ລາວ ສົ່ງ 8 ນັັກກິລາຍິງທະນູເຂົ້າຮ່ວມລ່າຫຼຽນ ໃນຊີເກມ ທີ່ປະເທດມາເລເຊຍ
June 30, 2017 - 4:21 PM




ຄູເຝິກກິລາຍິງທະນູທີມຊາດລາວ ກ່າວຕື່ມອີກວ່າ: ໃນໄລຍະ ນີ້ໄດ້ເນັ້ນໜັກການເຝິກຊ້ອມນັກກິລາຢ່າງຂຸ້ນຂ້ຽວໃນໄລຍະ 2 ພາກຄື: ໃນພາກເຊົ້່າເນັ້ນໃຫ້ເຂົາ ເຈົ້າໄດ້ແລ່ນເອົາພະລະກຳລັງ ພ້ອມທັງເຝິກຊ້ອມເຕັກນິກການ ຍິງແບບພຶ້ນຖານ ແລະ ພາກແລງ ກໍທົດສອບຄວາມສາມາດການ ລົງສະໜາມແຂ່ງຂັນໂຕຈິງ. ແນວໃດກໍຕາມ ນັກກິລາຊຸດນີ້ຖື ວ່າຍັງບ່ໍເຕັມຊຸກໃຫຍ່ ຊຸດທີ່ປະສົບ ຄວາມສຳເລັດຄວ້າ 1 ຫຼຽນຄຳ ທີ່ ມຽນມາ ເກມ ປີ 20113 ແມ່ນເປັນຊຸດໃຫຍ່ ເຊິ່ງມີນັກກິລາ ທັງໝົດ 16 ຄົນ ແລະ ລົງສະ ໜາມແຂ່ງຂັນທຸກລາຍການ ແຕ່ ປີນີ້ມີພຽງ 8 ຄົນ, ຍິງ 2 ຄົນ ແລະ ນັກກິລາສ່ວນໃຫຍ່ແມ່ນເປັນນັກກິລາໜ້າໃໝ່ເກືອບໝົດ ເຊິ່ງເຮັດ ໃຫ້ມີຄວາມລຳບາກໃນການຈັດສັນນັກກິລາລົງທີມແຂ່ງຂັນ ແຕ່ ກໍເຊື່ອໝັ້ນວ່າກ່ອນຈະຮອດມື້ນັ້ນນັກກີລາຍິງທະນູລາວເຮົາຈະສາມາດສ້າງຄວາມປະທັບໃຈໃນ ການຄວ້າຫຼຽນໃດຫຼຽນໜຶ່ງໃຫ້ ທັບນັກກິລາລາວຢ່າງແນ່ນອນ.
ສຳລັບຜົນງານຂອງທັບນັກກິລາຍິງທະນູລາວ ເຂົ້າຮ່ວມແຂ່ງ ຂັນງານມະຫະກຳກິລາຊີເກມ ຄັ້ງທີ 21 ໃນປີ 2001 ຜ່ານມາ ທີ່ປະເທດມາເລເຊຍ ເປັນເຈົ້າ ພາບ ຈົນມາຮອດປັດຈຸບັນ ກໍສາ ມາດສ້າງຜົນງານເປັນຄັ້ງປະ ຫວັດສາດ ຍາດໄດ້ 1 ຫຼຽນຄຳ ທີ່ ມຽນມາ ເກມ 2013 ຈາກປະ ເພດທີມຄູ່ປະສົມ.
ຂາວຈາດ:laosportnews.com.