ອາເມລິກາສັ່ງອົບພະຍົບປະຊາຊົນນັບແສນໜີໄຟໄໝ້ປ່າ


ປະຊາຊົນປະມານ 100.000 ຄົນ ໃນລັດແຄລິຟໍເນຍ ໄດ້ຮັບຄຳສັ່ງໃຫ້ອົບພະຍົບໜີໄຟໄໝ້ປ່າ ຫລັງຈາກເຈົ້າໜ້າທີ່ມອດໄຟ 2 ຄົນ ໄດ້ຮັບບາດເຈັບຈາກໄຟລວກລະດັບ 2-3. ຂະນະທີ່ ກະແສລົມທີ່ພັດແຮງເຮັດໃຫ້ຕ້ອງຢຸດຈ່າຍກະແສໄຟຟ້າໃຫ້ປະຊາຊົນຫລາຍແສນຄົນ ພາຍໃຕ້ມາດຕະການປ້ອງກັນໄວ້ກ່ອນ ໃນກໍລະນີລົມອາດພັດງ່າໄມ້ໄປຖືກສາຍໄຟ ຫລື ຕົ້ນໄມ້ຫັກໃສ່ເສົາໄຟຟ້າ.
ມີລາຍງານຄວັນໄຟຄວບຄຸມພື້ນທີ່ຂະໜາດ 29 ຕາກິໂລແມັດ ໃນອໍເຣນ, ເຄົາຕີ້ ທາງໃຕ້ຂອງນະຄອນລອສແອງເຈລິສ ລັດແຄລິຟໍເນຍ ທັງຍັງມີລົມພັດແຮງໃນຊິລເວີຣາໂດ ແຄນຍອນ ໃກ້ກັບເຮືອນໃນເມືອງເອີໄວ ທີ່ມີປະຊາກອນປະມານ 280.000 ຄົນ.
ຄະນະກຳມະການໄຟຟ້າຂອງລັດ ກຳລັງກວດສອບວ່າ: ອຸປະກອນກ່ຽວກັບໄຟຟ້າເປັນສາເຫດໃຫ້ເກີດປະກາຍໄຟ ຫລື ບໍ່ ຫລັງມີລາຍງານວ່າ: ລວດພັນສາຍເຄເບິລທີ່ມັດສາຍໂທລະສັບເຂົ້າກັບສາຍເຄເບິລ ອາດໄປຖືກສາຍໄຟຟ້າ 12.000 ໂວນ ເຮັດໃຫ້ຕ້ອງຢຸດການຈ່າຍກະແສໄຟຟ້າໃຫ້ເຮືອນຫລາຍໝື່ນຫລັງໃນເຂດເກີດໄຟໄໝ້ປ່າ.