6 ເຄັດລັບແກ້ບັນຫາຜິວໄໝ້ໝອງຄ້ຳຈາກແດດໃຫ້ກັບມາຂາວສົດໃສ
October 21, 2020 - 5:36 PM


- ໃຊ້ນ້ຳເຢັນປະຄົບ : ການປະຄົບຜິວດ້ວຍນຳ້ເຢັນແມ່ນທາງເລືອກທີ່ດີທີ່ສຸດ ໂດຍຫາກທ່ານຕາກແດດມາຈົນຜິວໄໝ້ ແລະ ແດງ ໃຫ້ຮີບໃຊ້ຜ້າຂົນໜູຈຸ່ມນຳ້ເຢັນແລ້ວປັ້ນໝາດໆ ເອົາມາປະຄົບບໍລິເວນຜິວທີ່ໄໝ້ແດດ ອຸນຫະພູມຂອງຜິວໜັງທີ່ແສບຮ້ອນຈະຄ່ອຍໆຄາຍຄືນສູ່ສະພາບປົກກະຕິໄດ້.
- ທາດ້ວຍຫ້ວານຫາງແຂ້ : ຫວ້ານຫາງແຂ້ແມ່ນພືດສະໝຸນໄພທີ່ຊ່ວຍຫລຸດການອັກເສບຂອງຜິວ ສຳລັບວິທີດູແລຜິວໄໝ້ແດດໂດຍຫວ້ານຫາງແຂ້ເຮັດໄດ້ງ່າຍໆນັ້ນກໍຄື ການເອົາຊີ້ນຫວ້ານຫາງແຂ້ສົດ ຫລື ເຈວຫ້ວານຫາງແຂ້ມາທາບາງໆປະໄວ້ 15 ນາທີແລ້ວລ້າງອອກໃຫ້ສະອາດ.
- ພອກຜິວດ້ວຍວັດຖຸດິບຈາກທຳມະຊາດ : ຫາກໃຜທີ່ຢາກປະຢັດເງິນ ແນະນຳໃຫ້ພອກຜິວດ້ວຍວັດຖຸດິບຈາກທຳມະຊາດ ໄດ້ແກ່ : ໝາກແຕງ, ໝາກເລັ່ນ, ນົມສົດ, ນຳ້ເຜິ້ງ ໂດຍເອົາມາປັ່ນປະສົມກັນ ແລ້ວພອກໃຫ້ທົ່ວຜິວ ປະໄວ້ປະມານ 20 ນາທີ ຈາກນັ້ນລ້າງອອກໃຫ້ສະອາດ ເຮັດພຽງ 2 – 3 ເທື່ອຕໍ່ອາທິດ ຜິວຂອງທ່ານຈະຂາວໃສຢ່າງເຫັນໄດ້ແຈ້ງ.
- ທາຄຣີມກັນແດດ : ການທາຄຣີມກັນແດດຈະຊ່ວຍປົກປ້ອງຜິວໃນຂະນະທີ່ຜິວກຳລັງອ່ອນແອ ໂດຍທ່ານຄວນເລືອກໃຊ້ຄຣີມບຳລຸງຜິວທີ່ປະສົມສານກັນແດດ ເຊິ່ງມີຄ່າ SPF50 ຂຶ້ນໄປ ແລະ ຢ່າລືມທາຊຳ້ທຸກໆ 4 ຊົ່ວໂມງ ເພື່ອປະສິດທິພາບທີ່ດີຂອງການປົກປ້ອງຜິວ.
- ຂັດຜິວ : ການຂັດຜິວແມ່ນອີກທາງເລືອກທີ່ຊ່ວຍຟື້ນບຳລຸງຜິວຈາກການໄໝ້, ແຕ່ຄວນເຮັດເມື່ອປິ່ນປົວຜິວໄໝ້ແດດໄປແລ້ວ 1 ອາທິດ ໂດຍໃຫ້ປະສົມເກືອຂັດຜິວ, ນຳ້ຕານແດງ ແລະ ຂີ້ໝິ້ນ ເອົາມາຂັດເທິງຜິວທີ່ປຽກເພື່ອໃຫ້ແຊນຜິວທີ່ຕາຍແລ້ວຫລຸດອອກ ເຜີຍຊັ້ນຜິວໃໝ່ທີ່ງາມສົດໃສກ່ວາເກົ່າຂຶ້ນມາແທນ.
- ບຳລຸງຜິວດ້ວຍມອຍເຈີໄຣເຊີ : ການທາມອຍເຈີໄຣເຊີລົງເທິງຜິວທັງຕອນເຊົ້າກ່ອນແຕ່ງໜ້າ ແລະ ກ່ອນນອນ ຈະເຮັດໃຫ້ຜິວແຂງແຮງກ່ວາເກົ່າ ເຊິ່ງທ່ານຄວນເລືອກຜະລິດຕະພັນບຳລຸງຜິວທີ່ມີສ່ວນປະສົມຂອງເຊຣາໄມ ເພື່ອເສີມເກາະກຳບັງໃຫ້ແກ່ຜິວ ຫລີກເວັ້ນການທາຄຣີມທີ່ມີສ່ວນປະສົມຂອງກົດ AHA ໃນໄລຍະນີ້ ເພາະກົດ AHA ຈະເຮັດໃຫ້ຜິວບາງລົງ ຈົນຜິວໜ້າທີ່ໄໝ້ແດດນັ້ນເກີດການລະຄາຍເຄືອງ.
ຈະເຫັນໄດ້ວ່າວິທີແກ້ບັນຫາຜິວໄໝ້ແດດເປັນເລື່ອງງ່າຍ ສິ່ງທີ່ສຳຄັນແມ່ນການໝັ່ນບຳລຸງຈົນກ່ວາຜິວຈະແຂງແຮງ ແລະ ຫາກຕ້ອງອອກໄປຕາກແດດ ຢ່າລືມທາຄຣີມກັນແດດ, ໃສ່ໝວກ, ນຸ່ງເສື້ອແຂນຍາວ ແລະ ກັ້ງຄັນຮົ່ມ ເທົ່ານີ້ແສງແດດກໍບໍ່ສາມາດເຮັດຫຍັງທ່ານໄດ້ແລ້ວ.