ນັກເທັນນິສຍິງຊາວອາກຊັງຕິນ ເຂົ້າເຖິງຮອບ 4 ຄົນສຸດທ້າຍ ເທັນນິສ ເຟັນ ໂອເພັນ 2020
October 7, 2020 - 4:27 PM
ໃນວັນທີ 27 ກັນຍາ – 11 ຕຸລານີ້ ການແຂ່ງຂັນເທັນນິສ ແກຣນສະແລມ ເຟັນ ໂອເພັນ 2020 ທີ່ສະໜາມ ໂຣລ໋ອງ ກາຣັອສ ໃນນະຄອນຫລວງປາຣີ ປະເທດຝຣັ່ງ ຊິງເງິນລາງວັນລວມ 38 ລ້ານເອີໂຣ.
ໃນການແຂ່ງຂັນເທັນນິສ ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ: ນາເດຍ ໂປໂດຣັອສກ້າ ນັກເທັນນິສຊາວອາກຊັງຕິນ ໄວ 23 ປີ ມື 131 ຂອງໂລກ ສ້າງປະຫວັດສາດເປັນນັກເທັນນິສຈາກຮອບຄັດເລືອກຄົນທຳອິດ ສາມາດຜ່ານເຂົ້າເຖິງຮອບ 4 ຄົນສຸດທ້າຍ ເທັນນິສ ເຟັນ ໂອເພັນ ພາຍຫລັງພິກລັອກເອົາຊະນະ ເອລີນ້າ ສະວິດໂຕລີນ້າ ມື 3 ຂອງລາຍການ ຈາກອູແກຣນ 2-0 ເຊັດ: 6-2 ແລະ 6-4. ຮອບຮອງຊະນະເລີດ ໂປໂດຣັອສກ້າ ໄປພົບກັບ ອີກ້າ ສະເວຍເຕັກ ດາວຮຸ່ງຊາວໂປໂລຍ ໄວ 19 ປີ ອັນດັບ 54 ຂອງໂລກ ທີ່ເຂົ້າຮອບ 4 ຄົນສຸດທ້າຍ ລະດັບແກຣນສະແລມ ຄັ້ງທຳອິດເຊັ່ນກັນ ຫລັງຊະນະ ມາຕີນ້າ ເທຣວີຊານ ຊາວອິຕາລີ ທີ່ມາຈາກຮອບຄັດເລືອກ 2-0 ເຊັດ: 6-3, 6-1.