ໄບເດັນເລືອກຜູ້ຊ່ວຍວຽກຫຼາຍປີເປັນຫົວໜ້າຫ້ອງວ່າການ ທຳນຽບຂາວ


ທ່ານ Klain ເຄີຍເປັນຫົວໜ້າຫ້ອງວ່າການທຳນຽບຂາວມາແລ້ວ ໃນສະໄໝຂອງອະດີດປະທານາທິບໍດີ ອັນກໍ ກ່ອນສະໄໝຂອງ ບິວຄລີນຕັນ ແລະ ທັງເປັນຜູ້ຊ່ວຍວຽກໃຫ້ ໄບເດັນ ໃນສະໄໝເປັນຮອງປະທານາທິບໍດີ ໃນສະໄໝ ຂອງ ທ່ານ ໂອບາມາ.
Klain ເປັນຜູ້ໜຶ່ງທີ່ຖືກ ໂອບາມາ ບົ່ງຕົວໃຫ້ເປັນຫົວໜ້າຄວບຄຸມ ແລະ ຕ້ານການລະບາດຂອງພະຍາດ ອີໂບລາ ໃນປີ 2014, ຈຶ່ງມີຄວາມຫວັງວ່າ ທ່ານຈະຊ່ວຍ ໄບເດັນ ຕ້ານກັບເຊື້ອໄວຣັດໂຄວິດ-19 ໄດ້ດີ ແລະ ເຂົາເຄີຍວິພາກວິຈານການຮັບມືກັບໂຄວິດ-19 ຂອງ ທຣຳ ຜິດພາດ.
ໃນສະໄໝ ໄບເດັນ ເປັນວຸດທີສະພາ, ເຄີຍແຕ່ງຕັ້ງໃຫ້ Klain ເປັນຫົວໜ້າທິມຄະນະກຳມະການທາງກົດໝາຍຂອງສະພາສູງໃນໄລຍະປີ 1989-1992 ແລະ ເຂົາຍັງເຄີຍຮ່ວມເຮັດວຽກໃຫ້ກັບຄະນະລັດຖະບານໃນສະໄໝອະດີດປະທານາທິບໍດີ ຄລີນຕັນ ແລະ ອັນກໍ ໃນປີ 2000.
ນອກຈາກນັ້ນ, ເຂົາຍັງມີບົດບາດເປັນເຈົ້າໜ້າທີ່ລະດັບສູງໃນທິມງານຫາສຽງການເລືອກຕັ້ງປະທານາທິບໍດີໃຫ້ທ່ານນາງ ຮິວຣາລີ ຄລີນຕັນ ໃນປີ 2016 ໂດຍສະເພາະແມ່ນເປັນຜູ້ກະກຽມໃຫ້ແກ່ການໂຕ້ວາທີໂດຍກົງກັບຄູ່ຕໍ່ສູ້.