ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້

ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້. -           - ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້
ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້. - kitchen vibe - ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້

ຫລາຍຄູ່ມັກຈະພົບບັນຫາແຟນບ້າວຽກ (ຜົວ ຫລື ເມຍບ້າວຽກ) ເຊິ່ງກໍເຮັດໃຫ້ຊີວິດຄູ່ຄືກັບຂາດຫຍັງໄປຈັກຢ່າງ ທັງຍັງເປັນບັນຫາທີ່ເຮັດໃຫ້ຫລາຍໆຄູ່ຕ້ອງເລີກລາກັນໄປນຳອີກ. ສະນັ້ນແລ້ວ ເຮົາຈຶ່ງລວບລວມວິທີຮັບມືກັບແຟນບ້າວຽກມາແນະນຳບັນດາທ່ານໃນມື້ນີ້.

  1. ເວົ້າກັບເຂົາໂດຍກົງ ເຖິງຄວາມຕ້ອງການຂອງທ່ານ : ໃນເມື່ອເຂົາເປັນຄົນບ້າວຽກຫລາຍ ທ່ານກໍຄວນທີ່ຈະເວົ້າກັບເຂົາໂດຍກົງໄປເລີຍວ່າທ່ານຢາກໃຫ້ເຂົາຫັນມາສົນໃຈ ແລະ ໃຫ້ເວລາທ່ານແດ່ ບໍ່ແມ່ນເມົາແຕ່ເຮັດວຽກຈົນລືມທີ່ຈະເອົາໃຈໃສ່ກັນ, ຢ່າໃຊ້ວິທີການມິດງຽບ ແລະ ຄິດວ່າເຂົາຈະຮູ້ດ້ວຍຕົນເອງເດັດຂາດ ເພາະຫາກບໍ່ບອກ ເຂົາກໍບໍ່ມີທາງຮູ້ໄດ້ດອກວ່າທ່ານກຳລັງຮູ້ສຶກບໍ່ດີແນວໃດ.
  2. ຈັດຕາຕະລາງຊີວິດ : ເພາະເຂົາເມົາແຕ່ບ້າວຽກຈົນລືມທີ່ຈະມີເວລາວ່າງໃຫ້ທ່ານ ສະນັ້ນແລ້ວ ກໍຈັດຕາຕະລາງຊີວິດໄວ້ເລີຍ ໂດຍແບ່ງເປັນເວລາເຮັດວຽກ, ເວລາສ່ວນໂຕ ແລະ ເວລາທີ່ຈະເຮັດກິດຈະກຳຕ່າງໆຮ່ວມກັນ ພ້ອມທັງໝັ່ນເຕືອນເຂົານຳວ່າ ຫາກຈະຄົບກັນຕໍ່ໄປ ເຂົາກໍຕ້ອງເຮັດຕາມທີ່ກຳນົດໃນຕາຕະລາງໃຫ້ໄດ້. ເມື່ອຮອດຕອນນີ້ຊີວິດຄູ່ລະຫ່ວາງທ່ານກັບເຂົາກໍຈະມີຄວາມສຸກຫລາຍຂຶ້ນແນ່ນອນ, ແຕ່ຫາກເຂົາເຮັດບໍ່ໄດ້ກໍຄວນຢຸດຄົບກັບເຂົາຈະດີກ່ວາ ເພາະຄວາມຮັກທີ່ບໍ່ມີເວລາໃຫ້ກັນ ມັນປຽບດັ່ງຄົນທີ່ບໍ່ໄດ້ຮັກກັນນັ້ນເອງ.
  3. ພະຍາຍາມເຂົ້າໃຈເຂົາ : ຫາກທ່ານເປັນຄົນທີ່ມີຄວາມອົດທົນຫລາຍພໍ ກໍລອງເຮັດຄວາມເຂົ້າໃຈເຂົາແດ່ກໍດີ ເພາະແນວໃດ ການທີ່ເຂົາບ້າວຽກກໍເປັນຍ້ອນເຂົາຢາກໃຫ້ທ່ານບໍ່ລຳບາກ ແລະ ມີເງິນໃຊ້ຕະຫລອດເດືອນ ບໍ່ຂັດສົນນັ້ນເອງ ແລະ ຄົນທີ່ດຸໝັ່ນແບບນີ້ກໍຫາບໍ່ໄດ້ງ່າຍໆ.
  4. ຍອມຮັບຄວາມເປັນຈິງ : ຖ້າທ່ານບໍ່ສາມາດທີ່ຈະປ່ຽນເຂົາຈາກການເປັນຄົນບ້າວຽກໄດ້ ກໍຄົງຕ້ອງຍອມຮັບຄວາມຈິງແລ້ວ ເພາະຫາກວ່າເຂົາຍັງຄົງເຮັດໂຕດີຢູ່ ແລະ ດູແລທ່ານຢ່າງບໍ່ຂາດຕົກບົກພ່ອງ ເຖິງຈະບ້າວຽກແດ່ຈັກໜ້ອຍກໍບໍ່ມີບັນຫາແມ່ນບໍ່ ພຽງແຕ່ຕ້ອງໝັ່ນເຕືອນໃຫ້ເຂົາຫ່ວງສຸຂະພາບຂອງຕົນເອງແດ່ ແລະ ລອງຊວນເຂົາໄປທ່ຽວພັກຜ່ອນເປັນປະຈຳນັ້ນເອງ.
  • ແຕ່ທັງນີ້ ຫາກທ່ານພະຍາຍາມເຮັດທຸກວິທີທາງແລ້ວເຂົາກໍຍັງບໍ່ສົນໃຈ ແລະ ຍັງຄົງຕັ້ງໜ້າຢູ່ກັບການເຮັດວຽກໂດຍບໍ່ສົນໃຈທ່ານ ມັນກໍຂຶ້ນຢູ່ກັບໂຕຂອງທ່ານເອງແລ້ວວ່າຈະອົດທົນຢູ່ນຳກັນຕໍ່ໄປ ຫລື ຍ່າງອອກມາແລ້ວເລີ່ມຕົ້ນຊີວິດໃໝ່.
ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້. - 4 - ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້
ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້. - Visit Laos Visit SALANA BOUTIQUE HOTEL - ແຟນເປັນຄົນບ້າວຽກ ຮັບມືໄດ້ດ້ວຍ 4 ວິທີຕໍ່ໄປນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!