ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມລີກສູງສຸດຂອງ ສປປ ລາວ
October 12, 2020 - 10:46 AM


ອາທິດສຸດທ້າຍ ລາວລີກ 1 ປະຈໍາວັນທີ 11 ຕຸລາ 2020 ມີ 2 ຄູ່ ລາວໂຕໂຢຕ້າ ເອັຟຊີ ຊະນະ ປກສ ເອັຟຊີ 3-1, ສ່ວນ ມາສເຕີ 7 ເອັຟຊີ ເອົາຊະນະ ວຽງຈັນ ເອັຟທີ 5-2.
ບົດສະຫຼຸບ ເປບຊີ ລາວລີກ 1 ລະດູການ 2020:
-ແຊ້ມເປັນຂອງ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມລີກສູງສຸດຂອງ ສປປ ລາວ ເປັນສະໄໝທີ 5 ຕໍ່ຈາກປີ 2015, 2017, 2018 ແລະ 2019
-ຮອງແຊ້ມ: ມາສເຕີ 7 ເອັຟຊີ
-ອັນດັບ 3 ຊ້າງນ້ອຍ ເອັຟຊີ
-ດາວຍິງສູງສຸດ: ໂກເມສ ຄອສຕ້າ ແລະ ແກ້ວວຽງເພັດ ຍິງໄດ້ 12 ປະຕູເທົ່າກັນ
-ນັກເຕະດີເດັ່ນ: ແກ້ວວຽງເພັດ ລິດທິເດດ
-ຜູ້ຮັກສາປະຕູດີເດັ່ນ: ສຸກທະວີ ສູນດາລາ ຜູ້ຮັກສາປະຕູຂອງ ລາວໂຕໂຢຕ້າ ເອັຟຊີ
-ຄູຝຶກດີເດັ່ນ: ຈຸນ ຟູກຸດະ ຫົວໜ້າຄູຝຶກຂອງ ລາວໂຕໂຢຕ້າ ເອັຟຊີ.