ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນໃຫ້ນາຍທະຫານຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ 11 ສະຫາຍ
ໃນວັນທີ 30 ພະຈິກ 2020 ໄດ້ມີພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການປະຈໍາ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກຊັ້ນ ພັນເອກ ຂຶ້ນຊັ້ນພົນຈັດຕະວາ ແລະ ດໍາລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການເລື່ອນຊັ້ນຈາກພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈໍານວນ 11 ສະຫາຍ.
ສະຫາຍ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ.
ສະຫາຍ ພັນເອກ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກຳກົມໃຫຍ່ພະລາທິການ ກອງທັບ.
ສະຫາຍ ພັນເອກ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງກົມໃຫຍ່ພະລາທິການກອງທັບ.
ສະຫາຍ ພັນເອກ ສົມວັນ ທໍາມະໄຊ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ.
ສະຫາຍ ພັນເອກ ຄຳແພງ ພູມມາແກ້ວ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ.
ສະຫາຍ ພັນເອກ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ.
ສະຫາຍ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.
ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ.
ສະຫາຍ ພັນເອກ ບົວເຮືອງ ສົມຟອງບຸດ ຕາຂັນ ຫົວໜ້າການທະຫານວິທະຍາຄານພະລາທິການກອງທັບ.
ສະຫາຍ ພັນເອກ ກັນທອງ ສຸກເລືອງຄຳ ຫົວໜ້າກົມກົດໝາຍກະຊວງປ້ອງກັນປະເທດ. ສະຫາຍ ພັນເອກ ຂັນທອງ ວົງອຳຄາ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຊຽງຂວາງ.
ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຂະບວນວຽກງານຕົວຈິງ ທັງເປັນເຈົ້າການ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເອົາໃຈໃສ່ເປັນພິເສດຕໍ່ການເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີໃຫ້ໜັກແໜ້ນກວ້າງຂວາງ ສືບຕໍ່ປັບປຸງແບບ ແຜນວິທີນໍາພາ-ບັນຊາ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ ແລະ ເອົາໃຈໃສ່ຕໍ່ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະປະເທດສັງຄົມນິຍົມ ແລະ ປະເທດເພື່ອນມິດຍຸດທະສາດທີ່ເຄີຍມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ເລິກເຊິ່ງກວ່າເກົ່າ.