ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030

ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030 - 009 - ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030
ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030 - kitchen vibe - ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030

ໃນວັນທີ 24 ພະຈິກ 2020 ທີ່ນະຄອນຫລວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍການສະໜັບສະໜູນຂອງອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຮັບຟັງສຽງຂອງເດັກ, ໂດຍມີຕົວແທນເດັກນ້ອຍ 42 ຄົນ ທີ່ມີອາຍຸແຕ່ 11 ຫາ 17 ປີ ຈາກ 18 ແຂວງ ໃນທົ່ວປະເທດເຂົ້າຮ່ວມ, ເພື່ອຈະໄດ້ຊີ້ແຈງຄວາມກັງວົນຂອງພວກເຂົາ ແລະ ສະເໜີ ວິທີແກ້ໄຂຕໍ່ກັບສິ່ງທ້າທາຍຕ່າງໆ ທີ່ມີຢູ່ໃນການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030 - 008 300x225 - ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030

ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030 - Visit Laos Visit SALANA BOUTIQUE HOTEL - ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030

ຮອງເລຂາທິການຄະນະປະຈຳ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ກ່າວໃນກອງປະຊຸມວ່າ: ເດັກແມ່ນຜູ້ນຳໃນມື້ອື່ນ. ພວກເຂົາແມ່ນຜູ້ໄດ້ຮັບຜົນປະໂຫຍດ ແລະ ເປັນເປົ້າໝາຍຂອງນະໂຍບາຍໃນປັດຈຸບັນ, ຈາກການຕັດສິນໃຈໃນມື້ນີ້, ເດັກ ແລະ ໄວໜຸ່ມເຫລົ່ານີ້ຈະເປັນຜູ້ສືບທອດ ແລະ ກຳນົດອະນາຄົດຂອງປະເທດໃນຊຸມປີຕໍ່ໜ້າ. ດັ່ງນັ້ນ, ເປັນສິ່ງສຳຄັນທີ່ຈະຮັບຮູ້ເຖິງບົດບາດທີ່ເດັກ ແລະ ໄວໜຸ່ມສາມາດມີໄດ້ ແລະ ຕ້ອງມີບົດບາດ ແລະ ເປັນຜູ້ແກ້ໄຂບັນຫາຕ່າງໆ ໃນ ອະນາຄົດ.

ຜ່ານກອງປະຊຸມປຶກສາຫາລືຄັ້ງນີ້, ລັດຖະບານ ແລະ ອົງການຢູນິເຊັບ ພວມເຮັດວຽກຮ່ວມກັບເດັກ ແລະ ໄວໜຸ່ມ ເພື່ອຮັບຟັງຄວາມຄິດເຫັນ ແລະ ຄວາມເຂົ້າໃຈທີ່ມີຄຸນຄ່າ ກ່ຽວກັບວິທີການທີ່ດີທີ່ສຸດ ເພື່ອເຮັດໃຫ້ສິດ ທິຂອງພວກເຂົາໄດ້ຮັບການສົ່ງເສີມ, ປົກປ້ອງ ໂດຍສະເພາະໃນໄລຍະເວລາທີ່ທ້າທາຍນີ້.

ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາຊຶ່ງເປັນຜູ້ໃຫຍ່ຢູ່ໃນກອງປະຊຸມນີ້, ແມ່ນເພື່ອຮັບຟັງສິ່ງທີ່ເດັກທັງຫລາຍ ທີ່ຈະເວົ້າ ແລະ ນີ້ກໍແມ່ນເຫດຜົນທີ່ກອງປະຊຸມປຶກສາຫາລືໃນມື້ນີ້ ຊຶ່ງມັນມີຄວາມສຳຄັນຫລາຍ, ຍ້ອນວ່າເຮັດໃຫ້ເດັກທັງຫລາຍມີເວທີ ເພື່ອສະແດງຄວາມຄິດເຫັນຂອງຕົນ, ລວມເຖິງວິທີແກ້ໄຂ ແລະ ແນວຄວາມຄິດຕ່າງໆ ເພື່ອແກ້ໄຂສິ່ງທ້າທາຍເຫລົ່ານີ້.

ນາງ ສາຍຄຳ ອິນທະວີ, ອາຍຸ 17 ປີ ຕົວແທນນັກຮຽນ ມສ ເທດສະບານແຂວງຫລວງນ້ຳທາ ກ່າວວ່າ: ປີກາຍນີ້, ພວກເຮົາໄດ້ແລກປ່ຽນວິໄສທັດຂອງພວກເຮົາ ແລະ ໄດ້ສະເໜີວິທີການແກ້ໄຂ ທີ່ເປັນຮູບປະທຳຕໍ່ບາງສິ່ງທ້າທາຍ ທີ່ພວກເຮົາພວມປະເຊີນຢຸ່. ສະພາບການໃນປີນີ້ ແມ່ນແຕກຕ່າງກັນຫລາຍ. ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ປ່ຽນຊີວິດຂອງເດັກຫລາຍຄົນໃນທົ່ວໂລກ. ໃນປະເທດລາວເຮົາໃນໄລຍະປິດຕົວ, ໂຮງຮຽນໄດ້ປິດລົງ ແລະ ເດັກຫລາຍຄົນໄດ້ຮັບຜົນກະທົບ. ຂ້າພະເຈົ້າຫວັງວ່າ ການຮຽນຮູ້ດ້ວຍດິຈິຕອນ ອາດຈະມີໃຫ້ໃນອະນາຄົດອັນໃກ້ນີ້ ສຳລັບເດັກທຸກຄົນໃນປະເທດລາວ.

ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030 - 4 - ພ້ອມກັນຮັບຟັງສຽງຂອງເດັກ ເພື່ອຈິນຕະນາການຄືນໃໝ່ ຄົນລາວຮຸ່ນ 2030
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!