ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່

ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - 123292295 2826633904273395 7725329599033689882 o - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່
ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - kitchen vibe - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່

ໃນວັນທີ 20 ພະຈິກນີ້ ກະຊວງພາຍໃນ ໄດ້ຈັດພິທີປະກາດການແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ເປັນເລຂາຄະນະບໍລິຫານງານພັກກະຊວງ ແລະ ເປັນລັດຖະມົນຕີ ກະຊວງພາຍໃນ ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ເປັນປະທານພິທີປະກາດການຈັດຕັ້ງ ແລະ ມີສະມາຊິກພັກ-ພະນັກງານ ກະຊວງເຂົ້າຮ່ວມ.

ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - ca27381f 9159 43f0 9a1b a54c02a598f6 1024x683 - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່

ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່
ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່

ໃນໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ໄດ້ກ່າວມີຄຳເຫັນບາງຕອນວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງ ໄດ້ຕາງໜ້າໃຫ້ກົມການເມືອງສູນກາງພັກ ແລະ ລັດຖະບານ ທີ່ໄດ້ເຂົ້າຮ່ວມພິທີປະກາດການຈັດຕັ້ງຂອງກະຊວງພາຍໃນ ຄັ້ງນີ້, ຊິ່ງເປັນອີກວາລະໜຶ່ງ ທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພາະມັນເປັນການຢັ້ງຢືນເຖິງການປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກ່ຽວກັບວຽກງານພະນັກງານ ເພື່ອໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນ ຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ ເພື່ອຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນໍາພາ-ຄຸ້ມຄອງຂັ້ນຍຸດທະສາດ ແລະ ເພື່ອສືບຕໍ່ ປະກອບສ່ວນສໍາຄັນເຂົ້າໃນການເຄື່ອນໄຫວວຽກງານຂະແໜງການພາຍໃນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພັກ ແລະ ລັດຖະບານ ກໍ່ຄື ກົມການເມືອງສູນກາງພັກ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານດັໍ່ງກ່າວ ພ້ອມທັງເຮັດໃຫ້ວຽກງານຂະແໜງການພາຍໃນ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ປັບປຸງດີຂຶ້ນກວ່າເກົ່າ. ຈຶ່ງໄດ້ຄົ້ນຄວ້າ ການປະກາດແຕ່ງຕັ້ງພະນັກງານການນຳຂອງກະຊວງພາຍໃນ ເຊິ່ງທ່ານທີ່ໄດ້ຮັບການແຕ່ງຕັ້ງນັ້ນລ້ວນແຕ່ເປັນພະນັກງານທີ່ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງ, ເໝາະສົມ ໄດ້ຜ່ານການພິຈາລະນາຕາມຊີວະປະຫວັດ, ວຸດທິການສຶກສາ ແລະ ການເຄື່ອນໄຫວວຽກງານຕົວຈິງ ໃນການນໍາພາວຽກງານໃນທົໍ່ວຂະແໜງການພາຍໃນ ແລະ ປະກອບສ່ວນໃນວຽກງານລວມຂອງປະເທດຊາດ.

ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - 5 - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່
ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - 4 - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່
ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່ - 3 - ປະກາດແຕ່ງຕັ້ງລັດຖະມົນຕີ ກະຊວງພາຍໃນ ຄົນໃໝ່