ຍ້ອນຫຍັງຈຶ່ງມີປາກົດການຕຳແລ້ວໜີເກີດຂຶ້ນຫລາຍ

- accident - ຍ້ອນຫຍັງຈຶ່ງມີປາກົດການຕຳແລ້ວໜີເກີດຂຶ້ນຫລາຍ
- kitchen vibe - ຍ້ອນຫຍັງຈຶ່ງມີປາກົດການຕຳແລ້ວໜີເກີດຂຶ້ນຫລາຍ

ໃນປະເທດກຳລັງພັດທະນາເຫັນວ່າສະພາບການເກີດອຸປະຕິເຫດກຳລັງເພີ່ມຂຶ້ນ ແລະ ເປັນປະກົດການຫຍໍ້ທໍ້ທາງສັງຄົມ, ໃນນັ້ນຢູ່ ສປປ ລາວ, ສະພາບການເກີດອຸປະຕິເຫດຍັງມີລັກສະນະເກີດຂຶ້ນຫລາຍ, ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເບິ່ງຄືວ່າ: ການເກີດອຸປະຕິເຫດແມ່ນມີເປັນກະແສລາຍວັນ, ມີທັງຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດເປັນຈຳນວນບໍ່ໜ້ອຍ, ແຕ່ທີ່ໜ້າເສົ້າເປັນຫ່ວງທີ່ສຸດນັ້ນກໍຄືສະພາບການເກີດອຸປະຕິເຫດຕຳແລ້ວໜີທີ່ນັບມື້ຫລາຍຂຶ້ນ ຄື: ໃນ 6 ເດືອນຜ່ານມາຢູ່ນະຄອນຫລວງວຽງຈັນມີອຸປະຕິເຫດເກີດຂຶ້ນ 800 ກວ່າກໍລະນີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 42 ເລື່ອງ, ມີຄົນໄດ້ຮັບບາດເຈັບ 649 ຄົນ, ເສຍຊີວິດ 127 ຄົນ, ໂດຍສ່ວນໃຫຍ່ແມ່ນເກີດອຸປະຕິເຫດຕຳແລ້ວໜີ, ຊຶ່ງອາດເປັນຍ້ອນການປະຕິບັດລະບຽບກົດໝາຍເຮົາບໍ່ທັນເຂັ້ມງວດ.

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ບັນຫາອຸປະຕິເຫດຕຳແລ້ວໜີກຳລັງເປັນປາກົດການຫຍໍ້ທໍ້ທາງສັງຄົມ ແລະ ມີລັກສະນະຮຸນແຮງ ເພີ່ມຂຶ້ນ, ໂດຍທີ່ຜູ້ຂັບຂີ່ສ່ວນໃຫຍ່ບໍ່ປະຕິບັດກົດລະບຽບຈະລາຈອນຄື: ເມື່ຶອທ້າຍອາທິດຜ່ານມານີ້ໄດ້ເກີດອຸປະຕິເຫດຢູ່ເສັ້ນທາງສີ່ແຍກໄຟຫໍປະຊຸມແຫ່ງຊາດເມືອງໄຊເສດຖາ, ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ ແລະ ສ່ວນອີກກໍລະນີໜຶ່ງແມ່ນລົດໃຫຍ່ຕໍາລົດຈັກຢູ່ເສັ້ນທາງບ້ານໂພນພະເນົາ, ເມືອງໄຊເສດຖາເຊັ່ນກັນ, ເຮັດໃຫ້ຜູ້ຂັບຂ່ີລົດຈັກໄດ້ຮັບບາດເຈັບສາຫັດສອງຄົນ, ສ່ວນຄູ່ກໍລະນີແມ່ນໄດ້ຂີ່ລົດຫລົບໜີ, ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງກວດກາກ້ອງວົງຈອນປິດຢູ່ຈຸດສະຖານທີ່ເກີດເຫດ ແລະ ເສັ້ນທາງຕ່າງໆທີ່ລົດໃຫຍ່ຫລົບໜີໄປ ເພື່ອຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

- Visit Laos Visit SALANA BOUTIQUE HOTEL - ຍ້ອນຫຍັງຈຶ່ງມີປາກົດການຕຳແລ້ວໜີເກີດຂຶ້ນຫລາຍ
- 3 - ຍ້ອນຫຍັງຈຶ່ງມີປາກົດການຕຳແລ້ວໜີເກີດຂຶ້ນຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!