ອນລົງແນ່ນອນ ທັງຍັງເຮັດໃຫ້ນອນຫລັບສະບາຍຫລາຍຂຶ້ນນຳ.
  7. ນຳ້ຂີງ : ເພາະຂີງເປັນພືດສະໝຸນໄພທີ່ອອກລິດເຜັດຮ້ອນ ມີສ່ວນຊ່ວຍກະຕຸ້ນການໄຫລວຽນຂອງເລືອດໃຫ້ເຮັດວຽກໄດ້ຢ່າງສະດວກຫລາຍຍິ່ງຂຶ້ນ ຫາກສາວໆດື່ມນຳ້ຂີງອຸ່ນໆ ຮັບຮອງຈະຊ່ວຍຫລຸດອາການຫົດເກັງຂອງກ້າມຊີ້ນຜິວໜັງມົດລູກໄດ້ຢ່າງແນ່ນອນ ສິ່ງສຳຄັນຍັງຊ່ວຍຫລຸດອາການຍື່ງທ້ອງ, ແໜ້ນທ້ອງ ແລະ ອາການປຸ້ນທ້ອງປວດຮາກທີ່ມັກເກີດຂຶ້ນໃນໄລຍະເປັນປະຈຳເດືອນລົງໄດ້ນຳ.
7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ - 3 - 7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ
7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ - Visit Laos Visit SALANA BOUTIQUE HOTEL - 7 ເຄື່ອງດື່ມຊ່ວຍແກ້ອາການປວດປະຈຳເດືອນ ດື່ມອຸ່ນໆບອກລາອາການປວດໄດ້ທັນທີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!