ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92%

ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92% - 1414 - ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92%
ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92% - kitchen vibe - ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92%

ກອງ​ທຶນ Russian Direct Investment Fund (RDIF) ທີ່​ໃຫ້ການ​ສະໜັບສະໜູນ​ການ​ພັດທະນາ ​ແລະ ຄິດ​ຄົ້ນວັກ​ຊີ​ນຕ້ານ​ໂຄ​ວິດ-19 Sputnik V ຂອງຣັດ​ເຊຍ ​ເປີດ​ເຜີຍ​ຜົນ​ການ​ທົດ​ລອງ​ເບື້ອງຕົ້ນ​ໃນ​ໄລຍະ​ທີ 3 ວ່າ: ວັກ​ຊີ​ນດັ່ງກ່າວ​ມີ​ປະສິດທິພາບ​ໃນ​ການ​ຕ້ານ​ໄວຣັສ​ໂຄ​ວິດ-19 ​ໄດ້​ສູງ​ເຖິງ 92% ​ໂດຍ​ມີ​ຜູ້​ທີ່​ໄດ້​ຮັບ​ວັກ​ຊີ​ນ​ໂດ​ສທຳ​ອິດ​ປະມານ 20.000 ຄົນ. ຂະນະ​ທີ່​ມີ​ຜູ້​ທີ່​ໄດ້​ຮັບ​ວັກ​ຊີ​ນ​ໂດ​ສທີ 2 ​ແລ້ວ​ປະມານ 16.000 ຄົນ.

ການ​ເປີດ​ເຜີຍ​ປະສິດທິພາບ​ຂອງ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ດັ່ງກ່າວ ມີ​ຂຶ້ນຫລັງ​ຈາກ​ Pfizer-BioNTech ​ໄດ້​ເປີດ​ເຜີຍ​ເລື່ອງ​ປະສິດທິພາບ​ຂອງ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຂອງ​ຕົນ​ເອງ​ໃນ​ວັນ​ທີ 9 ພະຈິກ​ຜ່ານ​ມາ ​ແລະ ພົບ​ວ່າ​ມີ​ປະສິດທິພາບ​ສູງ​ເຖິງ 90%. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜົນ​ການ​ທົດ​ລອງ​ວັກ​ຊີ​ນຂອງ Pfizer-BioNTech ​ເກັບ​ຂໍ້​ມູນ​ຈາກ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຫລາຍ​ກວ່າ 90 ຄົນ. ຂະນະ​ທີ່​ວັກ​ຊີ​ນ Sputnik V ຂອງຣັດ​ເຊຍ​ເກັບ​ຂໍ້​ມູນ​ຈາກ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ພຽງ 20 ຄົນ.

ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92% - Visit Laos Visit SALANA BOUTIQUE HOTEL - ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92%

ອີກ​ທັງ​ຜູ້​ທີ່​ໄດ້​ຮັບ​ວັກ​ຊີ​ນ Pfizer-BioNTech ​ໂດ​ສທີ 2 ມີ​ສູງ​ເຖິງ 38.955 ຄົນ​ແລ້ວ ​ແລະ ຍັງ​ເປັນ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຄົນ​ລະ​ຊະນິດ​ກັນ ​ໂດຍ​ວັກ​ຊີ​ນຂອງ Pfizer-BioNTech ​ເປັນ​ການ​ພັດທະນາ​ວັກ​ຊີ​ນ​ໂດຍ​ໃຊ້​ຈຸ​ລັງ​ຂອງ​ໄວຣັສ (Genetic Vaccines) ຄື mRNA. ຂະນະ​ທີ່​ວັກ​ຊີ​ນຂອງຣັດ​ເຊຍ​ໃຊ້​ໄວຣັສທີ່​ເຮັດ​ໃຫ້​ອ່ອນ​ລົງ​ແລ້ວ​ບໍ່​ເຮັດ​ໃຫ້​ເກີດ​ພະຍາດ ມາ​ຕັດ​ຕໍ່​ໃສ່​ສານ​ພັນທຸ​ກຳ​ຂອງ​ໄວຣັສ​ໂຄ​ໂຣນາ​ລົງ​ໄປ ​ເພື່ອ​ກະ​ຕຸ້ນ​ໃຫ້​ຮ່າງກາຍ​ສ້າງ​ພູມ​ຄຸ້ມ​ກັນ (Viral Vector Vaccines).

ກອງ​ທຶນ RDIF ຍັງ​ເປີດ​ເຜີຍ​ອີກ​ວ່າ: ປັດຈຸບັນ​ຍັງ​ບໍ່​ພົບ​ຄວາມ​ຜິດ​ປົກກະຕິ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນຈາກ​ການ​ຮັບ​ວັກ​ຊີ​ນດັ່ງກ່າວ, ຄາດ​ວ່າການ​ທົດ​ລອງ​ໃນ​ໄລຍະ​ທີ 3 ນີ້ ຈະ​ເດີນ​ໜ້າ​ສຶກສາຄົ້ນຄວ້າ​ຕໍ່​ໄປ​ອີກ​ປະມານ 6 ​ເດືອນ ​ແລະ ຈະ​ໄດ້​ໃຊ້​ວັກ​ຊີ​ນ​ເປັນ​ວົງ​ກວ້າງ​ພາຍ​ໃນ​ປີ 2011 ​ເຖິງ​ວ່າ​ກ່ອນ​ໜ້າ​ນີ້​ໃນ​ໄລຍະ​ເດືອນ​ສິງຫາ​ຜ່ານ​ມາ ທາງ​ການຣັດ​ເຊຍ​ຈະ​ເຄີຍ​ປະກາດ​ອະນຸຍາດ​ໃຫ້​ໃຊ້​ວັກ​ຊີ​ນດັ່ງກ່າວ​ໃນ​ວົງ​ຈຳກັດ ​ເຖິງ​ວ່າ​ຈະ​ຍັງ​ບໍ່​ສຳ​ເລັດ​ໃນ​ຂັ້ນຕອນ​ການ​ທົດ​ລອງ​ໄລຍະ​ທີ 3 ກໍ​ຕາມ.

ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92% - 5 - ຣັດເຊຍເຜີຍຜົນການທົດລອງ ວັກຊີນຕ້ານໂຄວິດ-19 Sputnik V ມີປະສິດທິພາບສູງເຖິງ 92%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!