ອາເຊີໄບຊານ ແລະ ອາເມເນຍ ຕົກລົງຢຸດຍິງ ຮອບໃໝ່ ພາຍຫຼັງປະທະກັນບໍ່ເຊົາ

ອາເຊີໄບຊານ ແລະ ອາເມເນຍ ຕົກລົງຢຸດຍິງ ຮອບໃໝ່ ພາຍຫຼັງປະທະກັນບໍ່ເຊົາ - kitchen vibe - ອາເຊີໄບຊານ ແລະ ອາເມເນຍ ຕົກລົງຢຸດຍິງ ຮອບໃໝ່ ພາຍຫຼັງປະທະກັນບໍ່ເຊົາ

ອາເຊີໄບຊານ ແລະ ອາເມເນຍ ເຫັນດີຕົກລົງຢຸດຍິງ ພາຍຫຼັງທັງສອງຝ່າຍລະເມີດຂໍ້ຕົກລົງຢຸດຍິງເມື່ອອາທິດທີ່ຜ່ານມາ ແລະ ປະທະກັນຢ່າງຕໍ່ເນື່ອງຈົນມີຜູ້ເສຍຊີວິດຫຼາຍສິບຄົນ.

ສຳນັກຂ່າວ ບີບີຊີ ລາຍງານວ່າ ອາເຊີໄບຊານ ແລະ ອາເມເນຍ ເຫັນດີຕົກລົງຢຸດຍິງຮ່ວມກັນ ດ້ວຍເຫດຜົນມະນຸດສະທຳ ຫຼັງຈາກທັງສອງຝ່າຍຢຸດຍິງຄັ້ງທຳອິດໃນອາທິດກ່ອນໜ້ານີ້ ແຕ່ການປະກັນຍັງດຳເນີນຢ່າງຕໍ່ເນື່ອງ.

ອາເຊີໄບຊານ ແລະ ອາເມເນຍ ຕົກລົງຢຸດຍິງ ຮອບໃໝ່ ພາຍຫຼັງປະທະກັນບໍ່ເຊົາ - Visit Laos Visit SALANA BOUTIQUE HOTEL - ອາເຊີໄບຊານ ແລະ ອາເມເນຍ ຕົກລົງຢຸດຍິງ ຮອບໃໝ່ ພາຍຫຼັງປະທະກັນບໍ່ເຊົາ

ເມື່ອຊ່ວງເຊົ້າມືດວັນທີ 17 ຕຸລາ ເກີດເຫດໂຈມຕີທີ່ເມືອງ ກັນຈາ ຂອງອາເຊີໄບຊານເຮັດໃຫ້ພົນລະເຮືອນເສຍຊີວິດຢ່າງໜ້ອຍ 13 ຄົນ ແລະບາດເຈັບອີກກ່ວາ 45 ຄົນ ໂດຍຕ່າງຝ່າຍຕ່າງຖິ້ມໂທດໃສ່ກັນວ່າລະເມີດການຢຸດຍິງທີ່ລັດເຊຍເປັນຄົນກາງເຈລະຈາເມື່ອທ້າຍອາທິດກ່ອນ.

ເຖິງຢ່າງໃດກໍຕາມ ກະຊວງການຕ່າງປະເທດ ອາເຊີໄບຊານ ໄດ້ອອກຖະແຫຼງການທັງສອງຝ່າຍຢືນຢັນວ່າ ພວກເຂົາຕົກລົງຢຸດຍິງ ແມ່ນເພື່ອມະນຸດສະທຳກັບ ອາເມເນຍແລ້ວ ໂດຍຈະມີຜົນແຕ່ທ່ຽງຄືນວັນເສົາເປັນຕົ້ນໄປ ຂະນະທີ່ໂຄສົກກະຊວງການຕ່າງປະເທດຂອງ ອາເມເນຍກໍໂພດຖະແຫຼງການແບບດຽວກັນຜ່ານທະວິດເຕີ ແລະ ເສີມວ່າ ພວກເຂົາຍິນດີກັບຄວາມພະຍາຍາມໃນການຢຸດຍິງ ແລະ ຫຼຸດຄວາມເຄັ່ງຕຶງໃນເຂດຜິດພາດນັ້ນລົງ.

ໃນດ້ານຂອງທ່ານ ເຊີເກລາຟຣອບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍເປີດເຜີຍວ່າ ເຂົາໄດ້ປຶກສາຫາລືກັບລັດຖະມົນຕີຂອງທັງສອງປະເທດໃນມື້ວັນເສົາ ໂດຍຢໍ້າເຖິງຄວາມຈຳເປັນທີ່ພວກເຂົາຕ້ອງຢຸດຍິງຕາມຂໍ້ຕົກລົງຢຸດຍິງໃນຄັ້ງທຳອິດຢ່າງເຄັ່ງຄັດ.

ອາເຊີໄບຊານ ແລະ ອາເມເນຍ ຕົກລົງຢຸດຍິງ ຮອບໃໝ່ ພາຍຫຼັງປະທະກັນບໍ່ເຊົາ - 3 - ອາເຊີໄບຊານ ແລະ ອາເມເນຍ ຕົກລົງຢຸດຍິງ ຮອບໃໝ່ ພາຍຫຼັງປະທະກັນບໍ່ເຊົາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!