ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ.

ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ. -                          - ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ.
ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ. - kitchen vibe - ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ.

ຖົ່ວເຫລືອງທີ່ຄັ້ນອອກມາ ແລະ ຕົ້ມຈົນເປັນນຳ້ເຕົ້າຫູ້ ອຸດົມໄປດ້ວຍໂປຣຕິນ ທີ່ຄົນແພ້ນົມງົວກໍສາມາດງົດເວັ້ນມາຮັບໂປຣຕິນຈາກນຳ້ເຕົ້າຫູ້ແທນໄດ້ ທັງນີ້ນຳ້ເຕົ້າຫູ້ຍັງຍ່ອຍງ່າຍ, ບໍ່ມີໄຂມັນ, ດື່ມແລ້ວຮູ້ສຶກອີ່ມແບບບໍ່ແໜ້ນທ້ອງ ລວມທັງປະໂຫຍດຈາກນຳ້ເຕົ້າຫູ້ທີ່ພວກເຮົາກຳລັງຈະນຳສະເໜີນີ້ ຖ້າໄດ້ຮູ້ກໍຄົງບໍ່ແປກໃຈທີ່ໃຜໆຈະຍົກຍ້ອງໃຫ້ນຳ້ເຕົ້າຫູ້ເປັນເຄື່ອງດື່ມເພື່ອສຸຂະພາບ.

  1. ຊ່ວຍຫລຸດ ແລະ ປ້ອງກັນພະຍາດມະເຮັງເຕົ້ານົມ ແລະ ຫລຸດຜ່ອນອາການຂ້າງຄຽງຈາກອາການໝົດປະຈຳເດືອນ.
  2. ຊ່ວຍປ້ອງກັນ ແລະ ແກ້ໄຂພະຍາດຫົວໃຈ ເນື່ອງຈາກເປັນອາຫານທີ່ບໍ່ມີຄໍເລສເຕີໂຣນ, ມີໄຟເບີຫລາຍ, ນອກຈາກນີ້ ຍັງມີໂອເມກ້າ – 3 ແລະ ວິຕາມິນ
  3. ຊ່ວຍປ້ອງກັນ ແລະ ຂັດຂວາງພະຍາດມະເຮັງຕ່ອມລູກໝາກ.
  4. ຊ່ວຍປ້ອງກັນພະຍາດລະບົບທາງເດີນອາຫານ ເນື່ອງຈາກຖົ່ວເຫລືອງມີໄຟເບີຫລາຍ, ໄຟເບີເຫລົ່ານີ້ຈະຊ່ວຍເຮັດຄວາມສະອາດລະບົບທາງເດີນອາຫານ.
  5. ຊ່ວຍຫລຸດຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໄດ້.
  6. ເປັນແຫ່ລງໂປຣຕິນສຳຄັນນສຳລັບຄົນກິນເຈ ເພາະຖົ່ວເຫລືອງມີສານອະມິໂນ ເອຊິດ ທີ່ຈຳເປັນຕໍ່ຮ່າງກາຍ.
  7. ໃຊ້ແທນນຳ້ນົມງົວໃນເດັກທີ່ແພ້ນົມງົວ ແລະ ແພ້ເລັກໂຕສໃນນົມ.
  8. ໃຊ້ເປັນອາຫານສຳລັບຄົນປ່ວຍພະຍາດເບົາຫວານ ເພາະຖົ່ວເຫລືອງມີນຳ້ຕານເປັນສ່ວນປະກອບໜ້ອຍ ແລະ ຍັງບໍ່ມີຄໍເລສເຕີໂຣນ.

 

ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ. - Visit Laos Visit SALANA BOUTIQUE HOTEL - ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ.
ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ. - 3 - ປະໂຫຍດຂອງນຳ້ເຕົ້າຫູ້ ມີຫລາຍກ່ວາທີ່ທ່ານຄິດ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!