ພາຍຸຊ້ຳບາດຫລ້າ ຫລາຍທ້ອງຖິ່ນຖືກຜົນກະທົບຢ່າງໜັກ ຂໍໃຫ້ເປັນຫົວສຸດທ້າຍແຫ່ງປີ


ໂດຍ: ທິດກໍ່າ
ຍັງບໍ່ຮູ້ຢ່າງແນ່ນອນວ່າ, ພາຍຸທ້າຍລະດູຝົນປີນີ້ ມັນຈະແກ່ຍາວໄປອີກຈັກວັນຈຶ່ງຈະຄ່ອຍເບົາບາງລົງ ແລະ ໝົດໄປຕາມລະດູການ ເພາະວ່າທາງອຸຕຸນິຍົມ ແລະ ອຸທົກກະສາດກໍມີແຈ້ງການມາໃຫ້ສັງຄົມຮັບຊາບຢ່າງລຽນຕິດຈາກພາຍຸລູກນີ້ ຕໍ່ໃສ່ລູກໃໝ່ຕໍ່ໄປເລື້ອຍໆ. ກໍດັ່ງພວກເຮົາຮູ້ ແລະ ເຫັນນຳກັນແລ້ວວ່າ ໃນສອງອາທິດກ່ອນໆຜ່ານມານັ້ນ ຄືໃນວັນທີ 7 ຫາ 9 ຢູ່ເຂດບ້ານແດນສະຫວັນ, ຫ້ວຍສານ, ບ້ານເຟືອງເລາະລົງຕາມລຳນ້ຳເຊໂປນແມ່ນຖືກນ້ຳຖ້ວມຈາກພາຍຸໄຕ້ຝຸ່ນລະດູຮ້ອນຢ່າງໜັກໜ່ວງພໍສົມຄວນ. ເບື້ອງຊາຍແດນປະເທດເຮົາກະຍັງພໍໄຄແດ່ ເພາະພາຍຸລູກນີ້ ຄົນລາວເຮົາບໍ່ມີຄົນເຈັບ, ຄົນຕາຍ ແລະ ສູນຫາຍຍ້ອນ. ສ່ວນທາງເພື່ອນບ້ານຫວຽດນາມແມ່ນມີຄົນຕາຍ ແລະ ສູນຫາຍເຖິງ 30 ຄົນ. ຍັງບໍ່ພຽງແຕ່ເທົ່ານັ້ນ ໝົດພາຍຸໄຕ້ຝຸ່ນລະດູຮ້ອນໄປແລ້ວ ພັດມາຕໍ່ໃສ່ພາຍຸລິນຟາ (Linfa), ນັງກາ (Nangka) ມາຊ້ຳເຕີມ ຈົນເຮັດໃຫ້ສາຍນ້ຳໃຫຍ່ນ້ອຍຢູ່ເຂດເມືອງນອງ, ເມືອງເຊໂປນ, ເມືອງວິລະບູລີ ແຂວງສະຫວັນນະເຂດ ນັບທັງເມືອງສະໝ້ວຍ ແຂວງສາລະວັນ ກໍເກີດມີນ້ຳຖ້ວມຢ່າງໜັກ ແລະ ເປັນບໍລິເວນກວ້າງ. ນອກຈາກເມືອງເຊໂປນ, ເມືອງສະໝ້ວຍແລ້ວ ເລາະລົງຕາມສາຍນ້ຳເຊບັ້ງຫຽງເຊັ່ນ: ເມືອງພີນ, ເມືອງຊົນບູລີ, ຈຳພອນ, ສອງຄອນ ແລະ ເມືອງອື່ນໆ ກໍໄດ້ຮັບຜົນກະທົບໄປຕາມໆກັນ. ອັນສາເຫດກໍຍ້ອນວ່າ ບັນດາຫ້ວຍຮ່ອງຄອງບຶງນ້ອຍໃຫຍ່ຕ່າງໆທີ່ເປັນສາຂາແມ່ນ້ຳເຊບັ້ງຫຽງໄດ້ໄຫລຊຸທັ່ງລົງມາເຕົ້າໂຮມກັນ ເຮັດໃຫ້ຫລາຍເຂດ, ຫລາຍທ້ອງຖິ່ນປະສົບບັນຫານ້ຳຖ້ວມຢ່າງໜັກ ແລະ ເປັນບໍລິເວນກວ້າງ.
ຕໍ່ຜົນກະທົບອັນໃຫຍ່ຫລວງທີ່ກ່າວມານີ້, ຈຸດໜັກກໍແມ່ນເລື່ອງເຮືອນຊານບ້ານຊ່ອງ ນັບທັງເຂົ້າປາອາຫານໃສ່ປາກໃສ່ທ້ອງເພື່ອລ້ຽງຊີບໃນອະນາຄົດ ເປັນຕົ້ນແມ່ນເຂົ້ານາພວມສຸກເຫລືອງເຕັມທົ່ງບໍ່ທັນໄດ້ເກັບກ່ຽວ ນ້ຳຊ້ຳພັດມາຖ້ວມໃສ່ກ່ອນ. ບັນດາໜອງປາ, ພືດຜັກ ແລະ ຜົນຜະລິດຕ່າງໆທີ່ພວມຈະໄດ້ເກັບກູ້ ແລະ ຈຳໜ່າຍພາຍຸພັດມາອາລະວາດທຳລາຍໄປຈົນກ້ຽງ. ນອກຈາກນັ້ນ ສັດສາວາສິ່ງງົວ, ຄວາຍ, ໝູ, ໝາ, ເປັດ, ໄກ່ບ້ານໃດ, ທ້ອງຖິ່ນໃດເອົາໜີທັນກໍເປັນອັນວ່າປອດໄພ. ສ່ວນຄອບຄົວໃດບ້ານໃດເອົາໜີບໍ່ທັນກໍໄຫລໄປຕາມກະແສນ້ຳຢ່າງຫລີກລ່ຽງບໍ່ໄດ້. ສະເພາະບ້ານວັງຄົດທີ່ຂຶ້ນກັບເມືອງເຊໂປນ ແຂວງສະຫວັນນະເຂດ ມີເຮືອນປະຊາຊົນ 20 ກວ່າຫລັງຖືກນ້ຳພັດໄປຈົນກ້ຽງ. ນອກນັ້ນ ວັດຖຸສິ່ງຂອງ, ພາຫະນະໃນການຜະລິດໃນເຮືອນຊານ ນັບທັງສັດສາວາສິ່ງຖືກນ້ຳຊຸທັ່ງໄຫລໄປ ແລະ ຍັງມີບ້ານອື່ນໆຢູ່ຕາມລ່ອງນ້ຳເຊບັ້ງຫຽງຖືກຜົນກະທົບເສຍຫາຍຢ່າງໜັກໜ່ວງເໝືອນກັນ.
ກໍດັ່ງພວກເຮົາເຄີຍເຫັນມາ, ຄວາມເສຍຫາຍຈາກໄພທຳມະຊາດເປັນໄພອັນຕະລາຍຊະນິດໜຶ່ງຂອງມວນມະນຸດເຮົາໃນຍຸກປັດຈຸບັນ. ສະເພາະປະເທດລາວຂອງພວກເຮົາ ເມື່ອມາເບິ່ງສະພາບການປ່ຽນແປງຂອງດິນຟ້າອາກາດໃນອະດີດ ແລະ ປັດຈຸບັນເຫັນວ່າຜົນກະທົບໜັກຂຶ້ນເລື້ອຍໆ. ອັນທີ່ພົ້ນເດັ່ນແມ່ນບັນຫາເລື່ອງນ້ຳຖ້ວມ. ສ່ວນທາງດ້ານອື່ນໆເຊັ່ນ: ອາກາດຮ້ອນໂພດ, ໜາວໂພດ, ແຜ່ນດິນໄຫວ, ໄພພິບັດຈາກຄື້ນສຶນາມິແມ່ນບໍ່ເຄີຍເຫັນ ແລະ ບໍ່ເຄີຍມີມາແຕ່ສະໄໝຮຸ້ນພໍ່ຮຸ້ນແມ່ ແລະ ປູ່ຍ່າຕານາຍ.
ແຕ່ວ່າແນວໃດກໍຕາມ, ອີງໃສ່ການປ່ຽນແປງຂອງສະພາບດິນຟ້າອາກາດທີ່ນັບມື້ມີຄວາມຮຸນແຮງຂຶ້ນເລື້ອຍໆ ທຸກຄົນກໍບໍ່ຄວນພາກັນຢູ່ເສີຍ, ນິ້ງນອນໃຈ ແລະ ມີຄວາມປະໝາດ ເພາະໄພພິບັດກັບໂຣຄາພະຍາດໃນສະໄໝນີ້ມັນອັນຕະລາຍຮ້າຍກວ່າທີ່ຄິດ. ສະໄໝກ່ອນເຮົາບໍ່ທັນເຄີຍມີນ້ຳປ່າໄຫລຫລາກຖ້ວມບ້ານຖ້ວມເຮືອນທຳລາຍພື້ນຖານການຜະລິດຈົນຈິບຫາຍວາຍວອດຄືດັ່ງທຸກວັນນີ້. ຕົກມາສະໄໝນີ້ ອັນໃດມັນກໍເກີດຂຶ້ນແກ່ມະນຸດເຮົາ ນັບທັງອັນດີ ແລະ ອັນຊົ່ວ. ອັນສາເຫດຫລັກໆກໍຍ້ອນວ່າທຳມະຊາດ ແລະ ສັງຄົມມັນໄດ້ປ່ຽນໄປຕາມຍຸກຕາມສະໄໝຢ່າງບໍ່ຢຸດຢັ້ງ. ຈາກຂະບວນການປ່ຽນແປງຂອງທຳມະຊາດ ແລະ ສັງຄົມທີ່ໄດ້ກ່າວມານີ້ ມັນຍິ່ງໃຫ້ພວກເຮົາມີສະຕິ, ມີບົດຮຽນ ແລະ ມີປະສົບປະການໃນການຕໍ່ສູ້ກັບໄພດັ່ງກ່າວ. ແຕ່ອັນສຳຄັນຈຸດພິເສດທາງດ້ານພູມສັນຖານຂອງປະເທດເຮົາແມ່ນບໍ່ມີທະເລ ແລະ ມະຫາສະໝຸດ. ກົງກັນຂ້າມ ພັດມີແຕ່ພູຜາປ່າໄມ້, ຫ້ວຍນ້ຳລຳເຊທີ່ອຸດົມສົມບູນ ເຊິ່ງບາງເຂດບາງບ່ອນສູງກວ່າລະດັບນ້ຳທະເລ 1.000 ກວ່າແມັດ ອັນມີຜົນດີໃຫ້ສະພາບດິນຟ້າອາກາດມີການປ່ຽນແປງໄປຕາມລະດູການຢ່າງຊັດເຈນສົມຄວນ. ຈາກສະພາບແວດລ້ອມດັ່ງກ່າວ ພວກເຮົາມີຄວາມສ່ຽງຕໍ່ໄພພິບັດທາງທຳມະຊາດໜ້ອຍທີ່ສຸດ ເປັນຕົ້ນສະພາບແຜ່ນດິນໄຫວຮຸນແຮງ, ຄື້ນສຶນາມິ ແລະ ລົມພາຍຸນ້ຳຖ້ວມອື່ນໆ ອັນມີລັກສະນະລຽນຕິດ.
ເຖິງຢ່າງໃດກໍດີ, ອີງໃສ່ສະພາບໃນຍຸກປັດຈຸບັນ ອັນໃດມັນກໍມີອັນເປັນໄປຕາມກະແສຂອງຂະບວນວິວັດການຂະຫຍາຍຕົວຂອງໂລກ ບໍ່ວ່າທາງທຳມະຊາດ ແລະ ສັງຄົມ. ເພາະສະນັ້ນ ການປັບປ່ຽນວິຖີຊີວິດເພື່ອດຳລົງຄົງຕົວ ແລະ ຂະຫຍາຍຕົວຂອງເຮົາເອງ ແລະ ສັງຄົມນັ້ນເປັນສິ່ງທີ່ສຳຄັນ ເພາະທຸກສິ່ງຢ່າງມັນບໍ່ຂຶ້ນກັບເຮົາ ແລະ ບໍ່ເປັນໃຈເຮົາອີກແລ້ວ.