ທີມຊາດເດັນມາກ ຊະນະ ທີມຊາດອັງກິດ 1-0
October 15, 2020 - 4:04 PM


ການແຂ່ງຂັນເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2020-21 ຮອບແບ່ງກຸ່ມນັດທີ 4 ຂອງລີກ A ກຸ່ມທີ 2 ໃນຄືນວັນທີ 14 ຕຸລາຜ່ານມານີ້, ທີມຊາດອັງກິດ ເປີດສະໝາມ ຕ້ອນຮັບ ທີມຊາດເດັນມາກຈຸດປ່ຽນສຳຄັນຂອງນັດນີ້ຄື: ແຮຣີ້ ແມັກໄກວ ກອງຫລັງຈາກ ແມນຢູ ໄດ້ສອງບັດເຫລືອງເປັນບັດແດງໃນນາທີ 31′ ຈາກການສະກັດບໍ່ເດັດຂາດ ຈາກນັ້ນອີກ 4 ນາທີ ທີມເສຍຈຸດໂທດ ແລະ ເປັນ ຄຣິສຕຽນ ອີຣິກສັນ ອະດີດກອງກາງສະເປີຮັບໜ້າຍີງປະຕູບໍ່ພາດ, ເວລາທີ່ເຫລືອເຖິງວ່າ ອັງກິດຈະສູ້ໄດ້ດີ ແຕ່ບໍ່ສາມາດຕີສະ
ເໝີໄດ້ ຈົບເກມ ທີມຊາດເດັນມາກ ຊະນະ ທີມຊາດອັງກິດ 1-0