ເສັ້ນທາງໃນຕົວເມືອງຫລວງຫລາຍຈຸດຍັງມືດ


ປັດຈຸບັນ, ເຖິງວ່າຕົວເມືອງຫລວງເຮົາມີຫລາຍອັນໄດ້ຮັບການພັດທະນາດີຂຶ້ນ ບໍ່ວ່າຖະໜົນຫົນທາງ, ອາຄານບ້ານ ເຮືອນ, ຮ້ານຄ້າຮ້ານຂາຍ ໄປທາງໃດກໍສະດວກສະບາຍ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງ, ຄວາມທຸກຄວາມຍາກນັບມື້ຖືກຕີຖອຍ, ໂສມໜ້າຂອງນະຄອນຫລວງເຮົານັບມື້ພົ້ນເດັ່ນເປັນຕາຍົກຍ້ອງສັນລະເສີນ.
ແຕ່ຄຽງຄູ່ກັນນັ້ນ, ກໍມີບາງອັນທີ່ເຮົາຈະຕ້ອງໄດ້ເອົາໃຈໃສ່ ແລະ ປັບປຸງ ໂດຍສະເພາະແມ່ນ ສ.ສະຫວ່າງ ຍັງສັງເກດເຫັນວ່າ ມີຫລາຍສາຍທາງໃນຕົວເມືອງແທ້ໆກໍຍັງມືດມົນຢູ່ຄື ຖະຫນົນເຈົ້າອານຸວົງ ແລະ ເສັ້ນທາງຊອຍຫລາຍແຫ່ງກໍມີປາກົດການເຊັ່ນດຽວກັນອັນເປັນຈຸດບອດພາໃຫ້ເກີດອຸປະຕິເຫດ ແລະ ການສວຍໂອກາດຕ່າງໆຂອງພວກນັກເລງອັນຕະພານ ແລະ ຕໍ່ປາກົດການດັ່ງກ່າວ ກໍບໍ່ຮູ້ວ່າດ້ວຍເຫດຜົນໃດບາງເສັ້ນທາງເຫລົ່ານັ້ນກໍມີດອກໄຟເຍືອງທາງຢູ່, ແຕ່ບໍ່ເຫັນໃຕ້ປະຢັດບໍ? ຫລືວ່າ ມີແຕ່ດອກແຕ່ບໍ່ມີໄຟ.
ຖ້າເປັນແນວໃດກໍດີກໍຂໍໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນລົງກວດກາ ແລະ ແກ້ໄຂແດ່ ໃຫ້ສົມຊື່ກັບວ່າເປັນຕົວ ເມືອງນະຄອນຫລວງ ແລະ ໃຫ້ສົມຊື່ເປັນປະເທດທີ່ມີການພັດທະນາພະລັງງານໄຟຟ້າຢ່າງຫລວງຫລາຍຢູ່ແລ້ວ ແລະ ອີກອັນສຳຄັນແມ່ນຊ່ວຍໃຫ້ການສັນຈອນໄປມາຂອງຜູ້ຢູ່ອາໄສໃນເຂດດັ່ງກ່າວມີຄວາມສະດວກສະບາຍ, ເຮັດໃຫ້ ການປະຕິບັດນະໂຍບາຍ ສ.ສະຫວ່າງ, ສ.ສີວິໄລ ຂອງນະຄອນຫລວງວຽງຈັນປາກົດຜົນເປັນຈິງເທື່ອລະກ້າວ ແລະ ໃຫ້ບັນລຸຄຳຂວັນການພັດທະນາປະເທດໃຫ້ມີ “ນ້ຳໄຫລ, ໄຟສະຫວ່າງ ແລະ ຫົນທາງດີ” ຕະຫລອດໄປ.