ແກ້ງລັກລົດອັນຕະຫລາຍຈະຖືກລົງໂທດ

- 21 - ແກ້ງລັກລົດອັນຕະຫລາຍຈະຖືກລົງໂທດ
- kitchen vibe - ແກ້ງລັກລົດອັນຕະຫລາຍຈະຖືກລົງໂທດ

ເຈົ້າໜ້າທີ່ ປກສ ເມືອງ ໄຊເສດຖາ ນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ: ປັດຈຸບັນກຳລັງ ສະ ຫລຸບສຳນວນຄະດີ 7 ກຸ່ມແກ້ງ ລັກລົດອັນຕະລາຍເພື່ອໃຫ້ໄອ ຍະການສັ່ງຟ້ອງສານຕັດສິນ ລົງໂທດໃນໄວໆນີ້, ພາຍຫລັງ ເຈົ້າໜ້າທີ່ ປກສ ສາມາດຈັບຕົວ ໄດ້ ໃນຕົ້ນເດືອນເມສາຜ່ານມາ.

- 124 300x200 - ແກ້ງລັກລົດອັນຕະຫລາຍຈະຖືກລົງໂທດ

- Visit Laos Visit SALANA BOUTIQUE HOTEL - ແກ້ງລັກລົດອັນຕະຫລາຍຈະຖືກລົງໂທດ

 

 

+ ປກສ ເມືອງໄກສອນ ພົມວິຫານ ກັກຕົວກຸ່ມແກ້ງເຄືອຂ່າຍຢາເສບຕິດ

+ ປກສເມືອງບໍລິຄັນຈັບຫົວໂປ່ລັກລົດຈັກໄດ້ 2 ຄົນ

+ ປກສ ໄຊທານີຈັບຜູ້ສໍ້ໂກງຊັບພົນລະເມືອງມາດໍາເນີນຄະດີ

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍ ຫລັງກຳລັງເຈົ້າໜ້າທີ່ຂອງຕົນໄດ້ ສຸມໃສ່ແກ້ໄຂ ກຸ່ມແກ້ງລັກລົດຈັກ ໄດ້ 7 ແກ້ງໃຫຍ່ ແລະ ສາມາດ ຈັບຕົວຜູ້ຕ້ອງຫາໄດ້ທັງໝົດ 13 ຄົນ, ເກັບກູ້ ຂອງກາງປະເພດລົດ ຈັກມາໄດ້ 19 ຄັນ ຄື: ກຸ່ມ ທ້າວ ອ້າຍແມ່ນມີ ທ້າວ ຈັກກະວານ (ເມກ) ອາຍຸ 28 ປີຫວ່າງງານ ຢູ່ບ້ານ ທົ່ງພານທອງ, ເມືອງ ສີ ສັດຕະນາກ, ທ້າວ ອານຸກອນ ອາ ຍຸ 29 ປີຫ່ວາງງານ ຢູ່ບ້ານຕານ ມີໄຊ ເມືອງ ໄຊທານີ, ທ້າວ ສຸກ ສາຄອນ ອາຍຸ 27 ປີ ຫວ່າງ ງານຢູ່ບ້ານດົງໝາກຄາຍ ເມືອງ ໄຊທານີ, ທ້າວ ຈັນເພັງ ອາຍຸ 28 ປີ ຢູ່ບ້ານຕານມີໄຊ ເມືອງ ໄຊ ທານີ, ສາມາດເກັບກູ້ລົດມາ ໄດ້ 4 ຄັນ, ກຸ່ມ ທ້າວ ອາມີດ ອາ ຍຸ 30 ປີ ຢູ່ບ້ານຮ່ອງແກ ເມືອງ ໄຊ ເສດຖາເກັບກູ້ລົດໄດ້ 4 ຄັນ, ກຸ່ມ ທ້າວ ສຸດທະໜອມ ອາຍຸ23 ປີຫວ່າງງານຢູ່ບ້ານ ນາສ້າງ ໄຜ່ ເມືອງ ໄຊເສດຖາ ແລະ ທ້າວ ແອ້ງຄຳ ອາຍຸ 23 ປີ ຢູ່ບ້ານຫົວ ຂົວ ເມືອງນາຊາຍທອງ ເກັບກູ້ ລົດໄດ້ 2 ຄັນ, ກຸ່ມ ທ້າວ ໄກ່ແກ້ວ ອາຍຸ 28 ປີ ຢູ່ ບ້ານ ຮ່ອງສຸພາບ ເມືອງ ໄຊເສດຖາ ເກັບກູ້ລົດ ໄດ້ 2 ຄັນ, ກຸ່ມ ທ້າວ ຈັນທະວົງ ອາຍຸ 23 ປີ ຢູ່ບ້ານ ໂຊກຄຳ ເມືອງ ໄຊເສດຖາ ເກັບກູ້ລົດໄດ້ 3 ຄັນ, ກຸ່ມ ທ້າວ ບຸນທຳ ອາຍຸ 23 ປີ ຢູ່ ບ້ານ ໂພນໄຊ ເມືອງ ໄຊ ເສດຖາ ແລະ ທ້າວ ວັດທະລົມ ອາຍຸ 21 ປີ ຢູ່ບ້ານຝາຍ ເມືອງ ໄຊເສດຖາ ເກັບກູ້ລົດໄດ້ 3 ຄັນ ແລະ ກຸ່ມ ທ້າວ ຄຳລຸນ ອາຍຸ 23 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງ ຈັນທະບຸລີ ແລະ ທ້າວ ນ້ອຍ ອາຍຸ 35 ປີ ຢູ່ ບ້ານໜອງດ້ວງ ເມືອງ ຈັນທະບູລີ ເກັບກູ້ລົດ ໄດ້ 2 ຄັນ.
ທ່ານ ຮ້ອຍເອກ ສົມສະ ໜຸກ ເຖືອກພິມົນ ຮອງຫົວໜ້າ ສືບສວນ-ສອບສວນ ປກສ ເມືອງໄຊເສດຖານະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ກຸ່ມ ແກ້ງດັ່ງກ່າວໄດ້ເຄື່ອນ ໄຫວລັກ ລົດຈັກຢູ່ຕາມສະຖານທີ່ຫ້ອງ ພັກເຊົາ, ຕະຫລາດ, ເດີ່ນກິລາ ແລະ ຈຸດຊຸມຊົນ, ເຊິ່ງຈະໃຊ້ກຸນ ແຈລົດ ທີ່ເຮັດມາເປັນພິເສດ ເພື່ອ ສະດວກໃນການກໍ່ເຫດ ແລະ ເປັນປະກົດການຫຍໍ້ທໍ້ເກີດຂຶ້ນ ໃນສັງຄົມ, ເຈົ້າໜ້າທີ່ຈຶ່ງໄດ້ຈັດ ຕັ້ງໜ່ວຍສະເພາະກິດ ເພື່ອຕິດ ຕາມການເຄື່ອນໄຫວ ຂອງພວກ ເຂົາ ແລະ ສາມາດຈັບຕົວມາດຳ ເນີນຄະດີໄດ້, ຊ່ວຍໃຫ້ສັງຄົມມີ ຄວາມສະຫງົບສຸກ.

- 3 - ແກ້ງລັກລົດອັນຕະຫລາຍຈະຖືກລົງໂທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!