ພໍ່ແມ່ສົ່ງຮຽນໄດ້ເປັນເຖິງສາດສະດາຈານ ຢູ່ຕ່າງປະເທດ ງຽບຫາຍໄປ 17 ປີ ຮູ້ນຳຫລັງວ່າ ປ່ຽນຊື່ ປ່ຽນນາມສະກຸນ

- 555 32 - ພໍ່ແມ່ສົ່ງຮຽນໄດ້ເປັນເຖິງສາດສະດາຈານ ຢູ່ຕ່າງປະເທດ ງຽບຫາຍໄປ 17 ປີ ຮູ້ນຳຫລັງວ່າ ປ່ຽນຊື່ ປ່ຽນນາມສະກຸນ
- kitchen vibe - ພໍ່ແມ່ສົ່ງຮຽນໄດ້ເປັນເຖິງສາດສະດາຈານ ຢູ່ຕ່າງປະເທດ ງຽບຫາຍໄປ 17 ປີ ຮູ້ນຳຫລັງວ່າ ປ່ຽນຊື່ ປ່ຽນນາມສະກຸນ

ຄົນບູຮານເຄີຍເວົ້າວ່າ: “ພໍ່ແມ່ລ້ຽງລູກບໍ່ຄຶດເສຍດາຍ, ແຕ່ລູກລ້ຽງພໍ່ແມ່ ແມ່ນນັບມື້ນັບວັນ”, ໃນຄວາມເປັນຈິງກໍແມ່ນແນວນັ້ນແທ້, ເບິ່ງແຕ່ສະພາບຂອງຂ້ອຍກໍຮູ້ແລ້ວ, ຜູ້ເປັນລູກໃຊ້ທ່າທີຕໍ່ພໍ່ແມ່ນັບມື້ເປີດແປນຂຶ້ນຊັກໄຊ້, ຮ້າຍແຮງໄປກວ່ານັ້ນ ມີລູກບາງຄົນເມື່ອພໍ່ແມ່ບໍ່ມີເງິນໃຫ້ກໍຄຽດຂົມ ແລະ ໜີ ອອກຈາກບ້ານເຮືອນໄປຕະຫຼອດຊີວິດ.

ເລື່ອງຄືດັ່ງກ່າວເກີດຂຶ້ນກັບຄອບຄົວໜຶ່ງໃນເມືອງ ຕ້າຫຼຽນ ມົນທົນ ຫຼຽວນິງ ປະເທດຈີນ. ປີ 1979 ມີຜົວເມຍຄູ່ໜຶ່ງ ເອົາກັນມາຫຼາຍປີ ຈຶ່ງເກີດໄດ້ລູກສາວຜູ້ດຽວ, ຍ້ອນແນວນັ້ນ ຈຶ່ງກາຍເປັນດວງຈິດດວງໃຈໃນຄອບຄົວ.

- Visit Laos Visit SALANA BOUTIQUE HOTEL - ພໍ່ແມ່ສົ່ງຮຽນໄດ້ເປັນເຖິງສາດສະດາຈານ ຢູ່ຕ່າງປະເທດ ງຽບຫາຍໄປ 17 ປີ ຮູ້ນຳຫລັງວ່າ ປ່ຽນຊື່ ປ່ຽນນາມສະກຸນ

ເຖິງວ່າຄອບຄົວ ຈະບໍ່ຮັ່ງມີດີໄດ້ ແຕ່ກໍໄດ້ເຮັດທຸກສິ່ງຢ່າງເພື່ອໃຫ້ລູກໄດ້ຢູ່ສະໜຸກສຸກສະບາຍ, ມີຊີວິດການເປັນຢູ່ທີ່ດີ, ໄດ້ຮັບການສຶກສາທີ່ດີ ໂດຍບໍ່ໃຫ້ເສຍຄວາມຕັ້ງໃຈຂອງພໍ່-ແມ່, ນາງໄດ້ເອົາໃຈໃສ່ຮຽນໃຫ້ເກັ່ງທີ່ສຸດ ທັງຍັງເປັນແບບຢ່າງໃຫ້ນັກຮຽນຄົນອື່ນໆ ນຳເອົາແບບຢ່າງ.

ຍ້ອນດຸໝັ່ນຂະຫຍັນໃນການຮຽນ ເຂົາໄດ້ເສັງຕິດໃນມະຫາວິທະຍາໄລສ້າງຄູ ໃນມົນທົນ ຫຼຽວນິງ, ຈຶ່ງເຮັດໃຫ້ພໍ່ແມ່ມີພາລະແບກຫາບຄ່າຮຽນຂອງລູກໜັກຂຶ້ນຕື່ມ, ວ່າແຕ່ລູກຕ້ອງການຫຍັງພໍ່ແມ່ກໍແລ່ນຫາໃຫ້ມາໄດ້.

ເມື່ອເຂົ້າຮຽນໃນມະຫາວິທະຍາໄລ, ນາງໄດ້ປ່ຽນເປັນຄົນໃໝ່, ເຂົາບໍ່ສູ້ສົນໃຈນຳພໍ່ແມ່, ມີແຕ່ສຸມໃສ່ການຮຽນເປັນໃຫຍ່ ແລະ ຮຽກຮ້ອງໃຫ້ພໍ່ແມ່ຕ້ອງຊອກຫາເງິນເພື່ອໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ຄ່າຮຽນ.

ຢູ່ຕໍ່ມາໄລຍະໜຶ່ງ, ພໍ່ແມ່ໄດ້ຮັບໃບແຈ້ງຈາກທາງໂຮງຮຽນວ່າ ໄດ້ມີເງື່ອນໄຂໄປຮຽນຢູ່ທີ່ປະເທດເຢຍລະມັນ. ເມື່ອເຫັນວ່າຕົນເອງຖືກໄປຮຽນທີ່ເຢຍລະມັນ ກໍຮຽກຮ້ອງໃຫ້ພໍ່ແມ່ ຊອກຫາເງິນກ້ອນໃຫຍ່ໃຫ້ຕົນເອງ ເມື່ອໄດ້ຍິນຄຳຮຽກຮ້ອງຂອງລູກຄືແນວນັ້ນ, ພໍ່ແມ່ນນອນບໍ່ໄດ້ ຢູ່ບໍ່ເປັນສຸກເພາະຄຶດນຳຈະຫາເງິນ ຈຳນວນຫຼວງຫຼາຍ ມາແຕ່ໃສໃຫ້ລູກ. ແຕ່ຍ້ອນອີດູຕົນລູກ ພໍ່ແມ່ຈຶ່ງໄດ້ເອົາເງິນທັງໝົດທີ່ປະຢັດໄດ້ ແລະ ຢືມອີກຈຳນວນໜຶ່ງເພື່ອໃຫ້ພຽງພໍກັບທີ່ລູກຕ້ອງການ.

ປີ 2000 ນາງໄດ້ໄປເຖິງເຢຍລະມັນ, ສາຍສຳພັນກັບຄອບຄົວພໍ່ແມ່ເວລານີ້ຍັງປົກກະຕິຕາມເຄີຍ, ໝັ່ນສົ່ງຈົດໝາຍໄປ-ມາຫາພໍ່ແມ່, ຫຼັງຈາກນັ້ນກໍໜ້ອຍລົງທຸກທີ. ເມື່ອເຖິງປີ 2003 ບັງເອີນລູກສາວໂທລະສັບມາຫາພໍ່ແມ່ເພື່ອຂໍເງິນ 33.000 ຢວນ(ສະກຸນເງິນຂອງຈີນ) .

ຜ່ານມາພໍ່ແມ່ໄດ້ໄປກູ້ຢືມເພື່ອໃຫ້ລູກໄດ້ຮຽນກໍຫຼາຍແລ້ວ ແຕ່ເທື່ອນີ້ ແມ່ນອັບປັນຍາແທ້ໆ ບໍ່ຮູ້ວ່າຈະໄປຢືມຢູ່ໃສ ໄຊ້ໜີ້ເກົ່າກໍຍັງບໍ່ທັນໝົດ ຈຶ່ງປະຕິເສດຄຳຮຽກຮ້ອງຂອງລູກ. ຍ້ອນພໍ່ແມ່ຕອບສະໜອງເງິນໃຫ້ບໍ່ໄດ້, ນາງຈຶ່ງບໍ່ພົວພັນຫາພໍ່ແມ່ອີກ. 10 ເດືອນຜ່ານໄປ ເຂົາຈຶ່ງໂທມາຫາພໍ່ແມ່, ພໍ່ແມ່ກໍເລີຍເກີດຄວາມໃຈຮ້າຍໃຫ້ກັບລູກ ແລະ ບອກວ່າ: “ລູກຄິດຮອດສອງຜົວເມຍເຖົ້ານີ້ບໍ? ຄິດວ່າລູກໄປຕາຍຢູ່ໃສແລ້ວ”.

ເມື່ອໄດ້ຍິນສຽງພໍ່ແມ່ຕອບຄືແນວນັ້ນ, ນາງກໍຟ້າວປິດໂທລະສັບ ແລະ ຈາກນັ້ນກໍບໍ່ຕິດຕໍ່ຫາພໍ່ແມ່ອີກຕະຫຼອດ 17 ປີ. ພໍ່ແມ່ຊອກຫາທຸກຊ່ອງທາງເພື່ອຕິດຕໍ່ຫາລູກ ແຕ່ກໍບໍ່ໄດ້.

ວັນເວລາລ່ວງເລີຍໄປເລື້ອຍໆ ພໍ່ແມ່ໄດ້ແຕ່ອູ້ມຄວາມຄິດຮອດຄິດເຖິງລູກຢູ່ທຸກລົມຫາຍໃຈ, ເພື່ອໃຫ້ໄດ້ພົບລູກເປັນຄັ້ງສຸດທ້າຍ ຈຶ່ງໄດ້ຕິດຕໍ່ຫາ ກົງສູນຈີນຢູ່ເຢຍລະມັນ ເພື່ອໃຫ້ຊ່ວຍຊອກຫາລູກສາວຂອງຕົນ, ທັງໜ້າໜັງສືພິມກໍອອກຂ່າວທວງຫາຊ່ວຍພວກເຂົາ.

ເມື່ອໄດ້ຮັບຂ່າຈາກເພື່ອນຮຽນກັບນາງ ຢູ່ເຢຍລະມັນໃຫ້ຂໍ້ມູນວ່າ: ນາງ ໄດ້ປ່ຽນຊື່ ແລະ ນາມສະກຸນໃໝ່ແລ້ວ, ເຂົາມີຊີວິດທີ່ສຳລານກັບຄອບຄົວຂອງເຂົາ ແລະ ເຂົາຍັງເປັນສາດສະດາຈານຄົນໜຶ່ງອີກດ້ວຍ.

ພໍ່ແມ່ໄດ້ຍິນແນວນັ້ນ ກໍໄດ້ແຕ່ຫລັ່ງນໍ້າຕາ ຈັ່ງແມ່ນບໍ່ນຶກເລີຍວ່າໃນໂລກນີ້ຍັງມີຜູ້ເປັນລູກເນລະກຸນດັ່ງນາງ, ພ້ອມທີ່ຈະປະຖິ້ມພໍ່ ແມ່ຄອບຄົວ ທີ່ໃຫ້ບັງເກີດເກົ້າຕົນເອງອອກມາ. ເຂົາຄືຈະບໍ່ຄິດເລີຍວ່າແມ່ນໃຜເປັນຜູ້ໃຫ້ຊີວິດທີ່ມີຄວາມສຸກຂອງເຂົາໃນວັນນີ້. ຫວັງວ່າ ພໍ່ແມ່ຂອງນາງຄົງກັ້ນຄວາມເຈັບປວດນີ້ໄວ້ໄດ້ ແລະ ລືມສາວ່າບໍ່ມີລູກຄົນນີ້ຢູ່ໃນໂລກ.

- 5 - ພໍ່ແມ່ສົ່ງຮຽນໄດ້ເປັນເຖິງສາດສະດາຈານ ຢູ່ຕ່າງປະເທດ ງຽບຫາຍໄປ 17 ປີ ຮູ້ນຳຫລັງວ່າ ປ່ຽນຊື່ ປ່ຽນນາມສະກຸນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!