ຂັບຂີ່ປະໝາດພາໃຫ້ເກີດອຸປະຕິເຫດ ແລະ ເສຍຊີວິດ
March 20, 2017 - 7:14 PM


ເຈົ້າໜ້າທີ່ ຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ລົດໃຫຍ່ຄັນເກີດເຫດໄດ້ຂັບຂີ່ມາແຕ່ທາງດອນໜູນ ມຸ້ງໜ້າໄປທາງຕະຫລາດດົງໝາກຄາຍ, ສ່ວນລົດຈັກແມ່ນຂັບຂີ່ມາໃນທິດທາງກົງກັນຂ້າມ, ພໍມາຮອດຈຸດເກີດເຫດລົດໃຫຍ່ຄັນດັ່ງກ່າວ ໄດ້ໄປຕຳເອົາລົດຈັກຢ່າງແຮງ ເຮັດໃຫ້ລົດທັງສອງຄັນລາກແກ່ກັນໄປໄກຫລາຍແມັດ ຈົນໄປຕຳເອົາຄູກັນທາງ ແລະ ປ້າຍເຕືອນຢູ່ກາງທາງ ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກຊື່: ທ້າວ ວັນຄຳ ວັນບຸນທັນ, ອາຍຸ 50 ປີ, ຢູ່ບ້ານດອນຕີ້ວ, ເມືອງໄຊທານີ ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດໃຫຍ່ຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີ.
ນັບແຕ່ວັນທີ 1-20 ມີນານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 50 ກໍລະນີ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ພາຫະນະເປ່ເພຢ່າງຫລວງ ຫລາຍ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 13 ຄົນ.