ມະຫາວິທະຍາໄລອັອກຟອດຄິດຄົ້ນວັກແຊັງທີ່ສາມາດກະຕຸ້ນລະບົບພູມຕ້ານທານຕໍ່ສູ້ໂຄວິດ-19 ໄດ້ສຳເລັດ.


ການທົດລອງວັກແຊັງປ້ອງກັນໂຄວິດ – 19 ທີ່ພັດທະນາໂດຍມະຫາວິທະຍາໄລອັອກຟອດ ກັບອາສາສະໝັກ 1.077 ຄົນ ພົບວ່າ ມີຄວາມປອດໄພ ແລະ ສາມາດຝຶກຝົນລະບົບພູມຕ້ານທານໄດ້ສຳເລັດ ໂດຍຮ່າງກາຍຂອງອາສາສະໝັກທີ່ໄດ້ຮັບວັກແຊັງສ້າງແອນຕີບໍດີ ແລະ ເມັດເລືອດຂາວທີ່ສາມາດຕໍ່ສູ້ກັບໄວຣັສໂຄໂຣນາສາຍພັນໃໝ່ໄດ້.
ວຽກງານວິໄຈນີ້ເຮັດໃຫ້ເກີດຄວາມຫວັງທ່າມກາງຄວາມພະຍາຍາມໃນການຕໍ່ສູ້ກັບພະຍາດໂຄວິດ – 19 ທີ່ກຳລັງແຜ່ລະບາດຢູ່, ແຕ່ຍັງຖືວ່າໄວເກີນໄປທີ່ຈະຮູ້ວ່າວັກແຊັງສາມາດປ້ອງກັນໂຄວິດ – 19 ໄດ້ ແລະ ນັກວິໄຈກຳລັງດຳເນີນການທົດລອງທີ່ມີອາສາສະໝັກເຂົ້າຮ່ວມຫລາຍກ່ວານີ້, ແຕ່ເຖິງແນວນັ້ນ ທາງການອັງກິດໄດ້ສັ່ງຊື້ວັກແຊັງຊະນິດນີ້ 100 ລ້ານເຂັມແລ້ວ.
ວັກແຊັງທີ່ໄດ້ຮັບການພັດທະນາຢ່າງໄວວານີ້ມີຊື່ວ່າ ChAdOx1 nCoV-19 ເປັນວັກແຊັງທີ່ພັດທະນາຂຶ້ນຈາກເຊື້ອໄວຣັສທີ່ກໍ່ໃຫ້ເກີດພະຍາດຫວັດໃນຊິມແພນຊີ ທີ່ຖືກເອົາມາດັດແປງກຳມະພັນຈົນບໍ່ສາມາດດໍ່ໃຫ້ເກີດການຕິດເຊື້ອໃນມະນຸດໄດ້ ແລະ ເຮັດໃຫ້ມີລັກສະນະຄ້າຍເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງລະບົບພູມຕ້ານທານຂອງມະນຸດສາມາດຮຽນຮູ້ວ່າຈະຈັດການມັນໄດ້ແນວໃດ.
ວັກແຊັງດັ່ງກ່າວມີຄວາມປອດໄພ, ແຕ່ກໍມີຜົນຂ້າງຄຽງທີ່ບໍ່ອັນຕະລາຍ. ແນວໃດກໍຕາມ, ອາສາສະໝັກທີ່ເຂົ້າຮ່ວມການທົດລອງປະມານ 70% ບອກວ່າມີອາການໂຕຮ້ອນ ແລະ ເຈັບຫົວ ເຊິ່ງນັກວິໄຈລະບຸວ່າສາມາດໃຊ້ຢາປາຣາເຊຕາໂມນຫລຸດຜ່ອນອາການດັ່ງກ່າວໄດ້.
ສາດສະດາຈານ ຊາຣາ ກິລເບີດ ຈາກມະຫາວິທະຍາໄລອັອກຟອດ ກ່າວວ່າ : ຍັງຕ້ອງທົດລອງເພີ່ມຕື່ມອີກກ່ອນຈະຢັ້ງຢືນໄດ້ວ່າວັກແຊັງຊະນິດນີ້ຈະໃຊ້ປ້ອງກັນການລະບາດຂອງໂຄວິດ – 19 ໄດ້, ແຕ່ຜົນການທົດລອງໃນເບື້ອງຕົ້ນນີ້ຖືວ່າໜ້າພໍໃຈ, ອາດຕ້ອງໃຊ້ເວລາອີກຫລາຍເດືອນກ່ວາຈະຜ່ານຂະບວນການອະນຸມັດໃຫ້ນຳເອົາການປິ່ນປົວນີ້ໄປໃຊ້ໄດ້. ແນວໃດກໍຕາມ, ລັດຖະບານອັງກິດບອກວ່າຈະເລັ່ງອະນຸມັດວິທີ ຫລື ຢາທີ່ມີໂອກາດປິ່ນປົວໂຄວິດ – 19 ໃຫ້ໄວເປັນພິເສດ ຄືກັນກັບກໍລະນີຂອງຢາເຣມເດຊີເວີຍເມື່ອເດືອນພຶດສະພາ ຫລື ອີກວິທີໜຶ່ງຄື ທາງການອາດຈະອະນຸຍາດໃຫ້ໃຊ້ວິທີການປິ່ນປົວນີ້ໂດຍໃຫ້ແພດເຝົ້າເບິ່ງແຍງອາການຢ່າງໃກ້ຊິດ.