ຈະລາຈອນນະຄອນຫລວງລົງ​ກວດກາ​ຜູ້​ຂັບ​ຂີ່​​ລະເມີດ​ລະບຽບ

- Police stop - ຈະລາຈອນນະຄອນຫລວງລົງ​ກວດກາ​ຜູ້​ຂັບ​ຂີ່​​ລະເມີດ​ລະບຽບ
- kitchen vibe - ຈະລາຈອນນະຄອນຫລວງລົງ​ກວດກາ​ຜູ້​ຂັບ​ຂີ່​​ລະເມີດ​ລະບຽບ

ເຈົ້າໜ້າທີ່​ຈະລາຈອນນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ໃນວັນ​ທີ 27 ມິຖຸນາ ນີ້, ​ກໍາລັງເຈົ້າໜ້າທີ່ຂອງຕົນສົມທົບ​ກັບ​ເຈົ້າໜ້າທີ່ຈະລາຈອນ​​ໃນ 5 ​ຕົວເມືອງ ໄດ້​ລົງ​ກວດການັກ​ຂັບ​ຂີ່​ທີ່ລະເມີດ​ກົດ​ລະບຽບຈະລາຈອນ​ ເປັນ​ຕົ້ນ: ລົດ​ດັດ​ແປງ​ສະພາບ, ບໍ່​ໃສ່ໝວກກັນ​ກະທົບ, ລົດ​ບໍ່ຕິດ​ປ້າຍທະບຽນ ​ແລະ ລົດຈອດ​ຢຽບທາງ​ມ້າ​ລາຍ,​ ໂດຍຈັດຕັ້ງປະຕິບັດຢູ່ສີ່ແຍກ​ໄຟ​ອໍານາດ​ຫລັກ 6, ​ເຂດ​ເສັ້ນທາງ ດົງ​ນາ​ທອງ, ​​ເສັ້ນທາງ 450 ປີ, ​ເສັ້ນທາງບ້ານໜອງທາ, ​ເສັ້ນທາງບ້ານຄຳ​ສະຫວາດ, ​ເສັ້ນທາງ T4 ບ້ານ​ໂພນ​ປ່າ​ເປົ້າ ແລະ ອື່ນໆ. ​

ທ່ານພັນ​ໂທ ບຸນ​ມາກ ສູນ​ດາ​ໄລ ຮອງ​ຫົວໜ້າພະ​ແນ​ກຈະລາຈອນນະຄອນ ຫລວງ ໃຫ້ຮູ້ວ່າ: ການ​ລົງ​ກວດກາດັ່ງກ່າວແມ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ນາຍົກລັດຖະມົນຕີວ່າດ້ວຍ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ ​ແລະ ຄຳ​ສັ່ງ​ຂອງລັດຖະມົນຕີ​​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ວຽກງານ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆຢູ່​ໃນ​ສັງຄົມ ກໍ​ຄືແຜນການ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້ຢູ່ນະຄອນຫລວງ​ວຽງຈັນ, ຊຶ່ງຈະມີການ​ກວດກາ​ປະຈຳ​ອາທິດ​ທັງໃນ​ຕອນ​ເຊົ້າ ​ແລະ ຕອນ​ຄໍ່າ, ທັງ​ນີ້​ເພື່ອ​ແນໃສ່ແກ້​ໄຂ​ບັນດາປາກົດ​ການ​ຫຍໍ້​ທໍ້​ທາງ​ສັງຄົມ ​ເປັນ​ຕົ້ນ: ​ກຸ່ມ​ແກ້ງ​ຂີ່​ລົດກວນເມືອງ, ​​ລັກ​ຊັບ-ຊິງ​ຊັບ, ຄ້າຂາຍ​ຢາ​ເສບ​ຕິດ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ຈະລາຈອນນະຄອນຫລວງລົງ​ກວດກາ​ຜູ້​ຂັບ​ຂີ່​​ລະເມີດ​ລະບຽບ

ຮ​ອງຫົວໜ້າພະ​ແນ​ກຕຳຫລວດ​ຈະລາຈອນນະຄອນຫລວງ ​ໃຫ້​ຮູ້​ວ່າ: ປັດຈຸບັນມີນັກຂັບຂີ່ຈໍານວນບໍ່ໜ້ອຍລະເມີດລະບຽບຈະລາຈອນ, ຊຶ່ງມັນສະແດງໃຫ້ເຫັນຈາກການລົງກວດກາໃນອາທິດຜ່ານມາສາມາດພົບເຫັນຜູ້​ລະ​ເມີດ​ລະບຽບຈະລາຈອນຫລາຍກວ່າ 80 ກໍລະນີ, ​ໃນນີ້​ໄດ້​ດໍາເນີນການສຶກສາ​ອົບຮົມ​ກ່າວ​ເຕືອນ 18 ກໍລະນີ, ກັກ​​ເອກະສານລົດ​ຕ່າງໆຈຳນວນ 66 ​ໃບ, ກັກ​ລົດ​ໄດ້ 14 ຄັນ, ໃນນີ້ລົດ​ດັດ​ແປງ​ສະພາບ 2 ຄັນ, ລົດ​ບໍ່ມີ​ເອກະສານ 10 ຄັນ ​ແລະ ລົດ​ບໍ່ຕິດ​ປ້າຍ​ທະບຽນ 2 ຄັນ ​ແລະ ອາທິດຜ່ານມາທົ່ວນະຄອນ​ລວງ​ວຽງຈັນມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 28 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ 4 ຄົນ. ​

- 5 - ຈະລາຈອນນະຄອນຫລວງລົງ​ກວດກາ​ຜູ້​ຂັບ​ຂີ່​​ລະເມີດ​ລະບຽບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!