ຄວນຫລີກເວັ້ນພຶດຕິກຳເຫລົ່ານີ້ ຫາກບໍ່ຢາກເປັນສິວ
September 29, 2020 - 2:15 PM


ຮູ້ຫລືບໍ່ວ່າ ສິວ ນອກຈາກຈະເກີດຈາກຮໍໂມນທີ່ສູງຂຶ້ນ ຫລື ສະພາບຮໍໂມນປັ່ນປ່ວນແລ້ວ ກໍເກີດຈາກພຶດຕິກຳບາງຢ່າງຂອງໂຕເຮົາເອງນຳອີກ ເຊິ່ງຫາກທ່ານບໍ່ຢາກເປັນສິວ ມາເບິ່ງກັນເລີຍວ່າມີພຶດຕິກຳຫຍັງແດ່ທີ່ຄວນຫລີກເວັ້ນ ເພື່ອຈະໄດ້ບໍ່ມີບັນຫາສິວມາລົບກວນນັ້ນເອງ.
- ບໍ່ລ້າງແປງແຕ່ງໜ້າ : ແປງແຕ່ງໜ້າເປັນໂຕການສະສົມເຊື້ອແບັກທີເຣຍທີ່ພ້ອມຈະເຮັດໃຫ້ໃບໜ້າຂອງເຮົາເກີດສິວໄດ້ຢ່າງງ່າຍດາຍ ແລະ ການທີ່ທ່ານຖືເບົາການລ້າງແປງແຕ່ງໜ້າ ກໍເປັນພຶດຕິກຳທີ່ເຮັດໃຫ້ເປັນສິວ ໂດຍບໍ່ຮູ້ໂຕໄດ້ນຳ. ດັ່ງນັ້ນ, ຫລັງແຕ່ງໜ້າທຸກເທື່ອຈະຕ້ອງລ້າງແປງໃຫ້ສະອາດຢູ່ສະເໝີ ແລະ ເກັບໃສ່ກ່ອງໃຫ້ຮຽບຮ້ອຍ ເພື່ອບໍ່ໃຫ້ເຊື້ອພະຍາດເຂົ້າໄປຈັບຢູ່ໃນແປງໄດ້ ເທົ່ານີ້ກໍແຕ່ງໜ້າໄດ້ຢ່າງສະບາຍຍໃຈ ບໍ່ຕ້ອງຢ້ານເປັນສິວແລ້ວ.
- ບີບ ຫລື ແກະສິວ : ເຄີຍສົງໄສຫລືບໍ່ວ່າເປັນຫຍັງ ຈາກສິວຕຸ່ມດຽວຈຶ່ງແຜ່ລາມກາຍເປັນຫລາຍໆຕຸ່ມ ແລະ ຂຶ້ນເຕັມໃບໜ້າ ນັ້ນກໍເປັນຍ້ອນການແກະ ຫລື ບີບສິວນັ້ນເອງ ເຊິ່ງກໍເປັນພຶດຕິກຳຄວນຫລີກເວັ້ນທີ່ທ່ານບໍ່ຄວນເຮັດເປັນເດັດຂາດ ເພາະການບີບ ຫລື ແກະສິວ ຈະຍິ່ງເຮັດໃຫ້ເຊື້ອແບັກທີເຣຍກະຈາຍໄປຕາມຈຸດຕ່າງໆເທິງໃບໜ້າຫລາຍຂຶ້ນ ແລະ ມີສິວຂຶ້ນມາໃໝ່ເລື້ອຍໆ.
- ຂັດ ຫລື ຮຸກຖູໃບໜ້າແຮງເກີນໄປ : ການຂັດໜ້າແຮງໆ ຫລື ຂັດຫລາຍເທື່ອເກີນໄປຈະເຮັດໃຫ້ຜິວຖືກທຳຮ້າຍຈົນເກີດສິວໄດ້ ເນື່ອງຈາກແຊນຜິວຖືກລົບກວນນັ້ນເອງ. ດັ່ງນັ້ນ, ການຂັດຜິວໜ້າຄວນຂັດເບົາມືທີ່ສຸດ ແລະ ຂັດພຽງແຕ່ອາທິດລະ 1 – 2 ເທື່ອກໍພໍ ສິ່ງສຳຄັນຫລັງຂັດໜ້າແລ້ວກໍຢ່າລືມບຳລຸງຜິວໜ້າດ້ວຍຜະລິດຕະພັນບຳລຸງຜິວ ເພື່ອຕື່ມຄວາມຊຸ່ມຊື່ນໃຫ້ແກ່ຜິວ ພຽງເທົ່ານີ້ກໍຫ່າງໄກຈາກສິວແລ້ວ.
- ບໍ່ເຄີຍເຮັດຄວາມສະອາດໂທລະສັບ : ສົງໄສບໍ່ວ່າໂທລະສັບກ່ຽວຂ້ອງຫຍັງກັບການເປັນສິວ ນັ້ນກໍຍ້ອນວ່າຢູ່ໂທລະສັບຈະເຕັມໄປດ້ວຍຝຸ່ນ ແລະ ແບັກທີເຣຍຫລວງຫລາຍ ເມື່ອເອົາມາແນບໃສ່ຫູ ຫລື ຖືກໃບໜ້າ ເຊື້ອພະຍາດເຫລົ່ານັ້ນຈຶ່ງແຜ່ກະຈາຍສູ່ຜິວໜັງ ແລະ ກໍ່ໃຫ້ເກີດສິວໄດ້ໃນທີ່ສຸດ. ສະນັ້ນ ຫາກບໍ່ຢາກເປັນສິວ ກໍຄວນເຊັດເຮັດຄວາມສະອາດໂທລະສັບມືຖືຂອງທ່ານດ້ວຍອານກໍຮໍ ຫລື ປ່ຽນຈາກການແນບໂທລະສັບໃສ່ຫູມາໃຊ້ຫູຟັງແທນ ກໍຈະຊ່ວຍຫລຸດການເກີດສິວໄດ້ອີກທາງໜຶ່ງ.