ອາເມລິກາກຽມຂວ້ຳບາດອີຣານຄັ້ງໃໝ່


ອາເມລິກາກຽມປະກາດມາດຕະການຂວ້ຳບາດອຸດສາຫະກຳການເງິນຂອງອີຣານຄັ້ງໃໝ່ທີ່ຖືເປັນການເພີ່ມແຮງກົດດັນລັດຖະບານອີຣານກ່ອນຮອດການເລືອກຕັ້ງປະທານາທິບໍດີອາເມລິກາໃນມໍ່ໆນີ້.
ມາດຕະການຂວ້ຳບາດຂອງອາເມລິກາເຮັດໃຫ້ເສດຖະກິດຂອງອີຣານເສຍຫາຍໜັກ. ປະທານາທິບໍດີ ຮຳຊັນ ໂຣຮານີ ຂອງອີຣານ ກ່າວໃນເດືອນມິຖຸນາຜ່ານມາວ່າ: ອີຣານກຳລັງຜະເຊີນກັບປີທີ່ຍາກລຳບາກຈາກການປະກາດມາດຕະການຂວ້ຳບາດທາງເສດຖະກິດຂອງອາເມລິກາ ແລະ ການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19. ສ່ວນຜູ້ຊ່ຽວຊານໃຫ້ຄວາມເຫັນວ່າ: ການສົ່ງອອກນ້ຳມັນຂອງອີຣານທີ່ເປັນລາຍໄດ້ຫລັກຂອງປະເທດມີປະລິມານຫລຸດລົງຕໍ່າສຸດໃນຮອບຫລາຍສິບປີເມື່ອຕົ້ນປີນີ້ ແລະ ຖ້າອາເມລິກາໃຊ້ມາດຕະການຂວ້ຳບາດອີຣານຄັ້ງໃໝ່ອີກ ອາດສົ່ງຜົນກະທົບຕໍ່ສິນຄ້າດ້ານມະນຸດສະທຳເຊັ່ນ: ຢາ ແລະ ອຸປະກອນການແພດ. ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ຕັດສິນໃຈປະກາດມາດຕະການຂວ້ຳບາດອີຣານ ເພື່ອຂັດຂວາງການເຂົ້າເຖິງແຫລ່ງລາຍໄດ້ທຸກທາງຂອງອີຣານ ບໍ່ວ່າຈະເປັນການຂາຍນ້ຳມັນໄປຈົນເຖິງກິດຈະກຳທາງການເງິນ, ເຖິງວ່າມາດຕະການຂວ້ຳບາດດັ່ງກ່າວຈະຍົກເວັ້ນດ້ານອາຫານ, ຢາ ແລະ ການຊ່ວຍເຫລືອດ້ານມະນຸດສະທຳ, ແຕ່ທະນາຄານຕ່າງປະເທດຫລາຍແຫ່ງໄດ້ຢຸດເຮັດທຸລະກິດກັບອີຣານ ເຊິ່ງລວມທັງຂໍ້ຕົກລົງດ້ານມະນຸດສະທຳ.
ຄວາມເຄັ່ງຕຶງລະຫວ່າງລັດຖະບານອາເມລິກາ ແລະ ອີຣານທະວີຄວາມຮຸນແຮງຂຶ້ນນັບແຕ່ປະທານາທິບໍດີ ທຣຳ ປະກາດຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ ໃນປີ 2018 ແລະ ເລີ່ມກັບມາປະກາດມາດຕະການຂວ້ຳບາດອີຣານອີກນັບແຕ່ນັ້ນມາ.