ສສຊ ຮັບຮອງເອົາການປັບປຸງ 3 ມາດຕາຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ


ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນ ວັນທີ 13 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະກອບຄຳເຫັນເພື່ອຮັບຮອງເອົົາຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດ.
ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ປະກອບມີ 10 ພາກ, 7 ໝວດ, 75 ມາດຕາ, ສ່ວນການປັບປຸງໃໝ່ຄັ້ງນີ້ ມີພຽງ 3 ມາດຕາ ຄື: ມາດຕາ 34 ກ່ຽວກັບປະທານອົງການກວດສອບແຫ່ງລັດ, ມາດຕາ 35 ກ່ຽວກັບສິດ ແລະ ໜ້າທີ່ຂອງປະທານອົງການກວດສອບແຫ່ງລັດ ແລະ ມາດຕາ 44 ກ່ຽວກັບມາດຕະຖານສະເພາະຂອງປະທານອົງການກວດສອບປະຈໍາພາກ.




ປະທານອົງການກວດສອບແຫ່ງລັດ ຍົກໃຫ້ເຫັນວ່າ: ການປັບປຸງກົດໝາຍ ໃນຄັ້ງນີ້, ເພື່ອເຮັດໃຫ້ການເຄື່ອນ ໄຫວວຽກງານກວດສອບແຫ່ງລັດ ສອດຄ່ອງກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຕົວຈິງ ເປັນຕົ້ນ: ການບັນຈຸ, ການສັບຊ້ອນ, ການຍົກຍ້າຍ, ການເລືອກຕັ້ງ, ການແຕ່ງຕັ້ງ, ປົດຕຳແໜ່ງ, ການຄຸ້ມຄອງ, ການນຳໃຊ້ ແລະ ປະເມີນຜົນການປະຕິບັດວຽກງານ ເປັນໄປຕາມຫລັກການພື້ນຖານ ຂອງການຄຸ້ມຄອງພະນັກງານ-ລັດຖະກອນ, ເພື່ອເຮັດໃຫ້ການຈັດຕັ້ງຂອງອົງການກວດສອບແຫ່ງລັດ ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຮັດໃຫ້ການສ້າງ ແລະ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດສອບແຫ່ງລັດ ສອດຄ່ອງກັບກົດໝາຍ ແລະ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດການພັດທະນາຮອດປີ 2025, ແຜນພັດທະນາຂອງອົງການກວດສອບແຫ່ງລັດຮອດປີ 2021, ທັງເຮັດໃຫ້ການສ້າງ ແລະ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດສອບແຫ່ງລັດຈອດກັນກັບແຜນພັດທະນາເສດຖະກິດ-ສັງຄົມໄລຍະສັ້ນ, ໄລຍະກາງ, ໄລຍະຍາວຂອງລັດຖະບານ, ພ້ອມທັງ ເຮັດໃຫ້ການສະຫລຸບລາຍງານຜົນການກວດສອບຕໍ່ສະພາແຫ່ງຊາດ ມີຄວາມຄົບຖ້ວນໃນທຸກປະເພດ ແລະ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດສອດຄ່ອງກັບມາດຕາ 57 ຂໍ້ 6 ແລະ ຂໍ້ 13 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດ ໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ.
ການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໃສ່ການປັບປຸງ 3 ມາດຕາຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໂດຍລວມແມ່ນເຫັນດີກັບການປັບປຸງ ແລະ ເປັນໄປຕາມການເຈາະຈີ້ມຂອງປະທານກອງປະຊຸມ ແລະ ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດຢ່າງເປັນທາງການ ດ້ວຍຄະອນນສຽງເຫັນດີ 111 ຄົນ, ບໍ່ເຫັນດີ 2, ງົດອອກສຽງ 2 ຄົນ.

