ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ປະກາດການຈັດຕັ້ງ ແລະ ສັບຊ້ອນພະນັກງານ ຂັ້ນກົມ
ໃນອາທິດ ຜ່ານມາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ( ຄກສພ ແລະ ອກລ) ໄດ້ປະກາດການຈັດຕັ້ງ ແລະ ສັບຊ້ອນພະນັກງານຂັ້ນກົມ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານ ຄສພ ແລະ ປະທານ ອກລ ແລະ ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.
ໃນກອງປະຊຸມ, ທ່ານ ສີໄນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານ ຄສພ-ອກລແລະ ຮອງຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 133/ຄລສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຈໍານວນໜຶ່ງຂອງ ຄກສພ, ຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 425/ນຍ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຈໍານວນໜຶ່ງຂອງ ຄກສພ ແລະ ອກລ, ຜ່ານຂໍ້ຕົກລົງຂອງ ຄກສພ ແລະ ອກລ ວ່າດ້ວຍການຈັດຕັ້ງສັບຊ້ອນພະນັກງານຂັ້ນກົມ.
ການປັບປຸງຄັ້ງນີ້ຄະນະກວດກາສູນກາງພັກຕົກລົງໃຫ້:
ທ່ານ ອາລິສັກ ພົມປີດາ ເປັນຫົວໜ້າຫ້ອງການ,
ທ່ານ ນາງ ອຽນພອນ ບາວົງເພັດ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ,
ທ່ານ ວັນຄຳ ໄຊວົງສັກ ເປັນຫົວໜ້າກົມຄົ້ນຄ້ວາ-ວາລະສານກວດກາ,
ທ່ານ ວິລະມຸງຄຸນ ຈິດຮູບໂລກ ເປັນຫົວໜ້າກົມຄົ້ນຄ້ວາຄຳຮ້ອງ ແລະ ຄໍາສະເໜີ,
ທ່ານ ໄໝ ເຄນສະບັບ ເປັນຫົວໜ້າກົມຕິດຕາມ ກວດກາການປະຕິບັດຜົນການກວດການ,
ທ່ານ ສຸພາວົງ ວັນທານຸວົງ ເປັນຫົວໜ້າກົມພົວພັນຕ່າງປະເທດ,
ໂຮມກົມກວດກາພັກທ້ອງຖິ່ນ ແລະ ກົມກວດກາພັກອ້ອມຂ້າງສູນກາງ ເຂົ້າກັນ ແລ້ວສ້າງຕັ້ງເປັນກົມກວດກາພັກ ທ່ານ ຄູນແກ້ວ ສີອຸ່ນໄທ ເປັນຫົວໜ້າກົມ,
ໂຮມກົມກວດກາລັດທ້ອງຖິ່ນ ແລະ ກົມກວດກາລັດອ້ອມຂ້າງ ເຂົ້າກັນ ແລ້ວສ້າງຕັ້ງເປັນກົມກວດກາລັດ ທ່ານ ວົງອຸໄທ ສັນຕິໄຊ ເປັນຫົວໜ້າກົມ,
ໂຮມກົມກວດກາຕ້ານການສໍ້ລາດບັງຫຼວງ ແລະ ກົມສືບສວນ-ສອບສວນການສໍ້ລາດບັງຫຼວງເຂົ້າກັນ ແລ້ວສ້າງຕັ້ງເປັນ ກົມຕ້ານ ແລະ ສືບສວນ-ສອບສວນການສໍ້ລາດບັງຫຼວງ ທ່ານ ສີທອນ ສຸລິຍະວົງ ເປັນຫົວໜ້າກົມ.
ທ່ານ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ຕໍ່ການປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນພະນັກງານຂັ້ນກົມພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາໃນຄັ້ງນີ້ວ່າ: ໃຫ້ຮັບຮູ້ເຂົ້າໃຈເປັນເອກະພາບກ່ຽວກັບການຈັດວາງສັບຊ້ອນພະນັກງານຂັ້ນກົມຄືນໃໝ່ແມ່ນກົດເກນຂອງການຈັດຕັ້ງ, ເປັນລະບຽບການທີ່ກໍານົດໃນນິຕິກໍາຕ່າງໆຕ້ອງມີເຂົ້າ ມີອອກ, ມີການສັບຊ້ອນປ່ຽນຂຶ້ນລົງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຕາມນະໂຍບາຍທີ່ພັັກ-ລັດກຳນົດໄວ້ ແນໃສ່ເຮັດໃຫ້ແຕ່ລະກົມ, ຫ້ອງການມີຄວາມເຂັ້ມແຂງກວ່າເກົ່າ, ມີຄວາມດຸ່ນດ່ຽງ ລະຫວ່າງ ຜູ້ອ່ອນ ແລະ ຜູ້ແຂງ, ສາມາດເຮັດໃຫ້ກົງຈັກການຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບທີ່ກຳນົດໄວ້ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານຫ້ອງການ ແລະ ແຕ່ລະກົມກໍຄືຍົກສູງຄວາມຮັບຜິດຊອບ ຕາມໜ້າທີ່ ທີ່ໄດ້ຮັບມອບໝາຍ; ພະນັກງານ ແຕ່ລະສະຫາຍຕ້ອງເພີ່ມທະວີ, ບຸກບືນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງກວ່າເກົ່າ ແລະ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກຈຸດສຸມທີ່ຈະສືບຕໍ່ປະຕິບັດໃນທ້າຍປີ 2020 ແລະ ຕົ້ນປີ 2021 ໃຫ້ປະສົບຜົນສຳເລັດຢ່າງເຂັ້ມງວດ