ທຣຳ ອ້າງ ມີພູມຄຸ້ມກັນ ໂຄວິດ-19

- LPN 25 - ທຣຳ ອ້າງ ມີພູມຄຸ້ມກັນ ໂຄວິດ-19
- kitchen vibe - ທຣຳ ອ້າງ ມີພູມຄຸ້ມກັນ ໂຄວິດ-19

ປະທານາທິບໍດີ ໂດນັລທຣຳ ກ່າວວ່າຕົນເອງມີພູມຄຸ້ມກັນໂຄວິດ-19 ແລະ ພ້ອມທີ່ຈະກັບມາ ເຮັດວຽກຕາມປົກກະຕິໄດ້.

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມລິກາວ່າ ເມື່ອວັນທີ 11 ຕຸລານີ້ ວ່າ: ປະທານາທິບໍດີ ໂດນັລທຣຳ ໃຫ້ສຳພາດລາຍການຂ່າວໂທລະທັດ ເຊົ້າວັນອາທິດວ່າ: ຕອນນີ້ເຂົາ ແຂງແຮງ ແລະ ມີຄວາມພ້ອມກັບຄືນສູ່ສະໜາມຮົບ ແລະ ເຂົາຍັງກ່າວວ່າ: ເບິ່ງຄືວ່າເຂົາມີພູມຄຸ້ມກັນໂຄວິດ-19 ແລ້ວ ບໍ່ວ່າຈະເປັນພຽງຊົ່ວຄາວ ໄລະຍະຍາວ ຫຼື ຕະຫຼອດຊີວິດກໍຕາມ  ໂດຍ ທຣຳ ຂະຫຍາຍຄວາມວ່າ ອ້າງອີງຈາກເອກກະສານຂອງ ທ່ານໝໍ ໝອນຄອນລີ ຫົວໜ້າຄະນະແພດປະຈຳທຳນຽບຂາວ.

- Visit Laos Visit SALANA BOUTIQUE HOTEL - ທຣຳ ອ້າງ ມີພູມຄຸ້ມກັນ ໂຄວິດ-19
- 3 - ທຣຳ ອ້າງ ມີພູມຄຸ້ມກັນ ໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!