ສ້າງຂະບວນການສັກຢາກັນພະຍາດສັດໃຫ້ຟົດຟື້ນ


(ເນື່ອງໃນໂອກາດວັນສັກຢາກັນພະຍາດສັດແຫ່ງຊາດ)
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງເລກທີ 2026/ກປ, ລົງວັນທີ 2 ພະຈິກນີ້ ເພື່ອສ້າງຂະບວນການສັກຢາກັນພະຍາດສັດໃຫ້ມີບັນຍາກາດຟົດຟື້ນ ເນື່ອງໃນໂອກາດວັນສັກຢາກັນພະຍາດສັດດັ່ງກ່າວ ເພື່ອປ້ອງກັນ ແລະ ສືບຕໍ່ຍູ້ແຮງວຽກງານກັນພະຍາດສັດໃຫ້ມີປະສິດທິຜົນ ແນໃສ່ຫລຸດຜ່ອນຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນຕໍ່ສັດລ້ຽງ ລວມທັງເປັນການປູກຈິດສຳນຶກ ແລະ ສ້າງຂະບວນການສັກຢາກັນພະຍາດສັດໃນທົ່ວປວງຊົນໃຫ້ກວ້າງຂວາງຟົດຟື້ນກວ່າເກົ່າ.
ປັດຈຸບັນ, ອັດຕາການສັກຢາກັນພະຍາດສັດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະສັດລ້ຽງແບບເປັນຟາມ ສັກໄດ້ເກືອບ 100%, ສັດລ້ຽງອ້ອມຊານເມືອງ ແລະ ເຂດຊົນນະບົດ ໄດ້ຫລາຍກວ່າ 60% ແລະ ເຂດຫ່າງໄກສອກຫລີກໄດ້ຫລາຍກວ່າ 30% ຢູ່ໃນລະດັບທີ່ດີຂຶ້ນ, ລ້ຽງສັດແຕ່ລະຊະນິດກໍມີການຂະຫຍາຍຕົວຢ່າງສະໝໍ່າສະເໝີ. ແຕ່ເຖິງຢ່າງໃດກໍຕາມ, ພະຍາດສັດກໍຍັງມີການລະບາດຂຶ້ນຢູ່ທົ່ວໄປ ໂດຍສະເພາະໃນປີ 2020 ນີ້ ໄດ້ພົບພະຍາດອະຫິວາໝູອາຟຣິກາ ແລະ ພະຍາດປາກເປື່ອຍລົງເລັບ ຊຶ່ງຖືເປັນໄພຂົ່ມຂູ່ ແລະ ສົ່ງຜົນກະທົບໂດຍກົງຕໍ່ການລ້ຽງສັດຂອງປະຊາຊົນ, ຜູ້ປະກອບການ ແລະ ລັດຖະບານຕ້ອງສູນເສຍງົບປະມານເຂົ້າໃນການເຝົ້າລະວັງ, ສະກັດກັ້ນ ແລະ ໂຕ້ຕອບພະຍາດທີ່ເກີດຂຶ້ນຢ່າງຫລວງຫລາຍ.
ດັ່ງນັ້ນ, ໃນໂອກາດວັນສຳຄັນນີ້ ໃຫ້ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການປະສານສົມທົບກັບພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງ ແລະ ແຈ້ງການຕ່າງໆ ທີ່ຕິດພັນກັບການລ້ຽງສັດ ແລະ ສັດຕະວະແພດໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ຜູ້ປະກອບການ, ຊາວກະສິກອນ ຕະຫລອດຮອດພໍ່ແມ່ປະຊາຊົນດ້ວຍຫລາຍຮູບແບບ ເປັນຕົ້ນໂຄສະນາຜ່ານສື່ມວນຊົນຕ່າງໆ ໂດຍຍົກໃຫ້ເຫັນຄວາມສໍາຄັນຂອງການເຝົ້າລະວັງ, ປ້ອງກັນ ແລະ ຕ້ານພະຍາດສັດ ລວມທັງຄວາມເສຍຫາຍທີ່ເກີດຈາກການຖືເບົາຕໍ່ວຽກງານສັກຢາກັນພະຍາດສັດ ແລະ ຕັ້ງໜ້າປະຕິບັດຕາມທິດນໍາທີ່ວ່າ: “ການກັນພະຍາດສັດເປັນໜ້າທີ່ຂອງທົ່ວປວງຊົນ” ແລະ ເຮັດໃຫ້ຂະບວນການສັກຢາກັນພະຍາດສັດຄັ້ງນີ້ບັນລຸໄດ້ 90% ຂອງຝູງສັດ ເພື່ອເປັນຕົວແບບໃນການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງໃຫ້ດີຂຶ້ນ.