10 ປີ ແຫ່ງການພັດທະນາຕະຫຼາດທຶນລາວ

ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10-10-2010 ຊຶ່ງເປັນເຫດການສໍາຄັນໃນຂົງເຂດ ເສດຖະກິດ ໂດຍສະເພາະວຽກງານຕະຫຼາດທຶນໄດ້ເປັນຂີດໝາຍແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມຂອງແຫ່ງຊາດ ແນໃສ່ປະກອບສ່ວນພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດ ທະນາ ໄດ້ໂດຍໄວ.
ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສ.ຄຄຊ), ເລຂາຄະນະກຳມະການຄຸ້ມຄອງຫຼັກຊັບ
ດັ່ງທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສ.ຄຄຊ), ເລຂາຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຍົກໃຫ້ເຫັນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງຕະຫຼາດດັ່ງກ່າວວ່າ: ຕະຫຼອດໄລຍະເວລາ 10 ປີ, ຕະຫຼາດທຶນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະ ພາບຕາມເງື່ອນໄຂຕົວຈິງຂອງປະເທດ ແລະ ມີຜົນງານທີ່ພົ້ນເດັ່ນຄື: ກົງຈັກການຈັດຕັ້ງຂອງລະບົບຕະຫຼາດທຶນ ໄດ້ມີການແບ່ງພາລະບົດບາດຢ່າງຈະແຈ້ງລະຫວ່າງ ຄຄຊ, ສ.ຄຄຊ ແລະ ຕລຊລ ຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍຫຼັກຊັບ. ເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານ ທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະ ພາສາຕ່າງປະເທດ ດ້ວຍຫຼາຍຮູບການທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ເຮັດໃຫ້ສະມາຊິກພັກ-ພະນັກງານ ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກໍາໃຫ້ເປັນລະບົບຄົບຊຸດເທື່ອລະກ້າວຄື: ກົດໝາຍວ່າດ້ວຍຫຼັກຊັບ ແລະ ມີລະບຽບການຫຼາຍສະບັບ. ໄດ້ກາຍເປັນເຄື່ອງມື ແລະ ບ່ອນອີງທີ່ສໍາຄັນໃຫ້ແກ່ການຄຸ້ມຄອງ ແລະການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງເງື່ອນໄຂສະດວກໃຫ້ບັນດາຫົວໜ່ວຍ ທຸລະກິດ ທັງພາກລັດ ແລະ ເອກະຊົນ ສາມາດລະດົມທຶນຜ່ານຕະຫຼາດທຶນ, ຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປະກອບສ່ວນລົງທຶນໃນຕະຫຼາດທຶນນັບມື້ຫລາຍຂຶ້ນ.
ຮອດເດືອນ ຕຸລາ 2020ນີ້, ລັດຖະບານ ແລະ ວິສາຫະກິດ ສາມາດລະດົມແຫຼ່ງທຶນໄລຍະຍາວຜ່ານຕະຫຼາດທຶນລາວ ຫລາຍກວ່າ 24.500 ຕື້ກີບ ກວມເອົາ 15% ຂອງ GDP. ປັດຈຸບັນ ຕລຊລ ມີບໍລິສັດຈົດທະບຽນ 11 ແຫ່ງ ທີ່ມາຈາກຂະແໜງ ການເງິນ, ພະລັງງານໄຟຟ້າ, ກະສິກໍາ, ອຸດສະຫະກໍາ, ການຄ້າ-ການບໍລິການ ແລະ ອື່ນໆ. ພ້ອມນີ້, ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດຈົດທະບຽນ ໄປສູ່ການຈັດຕັ້ງປະຕິບັດມາດຕະຖານສາກົນເທື່ອລະກ້າວ, ໄດ້ຫັນການຄຸ້ມຄອງບໍລິຫານໄປສູ່ຫຼັກການຂອງອາຊຽນ ແລະ ມາດຕະຖານສາກົນ.
ສັງລວມແລ້ວ, ຕະຫຼອດໄລຍະ 10 ປີທີ່ຜ່ານມາ; ຂະແໜງຕະຫຼາດທຶນ, ໄດ້ຮັບການ ພັດທະນາຢ່າງເປັນລະ ບົບ ດ້ວຍບາດກ້າວທີ່ໜັກແໜ້ນ. ມາຮອດປັດຈຸບັນ, ຕະຫຼາດທຶນລາວ ປະກອບມີທຸກພາກສ່ວນ ທີ່ເປັນອົງປະກອບສຳຄັນ ແລະ ຈຳ ເປັນໃນລະບົບນິເວດວິທະຍາຕະຫຼາດທຶນ ເຊິ່ງລວມມີ ຄຄຊ, ສ.ຄຄຊ, ຕລຊລ, ບໍລິສັດຈົດທະບຽນ, ສະຖາບັນສື່ກາງດ້ານຫຼັກຊັບ, ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ຜະລິດຕະພັນທີ່ຊື້-ຂາຍໃນຕະຫຼາດຫຼັກຊັບ ແລະ ຂະແໜງຕະຫຼາດທຶນໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າ ຕໍ່ກັບຄຸນງາມຄວາມດີດັ່ງກ່າວນັ້ນ ຂັ້ນເທິງໄດ້ໃຫ້ກຽດຍ້ອງຍໍແກ່ ສ.ຄຄຊ, ຕລຊລ ດ້ວຍຫລາຍລະດັບ.