ຄະນະລັດຖະບານຫວຽດນາມ ບໍລິຈາກ-ມອບເງີນສົມທົບທືນເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ເຂດພາກກາງຂອງຫວຽດນາມ
October 21, 2020 - 4:39 PM


ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂອງ ຫວຽດນາມ ໄດ້ຈັດພິທີບໍລິຈາກ-ມອບເງີນສົມທົບທືນ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ເຂດພາກກາງຂອງຫວຽດນາມ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍວັນຜ່ານມາ.
ພິທີບໍລິຈາກ-ມອບເງີນສົມທົບທືນນີ້ ແມ່ນໃຫ້ກຽດບໍລິຈາກ-ມອບ ໂດຍ: ຄະນະລັດຖະບານ ແລະ ບັນດາລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ເຊິ່ງນໍາ ໂດຍ: ທ່ານ ຫງຽນ ຊວນຟຸກ Nguyen Xuan Phuc ນາຍົກລັດຖະມົນຕີ ຂອງ ຫວຽດນາມ.
ຂປລ