ຕໍາຫລວດແຂວງຫລວງນໍ້າທາມອບຊັບຄືນໃຫ້ເຈົ້າຂອງເດີມ

- thief 2 - ຕໍາຫລວດແຂວງຫລວງນໍ້າທາມອບຊັບຄືນໃຫ້ເຈົ້າຂອງເດີມ
- kitchen vibe - ຕໍາຫລວດແຂວງຫລວງນໍ້າທາມອບຊັບຄືນໃຫ້ເຈົ້າຂອງເດີມ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງຫລວງນໍ້າທາ, ໄດ້ມອບສາຍຄໍຄໍາ ຈໍານວນ 7 ເສັ້ນ, ນໍ້າໜັກ 15 ບາດຄືນໃຫ້ເຈົ້າຂອງເດີມ, ພາຍຫລັງເກັບກູ້ ຄືນມາໄດ້ຈາກຄົນຮ້າຍກໍ່ເຫດຊິງຊັບເມື່ອກາງເດືອນມິຖຸນາຜ່ານມາ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຫດການຊິງຊັບດັ່ງກ່າວເກີດຂຶ້ນໃນວັນທີ 18 ມິຖຸນາຢູ່ຕະຫລາດເມືອງສິງ, ແຂວງຫລວງນໍ້າທາ, ໂດຍຜູ້ກໍ່ເຫດຊື່ທ້າວ ຫລິວເຈີນເຈຍ ອາຍຸ 42 ປີຢູ່ບ້ານເຫີຈາງ, ເມືອງລຸຍຊາງ, ແຂວງເຫີນານ ສປຈີນ.

- Visit Laos Visit SALANA BOUTIQUE HOTEL - ຕໍາຫລວດແຂວງຫລວງນໍ້າທາມອບຊັບຄືນໃຫ້ເຈົ້າຂອງເດີມ

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຂົ້າມາແຂວງຫລວງນໍ້າທາຜ່ານດ່ານສາກົນບໍ່ແຕນໃນວັນທີ 5 ມິຖຸນາ 2017 ແລະ ມາຮອດວັນທີ 18 ໄດ້ເຂົ້າໄປຕະຫລາດເມືອງສິງເພື່ອຈະໄປ ແລກປ່ຽນເອົາເງິນກີບຢູ່ຮ້ານຂາຍຄໍາແຫ່ງໜຶ່ງໃນຕະຫລາດດັ່ງກ່າວ, ໃນຂະນະນັ້ນສັງເກດເຫັນມີຄໍາຮູບປະພັນຢູ່ພາຍໃນຮ້ານຈໍານວນຫລາຍຈຶ່ງເກີດແນວຄິດຢາກໄດ້, ຈຶ່ງເອົາສະເປຢູ່ຖົງພາຍອອກມາສີດໃສ່ໜ້າເຈົ້າຂອງຮ້ານເພື່ອເຮັດໃຫ້ແສບຕາ ແລ້ວກໍຟ້າວຈົກເອົາສາຍຄໍໃນຕູ້ຈໍານວນ 7 ເສັ້ນແລ່ນໜີອອກຈາກຮ້ານໄປ, ແຕ່ເຈົ້າຂອງຮ້ານໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກປະຊາຊົນທີ່ຢູ່ໃກ້ໄລ່ຕາມຈົນສາມາດຈັບໄດ້ ແລະ ສົ່ງໃຫ້ເຈົ້າໜ້າທີ່ດໍາເນີນຄະດີຕາມລະບຽບກົດໝາຍ.

- 3 - ຕໍາຫລວດແຂວງຫລວງນໍ້າທາມອບຊັບຄືນໃຫ້ເຈົ້າຂອງເດີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!