ວັກຊີນ Sputnik V ຂອງລັດເຊຍ ມີປະສິດທິພາບສູງເຖິງ 92%
November 12, 2020 - 5:34 PM


ພາຍຫຼັງສັກວັກຊີນໃຫ້ຜູ້ອາສາສະໝັກທົດລອງຜູ້ລະ 2 ໂດສ, ໃນຈຳນວນ 16.000 ຄົນ, ໃຫ້ຜົນຕອບຮັບສູງເຖິງ 92%.
ເຖິງຢ່າງໃດຕາມ, ສຳນັກຂ່າວ ຣອຍເຕີ ລາຍງານວ່າ ການທົດລອງໄລຍະ 3 ຂອງວັກຊີນ Sputnik V ກຳລັງດຳເນີນຢູ່ກັບ 29 ໂຮງໝໍໃນນະຄອນຫຼວງ ມົສກູ ໃນຂະນະນີ້, ມີຜູ້ອາສາເຂົ້າຮ່ວມການທົດລອງ 40.000 ຄົນ, ໃນນັ້ນມີ 25% ຂອງຜູ້ເຂົ້າຮ່ວມໄດ້ຮັບການສັກວັກຊີນປອມ(ທຽມ) ເພື່ອສົມທຽບກັບວັກຊີນແທ້. ລັດຖະມົນຕີກະຊວງອຸດສາຫະກຳ ລັດເຊຍ Denis Manturov ລະບຸວ່າ ມົສກູ ວາງເປົ້າຜະລິດ 800,000 ໂດສ ໃນເດືອນນີ້ ແລະ ຫຼັງຈາກນັ້ນ ຈະຜະລິດ 1,5 ລ້ານໂດສ ໃນເດືອນ ທັນວາທີ່ຈະມາເຖິງ.